ໄຂກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ I ຂອງອົງຄະນະພັກກະຊວງ​ພາຍ​ໃນ

phainai

ກອງປະຊຸມໃຫຍ່ຄັ້ງທີ I ອົງຄະນະພັກກະຊວງ​ພາຍ​ໃນ ໄດ້ໄຂຂຶ້ນ​​ໃນວັນທີ 10 ກັນຍານີ້ທີ່ຫໍ​ປະຊຸມ​ແຫ່ງ​ຊາດ,​​ ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ອາຊາງ ລາວລີ ກໍາມະການກົມການເມືອງສູນກາງພັກ, ຮອນາຍົກລັດຖະ ມົນຕີ, ໂດຍມີຜູ້ແທນສົມບູນ 183 ສະຫາຍທີ່ເປັນຕົວແທນໃຫ້ທົ່ວຂະແໜງການດັ່ງກ່າວເຂົ້າຮ່ວມ.

ສະຫາຍ ຄໍາໝັ້ນ ສູນວິເລີດ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງພາຍໃນໄດ້ຂຶ້ນຜ່ານບົດລາຍງານການເມືອງຕໍ່ກອງປະຊຸມວ່າ: ໃນໄລຍະ 5 ປີຜ່ານ​ມາ, ຄະນະພັກ​ກະຊວງ​ພາຍ​ໃນ​ໄດ້​ເອົາ​ໃຈ​ໃສ່​ຊີ້​ນໍາ-ນໍາພາຈັດ​ຕັ້ງ​ຜັນ​ຂະຫຍາຍ​ມະຕິ,​ ຄໍາ​ສັ່ງຂອງ​ພັກ, ​ໂດຍ​ສະ​ເພາະ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ IX ຂອງ​ພັກ,​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ VII ທີ່​ພົວພັນ​ເຖິງ​ຄວາມ​ຮັບຜິດຊອບ​ຂອງ​ຂະ​ແໜງ​ພາຍ​ໃນ​ໄດ້​ຫັນ​​ເປັນ​ແຜນ​ງານ,​ແຜນການ ​ແລະ ​ໂຄງການ​ທີ່​ມີ​ຜົນ​ສໍາ​ເລັດ​ໃນ​ແຕ່ລະ​ຂົງ​ເຂດ​ເປັນ​ຕົ້ນ​​ຂົງ​ເຂດ​ການ​ປົກຄອງ-ບໍ​ລິຫານວຽກ​ງານ​ປັບປຸງ​ກົງຈັກ​ການຈັດ​ຕັ້ງ​​ໃຫ້​ກະທັດ​ຮັດ​ແທດ​ເໝາະ​ກັບ​ແຕ່ລະ​ໜ້າ​ທີ່​ການຈັດ​ຕັ້ງ​ໂດຍ​ການ​ສົມທົບ​ກັບ​ບັນດາ​ກະຊວງ-​ອົງການ ​ແລະທ້ອງ​ຖິ່ນທົບ​ທວນຄືນພາລະ​ບົດບາດໜ້າ​ທີ່ ​ແລະ ຂອບ​ເຂດ​​ແຕ່​ລະ​ອົງການ​ຈັດ​ຕັ້ງ​ຄືນ​ໃໝ່​,ໂດຍ​ສະ​ເພາະ​ແມ່ນ​ການ​ແບ່ງ​ຂັ້ນ,​ແບ່ງ​ຄວາມ​ຮັບ​ຜິດຊອບລະຫວ່າງສູນ​ກາງ ​ແລະທ້ອງ​ຖິ່ນ ​ແລະ ​ຢູ່​ແຕ່ລະ​ຂັ້ນ​ຂອງ​ອົງການ​ປົກຄອງ​ທ້ອງ​ຖິ່ນຕາມ​ທິດ​ 3 ​ສ້າງ,​ໄດ້​ສືບ​ຕໍ່​ແນະ​ນໍາ​ບັນດາ​ກະຊວງ-ອົງການ​ທີ່​ໄດ້​ຮັບ​ການ​ຊັບຊ້ອນ ​ແລະ ສ້າງ​ຕັ້ງ​ຂຶ້ນ​ໃໝ່ 7 ກະຊວງ​ເຮັດ​ໃຫ້​ກົງຈັກ​ການຈັດ​ຕັ້ງ​ມີ​ສະຖຽນ​ລະ​ພາບ ​ແລະມີ​ຄວາມ​ສະຫງົບ, ວຽກ​ງານ​ບໍລິຫານ ​ແລະນິຕິ​ກໍາ​ໄດ້​ທົບ​ທວນຄືນ ​ແລະ ປັບປຸງ​ບັນດາ​ນິຕິ​ກໍາ​ຕ່າງໆ​ທີ່​ມີ​ແລ້ວ​ໃຫ້​ສອດຄ່ອງ​ກັບ​ນະ​ໂຍບາຍ​ 3 ​ສ້າງ, ວຽກ​ງານ​ການ​ປົກຄອງ​ຄະນະ​ພັກ​ໄດ້​ນໍາພາ​ປັບປຸງ​ການ​ບໍລິຫານ​ລັດ​ຢູ່​ຂັ້ນ​ທ້ອງ​ຖິ່ນ, ຂັ້ນ​ແຂວງ, ​ເມືອງ ​ແລະຂັ້ນ​ຮາກ​ຖານ​ບ້ານ​ໃຫ້​ກາຍ​ເປັນ​ອົງການ​ບໍລິຫານ​ທ້ອງ​ຖິ່ນ​ເພື່ອ​ບໍລິການ​ແກ່​ປະຊາຊົນ, ​ເອົາ​ໃຈ​ໃສ່​ປັບປຸງ​ວຽກ​ງານ​ຄຸ້ມ​ຄອງ​ອົງການ​ຈັດ​ຕັ້ງ​ທາງ​ສັງຄົມໃຫ້​ເຂົ້າ​ສູ່​ລະບຽບ​ການ ​ເຮັດ​ໃຫ້ການ​ຈັດ​ຕັ້ງ ​ແລະການ​ເຄື່ອນ​ໄຫວ​ຂອງ​ອົງການ​ຈັດ​ຕັ້ງ​ທາງ​ສັງຄົມມີ​ດ້ານ​ຕັ້ງໜ້າ ​ແລະດີ​ຂຶ້ນ.ປັດຈຸບັນ​ມີ​ສະມາຄົມ, ມູນ​ນິທິ​ໄດ້​ຮັບ​ອະມັດ​ລົງທະບຽນ​ແລ້ວ​ຈໍານວນ149 ຫົວໜ່ວຍ,​ໃນ​ນັ້ນ​ມີ​ມູນ​ນິທິ 10 ຫົວໜ່ວຍ,ວຽກ​ງານ​ຊົນ​ເຜົ່າ ​ແລະສາສະໜາ​ເປັນ​ວຽກ​ໜຶ່ງ​ທີ່​ສໍາຄັນຂອງ​ພັກ-ລັດຖະບານ,ຄະນະ​ພັກ​ໄດ້​ເອົາ​ໃຈ​ໃສ່​ນໍາພາ​ປັບປຸງ​ບັນດາ​ນິຕິ​ກໍາ ​ແລະລະບຽບ​ການ​ຕ່າງ​ໆ​ທີ່​ກ່ຽວຂ້ອງ​ກັບ​ຊົນ​ເຜົ່າ ​ແລະສາສະໜາ. ຂົງ​ເຂດ​ເຕັກນິກ​ການ​ປົກຄອງວຽກ​ງານ​ຄຸ້ມ​ຄອງ​ສໍາ​ເນົາ​ເອກະສານ ​ເພື່ອ​ປັບປຸງ​ລະບົບ​ປົກ​ປັກ​ຮັກສາ​ບັນດາ​ເອກະສານ​ທີ່​ສໍາຄັນ​ຂອງ​ພັກ​-ລັດ​ທີ່​​ເປັນ​ຂໍ້​ມູນ​ທາງ​ດ້ານ​ການ​ເມືອງ, ປະຫວັດສາດ, ​ເສດຖະກິດ-ສັງຄົມ, ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ ​ແລະອື່ນໆ.ກອງປະຊຸມຈະ​ດໍາ​ເນີນ​ໄປ​ເປັນ​ເວລາ2ວັນ​ແລະຍັງຈະໄດ້ປ່ອນບັດເລືອກຕັ້ງຄະນະບໍລິຫານງານພັກກະຊວງຊຸດໃໝ່ແລະເລືອກເອົາຜູ້ແທນສົມບູນ, ສຳຮອງເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ.

 

ແຫລ່ງຂ່າວ:

ລພນ