spot_img
Homeຂ່າວພາຍ​ໃນທະນາຄານໂລກຈັດສັນເງິນທຶນ 68 ລ້ານໂດລາ ສຳລັບ 3 ໂຄງການພັດທະນາໃນລາວ

ທະນາຄານໂລກຈັດສັນເງິນທຶນ 68 ລ້ານໂດລາ ສຳລັບ 3 ໂຄງການພັດທະນາໃນລາວ

Published on

ທ່ານນາງ ທິບພະກອນ ຈັນທະວົງສາ ລັດຖະມົນຕີຊ່ວຍວ່າການກະຊວງການເງິນ ຖະແຫຼງວ່າທະນາຄານໂລກ ໄດ້ຕົກລົງໃຫ້ການຊ່ວຍເຫຼືອແກ່ລັດຖະບານລາວ ຄິດເປັນມູນຄ່າລວມເຖິງ 68 ລ້ານໂດລາສຳລັບນຳໃຊ້ໃນ 3 ໂຄງການຄື ໂຄງການປັບປຸງຕາໜ່າງໄຟຟ້າເຂດນະຄອນຫຼວງວຽງຈັນ, ໂຄງການພັດທະນາການຄຸ້ມຄອງບໍລິຫານໃນຂະແໜງສາທາລະນະສຸກ ແລະ ໂພສະນາການ ແລະ ໂຄງການກອງທຶນຫຼຸດຜ່ານຄວາມທຸກຍາກໄລຍະທີ 2.
ໂດຍສຳລັບໂຄງການປັບປຸງຕາໜ່າງໄຟຟ້າໃນເຂດນະຄອນຫຼວງ ວຽງຈັນ ນັ້ນເປັນການຊ່ວຍເຫຼືອທີ່ໃຫ້ກັບລັດວິສາຫະກິດ ໄຟຟ້າ ລາວ ໃນມູນຄ່າ 32.4 ລ້ານໂດລາ ພາຍໃຕ້ເປົ້າໝາຍເພື່ອການປັບປຸງລະບົບສາຍສົ່ງກະແສໄຟຟ້າໃຫ້ມີປະສິດທິພາບ ແລະ ຮັບປະກັນຄວາມແນ່ນອນໃນການສະໜອງໄຟຟ້າໃນເມືອງໄຊທານີໃຫ້ໄດ້ 100 % ສ່ວນໂຄງການພັດທະນາຄຸ້ມຄອງ – ບໍລິຫານຂະແໜງສາທາລະນະສຸກ ແລະ ໂພສະນາການທີ່ໄດ້ຮັບການຊ່ວບເຫຼືອໃນມູນຄ່າ 26.4 ລ້ານໂດລານັ້ນ ກໍແນໃສ່ການປັບປຸງສຸຂະພາບຂອງແມ່ ແລະ ເດັກຜ່ານລະບົບການປະກັນສຸຂະພາບໂດຍບໍ່ເສຍຄ່າ ແລະ ໂຄງການກອງທຶນຫຼຸດຜ່ອນຄວາມທຸກຍາກກໍໄດ້ຮັບທຶນສະໜັບສະໜູນໃນມູນຄ່າ 9.2 ລ້ານໂດລາ ທັງຍັງໄດ້ຮັບທຶນສົມທົບອີກ 2.4 ລ້ານ ຈາກລັດຖະບານອົດສະຕາລີອີກດ້ວຍ.
ນອກຈາກນີ້ ທະນາຄານໂລກຍັງໄດ້ຕົກລົງຈັດສັນເງິນທຶນໃນມູນຄ່າລວມ 96 ຕື້ກີບ ຫຼື ປະມານ 12 ລ້ານໂດລາເພື່ອໃຫ້ການສະໜັບສະໜູນລັດຖະບານລາວ ໃນໂຄງການຕອບສະໜອງເງິນທຶນກູ້ຢືມໃຫ້ແກ່ບັນດາວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງໃນທົ່ວປະເທດໃນຕະຫຼອດແຜນການປະຈຳປີ 2014 ຫາ 2015 ທີ່ກຳລັງຈະສິ້ນສຸດແຜນການລົງໃນເດືອນກັນຍາ 2015 ນີ້ດ້ວຍ.
ໂດຍທີ່ຜ່ານມາ ກົມສົ່ງເສີມນັກທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ກໍໄດ້ໃຫ້ສິນເຊື່ອແກ່ບັນດາວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງໄປແລ້ວຄິດເປັນມູນຄ່າລວມ 14 ຕື້ກີບ ຊຶ່ງເປັນການປ່ອຍກູ້ຜ່ານທະນາຄານພັດທະນາ ລາວ ຈິ່ງຍັງເຫຼືອເງິນທຶນໃນມູນຄ່າ 82 ຕື້ກີບທີ່ຈະຕ້ອງໃຫ້ສິນເຊື່ອແກ່ບັນດາວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງທີ່ມີເງື່ອນໄຂຢ່າງຄົບຖ້ວນພາຍໃນທ້າຍເດືອນ ກັນຍາ ປີນີ້.
ແຕ່ເຖິງຢ່າງໃດກໍຕາມ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ລາຍງານການສຳຫຼວດກ່ຽວກັບຄວາມພ້ອມໃນການແຂ່ງຂັນຂອງບັນດາວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງຂອງລາວ ວ່າມີຫຼາຍກວ່າ 37,000 ແຫ່ງທີ່ບໍ່ມີຄວາມພ້ອມຈະແຂ່ງຂັນທາງດ້ານການຕະຫຼາດພາຍຫຼັງຈາກ 10 ປະເທດສະມາຊິກຂອງອາຊຽນ ໄດ້ເຊື່ອມຕໍ່ເສດຖະກິດເຂົ້າດ້ວຍກັນນັບແຕ່ວັນທີ 31 ທັນວາ 2015 ເປັນຕົ້ນໄປ.
ໂດຍມີສາເຫດມາຈາກການທີ່ບັນດາວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງເຫຼົ່ານີ້ຍັງມີການຜະລິດສິນຄ້າທີ່ມີລະດັບຄຸນນະພາບຕ່ຳ ເນື່ອງຈາກຜູ້ຜະລິດສິນຄ້າສ່ວນໃຫຍ່ຍັງຂາດຄວາມຮູ້ຄວາມເຂົ້າໃຈ ແລະ ບໍ່ມີທັກສະໃນການຜະລິດສິນຄ້າທີ່ເປັນທີ່ຕ້ອງການຂອງຕະຫຼາດ ລວມທັງຍັງບໍ່ມີຫຼັກວິຊາການໃນການຜະລິດສິນຄ້າທີ່ໄດ້ມາດຕະຖານອີກດ້ວຍ
ໂດຍການທີ່ຈະປ້ອງກັນບໍ່ໃຫ້ບັນຫາດັ່ງກ່າວນີ້ເກີດຂຶ້ນກໍຈຳເປັນຈະຕ້ອງໃຊ້ເງິນທຶນໃນມູນຄ່າລວມຫຼາຍກວ່າ 7,000 ຕື້ກີບ ຫຼື ປະມານ 875 ລ້ານໂດລາ ເພື່ອນຳໃຊ້ເຂົ້າໃນການຍົກລະດັບຄຸນນະພາບການຜະລິດສິນຄ້າຂອງ SME ໃນລາວໃຫ້ດີຂຶ້ນຫາກແຕ່ວ່າລັດຖະບານລາວ ກໍມີເງິນທຶນແຕ່ 96 ຕື້ກີບເທົ່ານັ້ນ.

09C3A779-FB04-4D12-80F8-5C35544FE9F4_w640_r1_s

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...