spot_img
Homeຂ່າວພາຍ​ໃນພົນຕີ ຈັນສະຫມອນ ຈັນຍາລາດ ຕ້ອນຮັບຄະນະປະສານງານ ທະຫານອາສາສະຫມັກຫວຽດນາມ

ພົນຕີ ຈັນສະຫມອນ ຈັນຍາລາດ ຕ້ອນຮັບຄະນະປະສານງານ ທະຫານອາສາສະຫມັກຫວຽດນາມ

Published on

wed18sep4

ໃນວັນທີ 17 ກັນຍາ 2013 ສະຫາຍພົນຕີ ຈັນສະ ຫມອນ ຈັນຍາລາດ ກຳມະ ການສູນກາງພັກ, ລັດຖະມົນ ຕີຊ່ວຍວ່າການກະຊວງປ້ອງ ກັນປະເທດໄດ້ຕ້ອນຮັບສະຫາຍພົນຈັດຕະວາ ຮວ່ິງ ດັກ ເຮືອງ ຫົວຫນ້າປະສານງານ ທະຫານອາສາສະໝັກຫວຽດ ນາມ ແລະ ຄະນະໃນໂອກາດ ທີ່ຄະນະຜູ້ແທນດ່ັງກ່າວໄດ້ ເດີນທາງມາຢ້ຽມຢາມ ແລະ ເຮັດ ວຽກຢູ່ປະເທດເຮົາໃນລະ ຫວ່າງວັນທີ 14-27 ກັນຍາ 2013 ນີ້.
ໃນໂອກາດດ່ັງກ່າວສະຫາຍ ພົນຕີ ຈັນສະຫມອນ ຈັນຍາ ລາດ ໄດ້ສະແດງຄວາມຊົມ ເຊີຍ ແລະ ໃຫ້ການຕ້ອນຮັບ ຢ່າງອົບອຸ່ນຕໍ່ການເດີນທາງ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຂອງຄະນະປະ ສານງານທະຫານອາສາສະ ຫມັກຫວຽດນາມ, ເຊ່ິງມັນໄດ້ ເປັນການປະກອບສ່ວນໃນ ການເສີມຂະຫຍາຍສາຍພົວ ພັນມິດຕະພາບ ຄວາມສາ ມັກຄີແບບພິເສດ ແລະ ການ ຮ່ວມມືຮອບດ້ານທີ່ມີມູນເຊື້ອ ແຕ່ດົນນານລະຫວ່າງສອງ ຊາດ ສອງກອງທັບ ລາວ- ຫວຽດນາມ ໃຫ້ນັບມື້ແຫນ້ນ ແຟ້ນຍືນຍາວຕະຫລອດໄປ.
ສະຫາຍຮວ່ິງ ດັກເຮືອງ ກໍ ໄດ້ສະແດງຄວາມຂອບອົກ ຂອບໃຈມາຍັງສະຫາຍພົນຕີ ຈັນສະຫມອນ ຈັນຍາລາດ ກໍ່ ຄືຄະນະນຳກະຊວງປ້ອງກັນ ປະເທດທີ່ໄດ້ໃຫ້ການຕ້ອນ ຮັບຢ່າງອົບອຸ່ນ, ພ້ອມທັງໃຫ້ ຄຳຫມັ້ນສັນຍາວ່າ ຈະເພີ່ມ ທະວີຮັດແຫນ້ນສາຍພົວພັນ ແບບພິເສດ ແລະ ການຮ່ວມ ມືຮອບດ້ານລະຫວ່າງ ລາວ- ຫວຽດນາມ ໃຫ້ແຫນ້ນແຟ້ນ ຍ່ິງໆຂຶ້ນ.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດພະເທບ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ. ໃນຕອນບ່າຍຂອງວັນທີ 22 ເມສາ 2025,...

ນັກທ່ອງທ່ຽວຕ່າງຊາດທີ່ຈະເດີນທາງເຂົ້າໄທ ດ້ວຍພາສປອດຕ້ອງໄດ້ຂຽນຟອມອອນລາຍ ເລີ່ມ 1 ພຶດສະພານີ້

ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ (ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ຈະເດີນທາງໄປປະເທດໄທ ຕ້ອງໄດ້ເຂົ້າຕື່ມແບບຟອມ (TDAC) ລິ້ງ https://tdac.immigration.go.th/arrival-card/#/home ທາງອອນລາຍ...

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...