spot_img
Homeຂ່າວພາຍ​ໃນໄປເຊຍທີມຊາດລາວຊຸດໃຫຍ່ລົງແຂ່ງຂັນມື້ນີ້ທີ່ສະໜາມກິລາແຫ່ງຊາດຫຼັກ 16

ໄປເຊຍທີມຊາດລາວຊຸດໃຫຍ່ລົງແຂ່ງຂັນມື້ນີ້ທີ່ສະໜາມກິລາແຫ່ງຊາດຫຼັກ 16

Published on

ທີມຊາດລາວຊຸດໃຫຍ່ພ້ອມເຕັມຮ້ອຍໃນການລົງນັດທີ 4 ພົບກັບທີມຊາດຄູເວດ ໃນການແຂ່ງຂັນບານໂລກ 2018 ຮອບຄັດເລືອກ ໂຊນອາຊີ ກຸ່ມ G ໃນຕອນແລງມື້ນີ້ (8 ກັນຍາ).
ຂະນະທີ່ ຄູເຝິກຊາວ ອັງກິດຂອງທີມຊາດລາວ ເຊີນຊວນແຟນບານລາວທົ່ວປະເທດ ເຂົ້າຮ່ວມເປັນກຳລັງໃຈເຊຍນັກເຕະລາວສູ້ຢ່າງສຸດຂີດເພື່ອຄວ້າໄຊຊະນະ.
ເມື່ອວັນທີ 7 ກັນຍາ ຜ່ານມາ ທີ່ໂຮງແຮມ ແລນມາກ ແມ່ຂອງ ລີເວີໄຊ ນະຄອນຫຼວງວຽງຈັນ ໄດ້ມີພິທີຖະແຫຼງຂ່າວການແຂ່ງຂັນບານໂລກ 2018 ຮອບຄັດເລືອກ ໂຊນອາຊີ ກຸ່ມ G ນັດລະຫວ່າງ ທີມຊາດລາວ ພົບກັບ ທີມຊາດຄູເວດ ໃນວັນທີ 8 ກັນຍາ 2015 ເວລາ 18:00 ໂມງ ທີ່ສະໜາມກິລາແຫ່ງຊາດ (ຫຼັກ 16) ນະຄອນຫຼວງວຽງຈັນ.
ໂດຍມີ ທ່ານ ສະຕິບ ດາບີ ຄູເຝິກຊາວອັງກິດຂອງທີມຊາດລາວ ແລະ ທ່ານ ໂນບີລ ມູລອລ ຄູເຝິກຂອງທີມຊາດຄູເວດ ພ້ອມດ້ວຍຜູ້ຮັບຜິດຊອບຈັດການແຂ່ງຂັນ, ນັກກິລາທັງ 2 ຝ່າຍ ແລະ ສື່ມວນຊົນ ເຂົ້າຮ່ວມ.
ໂອກາດດັ່ງກ່າວ ທ່ານ ສະຕິບ ດາບີ ກໍ່ໄດ້ກ່າວເຖິງເກມນັດທີ່ຈະພົບກັບ ທີມຊາດຄູເວດ ໃນຕອນແລງມື້ນີ້ ວ່າເປັນນັດທີ່ສຳຄັນອີກນັດໜຶ່ງ ບໍ່ຕ່າງຫຍັງກັບນັດທີ່ຜ່ານມາ ແລະ ໃນຕອນນີ້ ນັກກິລາພວກເຮົາແມ່ນພ້ອມເຕັມຮ້ອຍທຸກຢ່າງແລ້ວ ຫຼັງຈາກມາຟື້ນຟູສະພາບຈິດໃຈ ແລະ ຮ່າງກາຍຈາກນັດທີ່ເສຍ ທີມຊາດ ສ ເກົາຫຼີ 0-8 ປະຕູ.
ຢ່າງໃດກໍ່ຕາມ, ການທີ່ທີມຊາດລາວ ໄດ້ພົບກັບທີມທີ່ມີນັກກິລາລະດັບອາຊີບ ຈະເຮັດໃຫ້ນັກກິລາລາວ ມີປະສົບການຂຶ້ນຕື່ມ.
ສະນັ້ນ ໃນມື້ນີ້ຢາກເຊີນຊວນປະຊາຊົນ ກໍ່ຄືແຟນບານລາວທົ່ວປະເທດ ເຂົ້າຮ່ວມເປັນກຳລັງໃຈເຊຍນັກເຕະລາວ ເພື່ອໃຫ້ສາມາດຄວ້າໄຊຊະນະໄດ້ໃນນັດນີ້.
ພ້ອມດຽວກັນນັ້ນ, ທ້າວ ຄໍາແພງ ໄຊຍະວຸດທິ ກອງໜ້າປ້າຍແດງສະໂມສອນ ລ້ານຊ້າງ ຢູໄນເຕັດ ຂອງທີມຊາດລາວ ກໍ່ໄດ້ກ່າວວ່າ : “ ຕອນນີ້ພວກເຮົາ ພ້ອມທີ່ຈະສູ້ສຸດຄວາມສາມາດ ສ່ວນເລື່ອງທີ່ຈະຍິງໄດ້ ຫຼື ບໍ່ໄດ້ນັ້ນ ແມ່ນຂຶ້ນກັບເກມໃນມື້ນີ້. ສະນັ້ນ, ຢາກໃຫ້ອ້າຍນ້ອງນັກກິລາລາວເຮົາທຸກຄົນຈົ່ງລືມຝັນຮ້າຍນັດທີ່ຜ່ານມາ ແລະ ມາຕັ້ງໜ້າສູ້ກັນໃໝ່ໃນນັດຕໍ່ໄປ”.
ຂະນະທີ່, ທ່ານ ໂນບີລ ມູລອລ ຄູເຝິກຂອງທີມຊາດຄູເວດ ກໍ່ໄດ້ກ່າວວ່າ : “ ທີມພວກເຮົາ ກໍ່ບໍ່ຄ່ອຍມີເວລາຫຼາຍ ໄດ້ເຝິກຊ້ອມຮ່ວມກັນບໍ່ເຖິງເດືອນ. ແຕ່ຢ່າງໃດກໍ່ຕາມ, ໃນນັດນີ້ ກໍ່ຈະບໍ່ປະໝາດທີມຊາດລາວ ແລະ ພວກເຮົາຈະສູ້ເຕັມທີ່ຄືກັນກັບນັດທີ່ຜ່ານມາ. ສ່ວນການວາງຕົວນັກກິລານັ້ນ ແນ່ນອນພວກເຮົາຈະຕ້ອງຈັດໃຫ້ເໝາະສົມ ແລະ ໃຫ້ໄດ້ໄຊຊະນະທຸກໆນັດ ບໍ່ວ່າຈະເປັນທີມໃດກໍ່ຕາມ”.
ສ່ວນ ຜົນງານທີ່ຜ່ານມາ ຂອງທີມຊາດລາວ ຊຸດໃຫຍ່ ໃນລາຍການນີ້ ສະເໝີ ມຽນມາ 2-2 ປະຕູ , ເສຍ ເລບານອນ 0-2 ປະຕູ ແລະ ສ ເກົາຫຼີ 0-8 ປະຕູ ຕາມລຳດັບ. ສະຫຼຸບອັນດັບຕາຕະລາງຄະແນນ ອັນດັບ 1 ຄູເວດ ມີ 6 ຄະແນນ, ອັນດັບ 2 ສ ເກົາຫຼີ ມີ 6 ຄະແນນ, ອັນດັບ 3 ເລບານອນ ມີ 3 ຄະແນນ, ອັນດັບ 4 ທີມຊາດລາວ ມີ 1 ຄະແນນ ແລະ ອັນດັບທີ 5 ທີມຊາດມຽນມາ 1 ຄະແນນ.
ສຳລັບ ຕາຕະລາງແຂ່ງຂັນນັດຕໍ່ໄປຂອງທີມຊາດລາວ ໃນວັນທີ 13 ຕຸລາ 2015 ພົບກັບ ມຽນມາ (ບໍ່ລະບຸສະໜາມ ແລະ ເວລາ ເຈົ້າບ້ານຂອງມຽນມາ), ໃນວັນທີ 12 ພະຈິກ 2015 ພົບກັບ ເລບານອນ ທີ່ສະໜາມກິລາຄາມິລເລ ຊາມຸນ ເລບານອນ ເວລາ 17:00 ໂມງ, ໃນວັນທີ 17 ພະຈິກ 2015 ພົບກັບ ສ ເກົາຫຼີ ທີ່ສະໜາມກິລາແຫ່ງຊາດ (ຫຼັກ16) ສປປ ລາວ ເວລາ 18:00 ໂມງ ແລະ ໃນວັນທີ 24 ມີນາ 2016 ພົບກັບ ຄູເວດ ທີ່ສະໜາມກິລາອາ-ຮາມາດິ ຄູເວດ ເວລາ18:35 ໂມງ

11998958_1010047222349548_4222443027927430303_n

image

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...