spot_img
Homeຂ່າວພາຍ​ໃນສານຕັດສິນປະຫານຊີວິດ 7 ຄົນ ໃນສະຖານຄ້າຂາຍຢາເສບຕິດ

ສານຕັດສິນປະຫານຊີວິດ 7 ຄົນ ໃນສະຖານຄ້າຂາຍຢາເສບຕິດ

Published on

 

2015-09-08 08.02.22

ສານຕັດສິນປະຫານຊີວິດ 7 ຄົນ ໃນສະຖານຄ້າຂາຍຢາເສບຕິດ
—————————————
ຄະນະ​ສານ​ອາຍາ ສານປະຊາຊົນ​ຂັ້ນ​ຕົ້ນ ແຂວງ​ຫຼວງນ້ຳ​ທາ ໄດ້​ຕັດສິນ​ປະຫານ​ຊີວິດ ທ້າວ ໜໍ ອາຍຸ 45 ປີ (ສັນຊາດຈີນ) ພັກ​ເຊົາ​ຢູ່​ບ້ານ​ຊຽງ ແລະ ທ້າວ ໃໝ່​ຈ້ອຍ ຢູ່​ບ້ານ​ຊຽງ ເມືອງ​ສິງ ແຂວງ​ຫຼວງ​ນ້ຳ​ທາ ໃນສະຖານ​ຂົນສົ່ງ​ຢາ​ເສບ​ຕິດ (ເຮໂລ​ອິນ) ຕາມ​ມາດຕາ 146 ຂໍ້ 2 ວັກ 4 ຂອງ​ກົດໝາຍ​ອາຍາ.

ອີງ​ຕາມ​ສຳນວນ​ຄະດີ​ຊາບ​ວ່າ: ວັນ​ທີ 28 ສິງຫາ 2014 ທ້າວ ໜໍ ຮ່ວມ​ກັບ​ທ້າວ ໃໝ່​ຈ້ອຍ ນຳ​ເອົາ ເຮ​ໂລ​ອິນ ຈຳນວນ 2 ແທ່ງ ນ້ຳໜັກ 700 ກຼາມ ໄປ​ສົ່ງ​ໃຫ້​ທ້າວ ໜານ​ອີ່ນ ຢູ່​ບ້ານ​ຊຽງ​ມູນ ແຕ່​ໃນເວລາ​ມາ​ພັກ​ເຊົາ​ຢູ່​ເຮືອນ​ພັກແຫ່ງ​ໜຶ່ງ ​ເຂດ​ຕະຫຼາດ​ເມືອງ​ສິງ ຈຶ່ງ​ຖືກ​ເຈົ້າ​ໜ້າທີ່​ກັກ​ຕົວ​ພ້ອມຂອງ​ກາງ​ມາ​ດຳເນີນ​ຄະດີ.

ໃນ​ວັນ​ດຽວ​ກັນ ຄະນະ​ສານອາຍາ ສານ​ປະຊາຊົນ​ຂັ້ນ​ຕົ້ນ ແຂວງ​ຫຼວງ​ນ້ຳ​ທາ ໄດ້​ຕັດສິນ​ປະຫານ​ຊີວິດ​ເພີ່ມ​ອີກຄື: ທ້າວ ໃໝ່​ອຸ່ນ​ແສງ ອາຍຸ 42 ປີ ທ້າວ ໃໝ່​ຈ່າຍ​ປີ ອາຍຸ 28 ປີ ທັງ​ສອງຢູ່​ບ້ານ​ຊຽງ​ມູນ ທ້າວ ໃໝ່​ຂຸ່ງ ອາຍຸ 38 ປີ ຢູ່​ບ້ານນ້ຳ​ກຽງ ເມືອງສິງ ແຂວງ​ຫຼວງ​ນ້ຳ​ທາ ແລະ ທ້າວ ຕຸນ ອາຍຸ 35 ປີ ຢູ່​ບ້ານ​ດົງສະຫວາດ ເມືອງ​ສີ​ສັດຕະ​ນາກ ນະຄອນຫຼວງ​ວຽງ​ຈັນ ໃນ​ສະຖານ​ຂົນສົ່ງ​ຢາ​ເສບ​ຕິດ (ຢາ​ໄອ) ຕາມ​ມາດຕາ 146 ຂໍ້ 2 ວັກ 4 ຂອງ​ກົດໝາຍ​ອາຍາ ເຊິ່ງ​ຈຳເລີຍ​ທັງ 4 ຄົນ​ໄດ້​ຮັບ​ສາລະພາບວ່າ: ໃນ​ເດືອນ​ມິຖຸນາ 2013 ພວກ​ຈຳເລີຍ​ໄດ້​ຮ່ວມ​ກັນ​ຂົນສົ່ງຫົວນ້ຳ​ແຂງ (ຫົວ​ເຊື້ອ​ຜະລິດ​ຢາໄອ) ນ້ຳໜັກ 56 ກິ​ໂລ​ກຼາມ ຈາກ​ປະເທດມຽນ​ມາເຂົ້າ​ມາລາວ ແຕ່​ພໍ​ມາ​ຮອດ​ຊາຍ​ແດນ ລາວ-ມຽນ​ມາ ໄດ້​ຖືກ​ເຈົ້າ​ໜ້າທີ່ລາວ​ ກວດ​ຄົ້ນພົບ​ເຫັນ​ຢາ​ບ້າ​ຈຳນວນ​ດັ່ງກ່າວ​ພ້ອມ​ກັກ​ຕົວ.

ພ້ອມ​ກັນ​ນັ້ນ ຄະນະ​ສານ​ອາຍາ ສານ​ປະຊາຊົນ​ຂັ້ນ​ຕົ້ນ ແຂວງຫຼວງ​ນ້ຳ​ທາ ກໍ່​ຍັງ​ໄດ້​ຕັດສິນ​ປະຫານ​ຊີວິດ​ທ້າວ ໜອງ​ຂາວ ອາຍຸ 32 ປີ ທ້າວ ແປງ ອາຍຸ 49 ປີ ແລະ ທ້າວ ອິນ ອາຍຸ 30 ປີ (ສັນຊາດ​ມຽນ​ມາ) ທັງ​ສາມ​ຢູ່​ບ້ານນາ​ຄຳ ເມືອງ​ສິງ ແຂວງ​ຫຼວງນ້ຳ​ທາ ໃນ​ສະຖານ​ຂົນສົ່ງ​ຢາ​ເສບຕິດ (ຢາ​ບ້າ) ຕາມ​ມາດຕາ 146 ຂໍ້ 2 ວັກ 4 ຂອງ​ກົດໝາຍ​ອາຍາ ສ່ວນ​ທ້າວ ກອງ ອາຍຸ 26 ປີ ຢູ່​ບ້ານ​ມອມ ແລະ ທ້າວ ຄຳ​ແກ້ວ ອາຍຸ 26 ປີ ຢູ່​ບ້ານ​ນາ​ຄຳ ເມືອງສິງ ແຂວງ​ຫຼວງ​ນ້ຳ​ທາ ຖືກ​ຈຳຄຸກ​ຄົນ​ລະ 15 ປີ ພ້ອມ​ທັງ​ປັບໃໝ​ເງິນ​ຄົນ​ລະ 100.000.000 ກີບ ໃນ​ສະຖານ​ຮ່ວມ​ກັນ​ກະທຳຜິດ​ໃນ​ມາດຕາ 17 ຂອງ​ກົດໝາຍອາຍາ ພວກ​ຈຳເລີຍ​ທັງ 5 ຄົນ ໄດ້​ສາລະພາບ​ວ່າ: ໃນ​ເດືອນເມສາ 2013 ຈຳເລີຍ​ທັງ 3 ຄົນຄື: ທ້າວ ໜອງ​ຂາວ ທ້າວ ແປງ ແລະ ທ້າວ ອິນ ໄດ້​ຮ່ວມ​ກັນ​ນຳເອົາ​ຢາ​ບ້າ​ຈຳນວນ 30 ມັດ ເທົ່າກັບ 6 ກິ​ໂລ​ກຼາມ ມາ​ແຕ່​ປະເທດມຽນ​ມາ​ເຂົ້າ​ມາ​ລາວ ໂດຍ​ຈະມາ​ສົ່ງ​ໃຫ້​ທ້າວ ກອງ ແລະ ທ້າວ ຄຳ​ແກ້ວ ໄປ​ສົ່ງ​ໃຫ້​ລູກ​ຄ້າບໍ່​ຊາບຊື່ ​ຈະ​ມາ​ຮັບ​ຊື້​ຢາ​ບ້າ ແຕ່​ພໍ​ມາຮອດ​ດ່ານ​ລາວ-ມຽນ​ມາ ໄດ້​ຖືກເຈົ້າ​ໜ້າທີ່​ຄົ້ນ​ພົບ​ຈຶ່ງ​ກັກ​ຕົວ​ມາດຳເນີນ​ຄະດີ​ດັ່ງກ່າວ.

ພາບແລະຂ່າວ: ວຽງຈັນໃໝ່

Capture

 

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...