spot_img
Homeຂ່າວພາຍ​ໃນລາວ-ປາກິດສະຖານ ຫາລືການຮ່ວມມືດ້ານຂະແໜງການຢາ

ລາວ-ປາກິດສະຖານ ຫາລືການຮ່ວມມືດ້ານຂະແໜງການຢາ

Published on

ລາວ-ປາກິດສະຖານ ຫາລືການຮ່ວມມືດ້ານຂະແໜງການຢາ

ກອງ​ປະຊຸມ​ພົບ​ປະ​ລະຫວ່າງ​ຜູ້​ປະກອບ​ການ ນັກທຸລະກິດ​ຂະແໜງການ​ຢາ ​ສປປ ລາວ ແລະ ຜູ້​ປະກອບ​ການ​ໃນ​ຂະແໜງການ​ຢາ​ປະເທດ​ປາ​ກິດ​ສະຖານ ໄດ້​ມີ​ຂຶ້ນ​ວັນ​ທີ 13 ກັນຍາ 2013 ຢູ່​ສະພາ​ການ​ຄ້າ ແລະ ອຸດສາຫະກຳ​ແຫ່ງ​ຊາດ​ລາວ ໂດຍ​ເປັນ​ປະທານ​ຂອງ​ທ່ານ ຂັນ​ທະ​ວົງ ດາລາ​ວົງ ເລຂາທິການ​ໃຫຍ່​ສະພາ​ການ​ຄ້າ ແລະ ອຸດສາຫະກຳ​ແຫ່ງ​ຊາດ​ລາວ ມີ​ບັນດາ​ຜູ້​ປະກອບ​ການ​ໃນ​ຂະແໜງການ​ຢາ​ຈາກ ລາວ-ປາ​ກິດ​ສະຖານ ແລະ ແຂກ​ຖືກ​ເຊີນ​ເຂົ້າ​ຮ່ວມ.

ຈຸດປະສົງ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້ ເພື່ອ​ຄົ້ນຄວ້າ​ປຶກສາ​ຫາລື ແລະ ຊອກ​ຫາ​ຊ່ອງ​ທາງ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ຊື້-ຂາຍ ການ​ຮ່ວມ​ມື ແລະ ລົງທຶນ​ຮ່ວມ​ກັນ​ທາງ​ດ້ານ​ທຸລະ​ກິດ​ຂະແໜງການ​ຢາ ລະຫວ່າງ​ຜູ້​ປະກອບ​ການ​ທັງ​ສອງ​ປະເທດ ລາວ-ປາ​ກິດ​ສະຖານ ເນື່ອງ​ຈາກ​ປະເທດ​ປາ​ກິດ​ສະຖານ ແມ່ນ​ປະເທດ​ໜຶ່ງ​ທີ່​ຂະແໜງການ​ຢາ​ມີ​ການ​ຂະຫຍາຍຕົວ​ຢ່າງ​ວ່ອງໄວ ທັງ​ສາມາດ​ຜະລິດ​ຢາ ແລະ ປິ່ນປົວ​ຄົນ-ສັດ​ທີ່​ມີ​ຄຸນ​ນະ​ພາບ ໄດ້​ມາດຕະຖານ​ສາກົນ ກໍ​ເລີຍ​ມີ​ຄວາມ​ສົນໃຈ​ຈະ​ມາ​ຮ່ວມ​ມື​ກັບ​ຜູ້​ປະກອບ​ການ​ຂະແໜງການ​ຢາ​ຢູ່​ຂົງເຂດ​ອາຊີ​ຕາເວັນ​ອອກສຽງ​ໃຕ້ ໂດຍ​ສະເພາະ​ແມ່ນ ​ສສ.ຫວຽດນາມ ແລະ ​ສປປ ລາວ.

ການ​ພົບ​ປະ​ໃນ​ຄັ້ງ​ນີ້​ແມ່ນ​ມີ​ຄວາມ​ສຳຄັນ​ຢ່າງ​ຍິ່ງ ແລະ ເປັນ​ຄັ້ງ​ປະຫວັດສາດ​ສຳລັບ​ຜູ້​ປະກອບ​ການ​ຂະແໜງການ​ຢາ​ຂອງ ​ສປປ ລາວ ເຊິ່ງ​ນອກຈາກ​ໄດ້​ມີ​ໂອກາດ​ໂອ້​ລົມ​ກັບ ບັນດາ​ຜູ້​ຜະລິດ​ຢາ​ປົວ​ພະຍາດ​ທີ່​ມີ​ຊື່​ສຽງ​ຂອງ​ປາ​ກິດ​ສະຖານ​ແລ້ວ ຍັງ​ຈະ​ສາມາດ​ປຶກສາ​ຫາລື​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ຮ່ວມ​ມື ແລະ ຊື້​ຢາ​ປົວ​ພະຍາດ​ຈາກ​ຜູ້​ຜະລິດ​ໂດຍ​ກົງ ເຊິ່ງ​ຈະ​ມີ​ລາຄາ​ຖືກ​ກວ່າ​ການ​ນຳ​ເຂົ້າ​ຈາກ​ປະເທດ​ເພື່ອນ​ບ້ານ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...