Homeຂ່າວການພັດທະນາອັດຕະປື ຈະສູ້ຊົນເຮັດໃຫ້ ຈີດີພີ ສະເລ່ຍ 2.900 ໂດລາສະຫະລັດ ຕໍ່ຄົນຕໍ່ປີ

ອັດຕະປື ຈະສູ້ຊົນເຮັດໃຫ້ ຈີດີພີ ສະເລ່ຍ 2.900 ໂດລາສະຫະລັດ ຕໍ່ຄົນຕໍ່ປີ

Published on

f-attapeu
(ພາບປະກອບ)

ຂປລ. ນັບ​ແຕ່​ນີ້​ຈົນ​ເຖິງ​ປີ 2020 ​ແຂວງ​ອັດ​ຕະປຶ​ ຈະ​ສູ້​ຊົນ​ເຮັດ​ໃຫ້​ ຜະລິດ​ຕະພັນ​ພາຍ​ໃນ GDP ​ໃຫ້​ໄດ້ສະ​ເລ່ຍ 2.900 ​ໂດລາ​ສະຫະລັດ ​ຕໍ່​ຄົນ​/ປີ ​ຈາກ 1.700 ​ໂດ​ລະສະ​ຫະລັດ​ຕໍ່​ຄົນ/ປີ​ ໃນ​ປັດຈຸບັນ, ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ ​ຂະຫຍາຍຕົວ​ສະ​ເລ່ຍ 14% ຕໍ່​ປີ, ​ໃນ​ນັ້ນ ກະສິກໍາ–ປ່າ​ໄມ້ 8%, ອຸດສາຫະກໍາ 13,40% ​ແລະ ບໍລິການ 15-20% ຕໍ່​ປີ, ອັດຕາ​ເງິນ​ເຟີ້​ ໃຫ້​ຢູ່​ໃນ​ລະດັບທີ່​ເໝາະ​ສົມ 5%, ສູ້​ຊົນ​ປະຕິບັດ​ລາຍ​ຮັບ ​ເຂົ້າ​ງົບປະມານ​ ທັງ​ໝົດ​ໃຫ້​ໄດ້​ໃນ​ ລະຫວ່າງ 10-15% ຂອງGDP,  ດຸນ​ງົບປະມານ​ໃຫ້​ຢູ່​ໃນ​ລະດັບ​ບໍ່​ເກີນ 5-10%, ຄວາມ​ຕ້ອງການ​ທຶນ​ ເພື່ອ​ການ​ພັດທະນາ​ປະມານ 50% ຫລື​ປະມານ 7,1 ພັນ​ຕື້​ກີບ, ສູ້​ຊົນ​ເຮັດ​ໃຫ້​ມູນ​ຄ່າ​ການ​ສົ່ງ​ອອກ ​ຂະຫຍາຍຕົວ​ໃນ​ລະດັບ​ບໍ່​ຫລຸດ 15% ​ແລະ ການ​ນໍາ​ເຂົ້າ​ບໍ່​ເກີນ 10%. ນີ້​ແມ່ນ​ບາງ​ຄໍາ​ເຫັນ​ຂອງ​ທ່ານ ​ແຄນ​ທອງ ສີ​ສຸ​ວົງ ຮອງ​ເຈົ້ົາ​ແຂວງໆ ​ອັດ​ຕະປື​ ກ່າວ​ຕໍ່​ກອງ​ປະຊຸມ​​ໃຫຍ່ ຄັ້ງ​ທີ X ຂອງ​ອົງຄະນະ​ພັກແຂວງ​ອັດ​ຕະປື​ ເມື່ອ​ບໍ່​ດົນ​ມໍ່​ມາ​ນີ້.

ທ່ານ ຮອງ​ເຈົ້າ​ແຂວງໆ​ອັດ​ຕະປື ກ່າວ​ຕື່ມ​​ວ່າ: ​ເພື່ອ​ຢາກ​ເຮັດ​ໄດ້​ຕາມ ​ຕົວ​ເລກ​ເປົ້າ​ໝາຍ​ດັ່ງ ກ່າວ​ນັ້ນ ​ແຂວງ​ອັດ​ຕະປື ຈະ​ສືບ​ຕໍ່​ເປີດ​ກວ້າງ ​ການ​ຮ່ວມ​ມື​ກັບ​ສາ​ ກົນ ​ດ້ວຍ​ຫລາຍ​ຮູບ​ຫລາຍ​ສີ, ​ເປັນ​ເຈົ້າ​ການ​ຕາມ​ທິດ​ທາງ​ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​​ໂຫຍ​ດ, ສ້າງ​ເງື່ອນ​ໄຂ​ເອື້ອ​ອໍານວຍ ໃຫ້​ແກ່​ການ​ເຊື່ອມ​ໂຍງ​ກັບ​ພາກ​ພື້ນ, ນໍາ​ໃຊ້​ທ່າ​ແຮງ​ທີ່​ບົ່ມຊ້ອນ ​ແລະ ຂໍ້​ໄດ້​ປຽບຂອງ​ແຂວງ, ຮັບປະກັນ​ ການ​ພັດທະນາ​ທີ່​ຍືນ​ຍົງ, ມີ​ຄວາມ​ສອດຄ່ອງ​ກົມກຽວ​ ລະຫວ່າງ​ການ​ພັດທະນາ ​ເສດຖະກິດ-ວັດທະນະ​ທໍາ ​ແລະ ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ,ທັງ ​ເປັນ​ເຈົ້າ​ການ​ຮັບ​ມື​ກັບ​ ໄພ​ທໍາ​ມະ​ຊາດ​ຢ່າງ​ທັນ​ການ, ຮັບປະກັນ​ການ​ພັດທະນາ ​ຊົນນະບົດ​ຮອບດ້ານ ​ຕິດພັນ​ກັບ​ການ​ແກ້​ໄຂ​ຄວາມທຸກ​ຍາກ, ພັດທະນາ ​ຊັບພະຍາກອນ​ມະນຸດ ​ໃຫ້​ມີ​ຄຸນ​ນະພາ​ບ, ສ້າງ​ກໍາລັງ​ແຮງ​ງານ​ໃຫ້​ມີ​ສີມື, ມີ​ລະບຽບ​ວິໄນ ​ແລະ ອົດທົນ, ສ້າງ​ໃຫ້​ໄດ້​ຊ່ຽວຊານ ​ທາງ​ດ້ານ​ວິຊາ​ການ ​ແລະ ​ເຕັກນິກ, ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ພະນັກງານ​ລັດ, ວິ​ສາ​ຫະກິດ ​ແລະ ຜູ້​ປະກອບ​ການ​ ສາມາດ​ແຂ່ງຂັນ​ໄດ້​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ, ຮັກສາ​ສະຖຽນ​ລະ​ພາບ​ ທາງ​ດ້ານ​ການ​ເມືອງ, ຮັບປະ​ກັນ​ຄວາມ​ສະຫງົບ ​ແລະ ມີ​ຄວາມ​ເປັນ​ລະບຽບ​ ຮຽບຮ້ອຍ​ໃນ​ສັງຄົມ ​ຢ່າງ​ໜັກ​ແໜ້ນ, ມີ​ຄວາມ​ສາມັກຄີ​ປອງ​ດອງ ປະ​ຊາ​ທິປະ​ໄຕ​ຍຸຕິ​ທໍາ ​ແລະ ສີວິ​ໄລ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...