spot_img
Homeຂ່າວຕ່າງປະເທດເກີດເຫດຂັ້ນໄດເລື່ອນຈີນ.. ຍຸບຕົວຢ່າງກະທັນຫັນ

ເກີດເຫດຂັ້ນໄດເລື່ອນຈີນ.. ຍຸບຕົວຢ່າງກະທັນຫັນ

Published on

news03

ສຳ​ນັກ​ຂ່າວ​ປະເທດ​ຈີນ​ລາຍ​ງານ​ວ່າ ເກີດ​ເຫດ​​ຂັ້ນ​ໄດ​ເລື່ອນ ບໍລິເວນ​ສູນ​ການ​ຄ້າ​ແຫ່ງ​ໜຶ່ງ​ໃນ​ນະຄອນ​ຊ່ຽງ​ໄຮ້ ເມື່ອ​ຢູ່​ດີໆ ແຜ່ນ​ຂັ້ນ​​ໄດ​ເລື່ອນ​ນັບ​ສິບ​ຂັ້ນ​ເກີດ​​ຍຸບ​ຕົວ​ລົງ​ໄປ ເຜີຍ​ໃຫ້​ເຫັນ​ຊິ້ນ​ສ່ວນ​ເຄື່ອງ​ຈັກ​​ຕ່າງໆ ທີ່​ຢູ່​ກ້ອງຂັ້ນ​​ໄດ​ເລື່ອນ ແຕ່​ນັບ​ວ່າ​ໂຊ​ກດີ​ທີ່​ບໍ່ມີ​ຜູ້​ໃດ​ປະ​ສົບ​ເຫດ​ດັ່ງ​ກ່າວ

ເຫດ​ດັ່ງ​ກ່າວ​ເກີດ​ຂຶ້ນ​ເມື່ອວັນທີ່ 4 ກັນຍາ ຕາມ​ເວລາ​ທ້ອງ​ຖິ່ນ ຂັ້ນ​ໄດ​ເລື່ອນ​​ທີ່​ສູນ​ການ​ຄ້າ​ແຫ່ງ​ໜຶ່ງ​ເກີດ​ຂັດ​ຂ້ອງ​ແລະ​ຍຸບ​ຕົວ​ລົງ​ໄປ​ຢ່າງ​ກະ​ທັນ​ຫັນ ພະຍານ​ຜູ້​ເຫັນ​ເຫດການ​ເປີດ​ເຜີຍ​ວ່າ ຕອນ​ເກີດ​ເຫດ​ ໄດ​ເລື່ອນ​ກໍເກີດ​ຕິດ​ຂັດ​ແລະ​ຂັດ​ຂ້ອງ ກ່ອນ​ທີ່​ແຜ່ນ​ຂັ້ນ​​ໄດ​ຈະ​ຍຸບ​ຕົວ​ລົງ ​ຕັ້ງ​ແຕ່​ຈາກ​ຊັ້ນ​ເທິງ​ລົງ​ມາ​ເຖິງ​ຊັ້ນ​ລຸມ ເສຍ​ຫາຍ​ໄປ​ກວ່າ 10 ຂັ້ນ ແຕ່​ໂຊ​ກດີ​ທີ່​​ເວລາ​ນັ້ນ​ບໍ່​ມີ​ຜູ້​ໃດ​ໃຊ້​ຂັ້ນໄດ​ເລື່ອນ ເຈົ້າ​ຫນ້າທີ່​ສູນ​ການ​ຄ້າ​ທີ່​ຢູ່​ໃກ້​ຄຽງ ຈຶ່ງ​ເຂົ້າ​ມາ​ກົດ​ປຸ່ມ​ຢຸດ​ການເຮັດວຽກແລະ​ປິດ​ກັ້ນ​ພື້ນ​ທີ່​ເອົາ​ໄວ້

ຈາກ​ການ​ກວດ​ສອບ​ພົບ​ວ່າ ຂັ້ນ​ໄດ​ເລື່ອນ​ທີ່​ເກີດ​ເຫດ​ນັ້ນ ເປີດ​ໃຊ້​ບໍລິການ​ມາ​ຫລາຍ​ປີ​ ທີ່​ຜ່ານມາ​ມີ​ລາຍ​ງານ​ບັນຫາ​ເທກ​ນິກ​ເປັນ​ບາງເທື່ອ ມີ​ເຈົ້າ​ຫນ້າທີ່​ສ້ອມ​ແຊມ​ແລະ​ເປີດ​ໃຊ້​ບໍລິການ​ໄດ້​ຕາມ​ປົກກະຕິ ແຕ່​ຈຸດ​ດັ່ງ​ກ່າວ​ບໍ່ແມ່ນ​ຈຸດ​ທີ່​ຜູ້​ໃຊ້​ບໍລິການ​​ພ່ານ ເຮັດໃຫ້​ເຫດ​ດັ່ງ​ກ່າວ​ບໍ່​ມີ​ຜູ້​ປະ​ສົບ​ເຫດ ສ່ວນ​ເຫດ​ດັ່ງ​ກ່າວ​ເປັນ​ເທື່ອ​ທຳອິດ​ທີ່ເກີດຂື້ນ​ກັບ​ຂັ້ນໄດ​ເລື່ອນ​ຕົວ​ນີ້

ຢ່າງໃດ​ກໍ​ຕາມ ພາຍ​ຫລັງ​ຈາກ​ເຫດ​ທີ່ເກີດຂື້ນ​ກັບ​ຂັ້ນໄດ​ເລື່ອນ​ອີກ​ເທື່ອ ເຮັດໃຫ້​ສັງຄົມ​ອອນ​ໄລນ໌​ວິ​ພາກ​ວິ​ຈານ​ແລະ​ຖົກ​ຖຽງ​ເລື່ອງ​ຄວາມ​ປອດ​ໄພ​ໃນ​ການ​ໃຊ້​ຂັ້ນ​ໄດ​ເລື່ອນ ຄວນ​ໃຊ້​ຢ່າງໃດ​ໃຫ້​ຖືກ​ວິທີ ແລະ​ຈະ​ຮູ້​ໄດ້​ຢ່າງໃດ​ວ່າ​ປອດ​ໄພ

 

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...