spot_img
Homeຂ່າວພາຍ​ໃນຫາລືການຂະຫຍາຍໄຟຟ້າລົງສູ່ຊົນນະບົດ

ຫາລືການຂະຫຍາຍໄຟຟ້າລົງສູ່ຊົນນະບົດ

Published on

ຫາລືການຂະຫຍາຍໄຟຟ້າລົງສູ່ຊົນນະບົດ

ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ການ​ຂະຫຍາຍ​ຕາ​ໜ່າງ​ໄຟຟ້າ​ຊົນນະບົດ ຈັດ​ຂຶ້ນ​ວັນ​ທີ 11 ກັນຍາ 2013 ທີ່​ໂຮງແຮມ​ເສດ​ຖາ​ປາ​ລາ​​ສ ໂດຍ​ມີ​ທ່ານ ຫັດສະດີ ສີ​ສຸ​ລາດ ຫົວໜ້າ​ສະ​ຖາ​ບັນ​ສົ່ງເສີມ​ພະລັງງານ​ທົດ​ແທນ ກະຊວງ​ພະລັງງານ ແລະ ບໍ່​ແຮ່ ທ່ານ Christer Nyman ຫົວໜ້າ​ທີ່​ປຶກສາ​ດ້ານ​ວິຊາ​ການ​ຂອງ​ອົງການ EEP Mekong ທ່ານ Yves Maigne ຜູ້ອຳນວຍການ​ໃຫຍ່​ກອງ​ທຶນ Fondem ມີ​ຫົວໜ້າ​ພະ​ແນກ​ພະລັງງານ ແລະ ບໍ່​ແຮ່​ແຂວງ​ຫຼວງ​ພະ​ບາງ ຕາງໜ້າ​ອົງ​ການຈັດຕັ້ງ​ສາກົນ ປະຈຳ​ລາວ ແລະ ພະນັກງານ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ສຳລັບ​ຈຸດປະສົງ​ຂອງ​ການ​ປຶກສາ​ຫາລື​ຄັ້ງ​ນີ້ ແມ່ນ​ແນໃສ່​ເພື່ອ​ເປັນ​ການ​ຂະຫຍາຍ​ໄຟຟ້າ​ພະລັງງານ​ທົດ​ແທນ ໃຫ້​ແກ່​ປະຊາຊົນ​ໃນ​ສອງ​ບ້ານ​ຂອງ​ແຂວງ​ຫຼວງ​ພະ​ບາງ ສາມາດ​ຊົມໃຊ້​ໄຟຟ້າ​ໄດ້​ຢ່າງ​ທົ່ວ​ເຖິງ ປະກອບສ່ວນ​ໃນ​ການ​ລຶບລ້າງ​ຄວາມທຸກ​ຍາກ ທັງ​ເປັນ​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ຂະຫຍາຍ​ຕາ​ໜ່າງ​ໄຟຟ້າ ໃນ​ຂອບ​ເຂດ​ທົ່ວ​ປະເທດ ໃຫ້​ໄດ້ 90% ໃນ​ປີ 2020 ສ່ວນ​ກິດຈະກຳ​ຂອງ​ໂຄງການ ແມ່ນ​ຈະ​ໄດ້​ຂະຫຍາຍ​ຕາ​ຂ່າຍ​ໄຟຟ້າ​ເຂົ້າ​ບ້ານ​ຫ້ວຍ​ຜາ ຊຶ່ງ​ປະກອບ​ມີ 83 ຄົວ​ເຮືອນ ມີ​ພົນລະເມືອງ 500 ກວ່າ​ຄົນ ໂດຍ​ການ​ຕິດ​ຕັ້ງ​ແຜງ​ພະລັງງານ​ແສງ​ຕາເວັນ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດພະເທບ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ. ໃນຕອນບ່າຍຂອງວັນທີ 22 ເມສາ 2025,...

ນັກທ່ອງທ່ຽວຕ່າງຊາດທີ່ຈະເດີນທາງເຂົ້າໄທ ດ້ວຍພາສປອດຕ້ອງໄດ້ຂຽນຟອມອອນລາຍ ເລີ່ມ 1 ພຶດສະພານີ້

ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ (ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ຈະເດີນທາງໄປປະເທດໄທ ຕ້ອງໄດ້ເຂົ້າຕື່ມແບບຟອມ (TDAC) ລິ້ງ https://tdac.immigration.go.th/arrival-card/#/home ທາງອອນລາຍ...

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...