ໃນການແຂ່ງຂັນບານເຕະລຸ້ນບໍ່ເກີນອາຍຸ 19 ປີ ຫຼື U-19 ທີ່ລາວເຮົາໄດ້ຮັບກຽດເປັນເຈົ້າພາບລະຫວ່າງວັນທີ 22 ສິງຫາ – ວັນທີ 4 ກັນຍາ 2015 ນີ້, ນັດຊີງອັນດັບ 3 AFF U-19 Championship 2015 ໃນມື້ນີ້ທີມຊາດລາວລົງສະໜາມພົບກັບທີມຊາດມາເລເຊຍ ເຊີ່ງຈະລົງແຂ່ງຂັນໃນເວລາ 16:00 ໂມງ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫລັກ 16, ຈົບລົງແບບສວຍງາມຕາມຄວາມຄາດຫວັງຂອງແຟນບານຊາວລາວເຮົາໃນເກມການແຂ່ງຂັນເຄີ່ງເວລາທຳອິດຍັງບໍ່ສາມາດຍິງປະຕູກັນໄດ້ຈົນຈົບເຄີ່ງເວລາທຳອິດ, ພໍມາເຖິງເຄີ່ງເວລາທີ 2 ກໍ່ຖືວ່າລາວເຮົາມີໂອກາດຫຼາຍຄັ້ງ ແລະ ໃນທ່າມກາງຄວາມໃກ້ຈະສີ້ນຫວັງຂອງແຟນບານຊາວລາວເຮົາກໍ່ມີສຽງໂຮຂື້ນກ່ອນໝົດເວລາ 5 ນາທີສຸດທ້າຍທີມຊາດລາວເຮົາສາມາດຍິງປະຕູໄດ້ໃນນາທີທີ່ 85 ຂື້ນນຳ 1-0 ປະຕູ ເບີ່ງຄືວ່າຈະຈົບພຽງເທົ່ານີ້ແຕ່ວ່າທີມຊາດມາເລຍເຊຍ ມາຕີສະເໜີໃນນາທີທີ່ 90 ເປັນ 1-1 ປະຕູ ເຮັດໃຫ້ຕ້ອງຕໍ່ເວລາພິເສດຕື່ມ ແລະ ທີມຊາດລາວກໍ່ບໍ່ເຮັດໃຫ້ຜິດຫວັງແຂ່ງຂັນ 120 ນາທີ ທີມຊາດລາວເອົາຊະນະທີມຊາດມາເລເຊຍໄປໄດ້ 3-2 ປະຕູ ລວມປະຕູທັງໝົດ 4-3 ປະຕູ ເຮັດໃຫ້ທີມຊາດລາວຄວ້າອັນດັບທີ 3 ແລະ ທີຊາດມາເລເຊຍ ອັນດັບທີ 4 ຂອງການແຂ່ງຂັນບານເຕະ ຊິງແຊ້ມອາຊຽນຮຸ້ນອາຍຸບໍ່ເກີນ 19 ປີທີ່ລາວເຮົາໄດ້ຮັບກຽດເປັນເຈົ້າພາບ
ໃນທີ່ສຸດກໍ່ເປັນໄປຕາມຄວາມຫວັງລາວໄດ້ທີ 3 ບານເຕະ U-19
1649

ບົດຄວາມຫຼ້າສຸດ
ຂ່າວຕ່າງປະເທດ
ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ
ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ.
ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...
ກົດໝາຍ
ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ
ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້.
ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...
ຂ່າວພາຍໃນ
ລາວ-ສ.ເກົາຫຼີ ລົງນາມຮ່ວມມື ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ມູນຄ່າ 9.9 ລ້ານໂດລາ
ລາວ-ສ.ເກົາຫຼີ ລົງນາມບົດບັນທຶກການຮ່ວມມື (Record of Discussion-ROD) ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ
ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໄດ້ຈັດພິທີລົງນາມບົດບັນທຶກການຮ່ວມມື...
ຂ່າວການຮ່ວມມື
ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ
ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...