spot_img
Homeຂ່າວພາຍ​ໃນຫວຽດນາມ‬ຈະລ້າງຕາໄທໄດ້ບໍ່ໃນບານເຕະ ຢູ-19 ຊີງແຊ້ມ ອາຊຽນ 2015 ແລງມື້ນີ້ !

ຫວຽດນາມ‬ຈະລ້າງຕາໄທໄດ້ບໍ່ໃນບານເຕະ ຢູ-19 ຊີງແຊ້ມ ອາຊຽນ 2015 ແລງມື້ນີ້ !

Published on

ເປັນອັນວ່າ ໃກ້ຈະອາວະ ສານລົງແລ້ວ ສຳລັບການແຂ່ງຂັນບານເຕະເຍົາວະຊົນ ຮຸ່ນ ອາຍບໍ່ເກີນ 19 ປີ ຊີງແຊ້ມ ອາຊຽນ ຫຼື AFF Championship 2015 ທີ່ ສປປ ລາວ ເປັນເຈົ້າພາບ ແລະ ກໍ່ເປັນ ໄປຕາມຄວາມຄາດໝາຍ ເຊິ່ງ ຖືວ່າ ເປັນຍຸກສຸດຍອດຂອງທັງ 2 ຊາດນີ້ເລີຍກໍ່ວ່າໄດ້ ບໍ່ວ່າ ຈະເປັນການແຂ່ງຂັນບານເຕະ ລາຍການໃດກໍ່ຕາມໃນອາຊຽນ ເຊັ່ນ: ກິລາ ຊີເກມ, ຊູຊູກິ ຄັບ ລວມເຖິງ AFF ຢູ-16 ແລະ ຢູ-19 ຄູ່ຊີງຊະນະເລີດກໍ່ໜີບໍ່ພົ້ນ ທີມຊາດໄທກັບທີມຊາດຫວຽດນາມ ເຊິ່ງມີໜ້ອຍຄັ້ງທີ່ຈະມີທີມຊາດອື່ນທີ່ຜ່ານເຂົ້າມາເຖິງຮອບນີ້ໄດ້.
ເກມຮອບຊີງຊະນະເລີດ ທີ່ຈະລົງແຂ່ງຂັນໃນຕອນແລງມື້ນີ້ (ວັນທີ 4 ກັນຍາ) ເວລາ 19:00 ໂມງ ລະຫວ່າງ ຢູ-19 ທີມຊາດຫວຽດນາມ ຮອງ ແຊ້ມເກົ່າ 2 ປີຊ້ອນ (2013 ແລະ 2014) ແລະ ອະດີດ ແຊ້ມ ປີ 2007 ພົບກັບ ຢູ-19ທີມຊາດໄທ ອະດີດແຊ້ມ 3 ສະໄໝ (2002, 2009 ແລະ 2011) ຖືໄດ້ວ່າ ເປັນ ຄູ່ຊີງທີ່ສົມສັກສີ ແລະ ເປັນ ຄູ່ປັບຕະຫຼອດໃນວົງການບານເຕະອາຊຽນ ເຊິ່ງສະຖິຕິການພົບກັນຂອງທັງ 2 ທີມໃນລາຍ ການນີ້ 6 ຄັ້ງ ທີມຊາດໄທ ດີ ກວ່າເລັກນ້ອຍ ໂດຍທີມຊາດ ໄທ ຊະນະ 2 , ເສຍ 1 ແລະ ສະເໝີ 3 ນັດ ຄື: ປີ 2002 ທີ່ປະເທດໄທ ແລະ ກຳປູເຈຍ ເປັນເຈົ້າພາບຮ່ວມ ໄທ ເອົາຊະນະ ຫວຽດນາມ ຫວຸດຫວິດ 3-2 ໃນຮອບ 4 ທີມ ຕໍ່ມາໃນ ປີ 2006 ທີ່ປະເທດມາເລເຊຍ ເປັນເຈົ້າພາບ ໄທ ກໍ່ສາມາດເອົາ ຊະນະ ຫວຽດນາມ ໄປໄດ້ອີກ 2-1 ແຕ່ໃນຄັ້ງນັ້ນ ມີພຽງ 4 ທີມເຂົ້າຮ່ວມ ຄື: ມາເລເຊຍ ເຈົ້າພາບ, ອອສເຕຣເລຍ, ໄທ ແລະ ຫວຽດນາມ ແຂ່ງແບບ ພົບກັນໝົດ. ປີ 2007 ທີ່ ສສ ຫວຽດນາມ ເປັນເຈົ້າພາບ ທັງ 2 ທີມສະເໝີກັນ 1-1 ໃນ ຮອບແບ່ງກຸ່ມ A ແລະ ປີ 2010 ໃນຮອບແບ່ງກຸ່ມ ກຸ່ມ B ທັງ 2 ທີມກໍ່ສະເໝີກັນອີກ 1-1 ປະຕູ ສ່ວນປີ 2011 ທີ່ ປະເທດມຽນມາ ເປັນເຈົ້າພາບ ຮອບຊີງຊະນະເລີດ ຫວຽດນາມ ໄລ່ຕີສະເໝີ ໄທ 1-1 ກ່ອນຈະພາດທ່າໃຫ້ ໄທ ໃນການຍິງຈຸດໂທດ 4-5 ປະຕູ ແລະ ຄັ້ງຫຼ້າສຸດທີ່ພົບກັນ ປີ 2013 ທີ່ປະເທດອິນໂດເນເຊຍ ຫວຽດນາມ ສາມາດເອົາຊະນະ ໄທ ຫວຸດຫວິດ 3-2 ໃນຮອບ ແບ່ງກຸ່ມ ກຸ່ມ B ພ້ອມສົ່ງ ໄທ ຕົກຮອບແບ່ງກຸ່ມ.
ສຳລັບເສັ້ນທາງສູ່ຮອບຊີງ ຊະນະເລີດຂອງທັງ 2 ທີມ ຖື ວ່າສົດໃສ ໂດຍທີມຊາດໄທ ເປັນແຊ້ມກຸ່ມ A ສ່ວນທີມ ຊາດຫວຽດນາມ ເປັນແຊ້ມກຸ່ມ B; ໃນຮອບແບ່ງກຸ່ມ ກຸ່ມ A ນັດທຳອິດ ໄທ ເອົາຊະນະ ລາວ 2-1, ນັດທີ 2 ຖະຫຼົ່ມ ຟີລິບ ປິນ 4-1, ນັດທີ 3 ຖະຫຼົ່ມ ບຣູໄນ 6-0 ແລະ ຖະຫຼົ່ມກຳ ປູເຈຍ ອີກ 6-0 ໃນນັດສົ່ງທ້າຍ ມີ 12 ຄະແນນເຕັມ ຜ່ານເຂົ້າ ຮອບຮອງຊະນະເລີດ ໃນຖາ ນະແຊ້ມກຸ່ມ A ໄປພົບກັບ ມາ ເລເຊຍ ຮອງແຊ້ມ 3 ສະໄໝ ກ່ອນຈະຖະຫຼົ່ມ ມາເລເຊຍ ໄປ ແບບໝົດສະພາບ 5-0 ປະຕູ.
ຂະນະທີ່ ຫວຽດນາມ ໃນຮອບແບ່ງກຸ່ມ ກຸ່ມ B ນັດ ທຳອິດ ຊະນະ ຕີມໍເລສເຕ 2-0, ນັດທີ 2 ສະເໝີ ມາເລ ເຊຍ 0-0 ກ່ອນນັດທີ 3 ຈະມາ ຖະຫຼົ່ມ ສິງກະໂປ 6-0 ແລະ ນັດສົ່ງທ້າຍ ໄລ່ຕ້ອນ ມຽນມາ 2-0 ຜ່ານເຂົ້າຮອບ 4 ທີມໃນ ຖານະແຊ້ມກຸ່ມ B ມີ 10 ຄະແນນ ກ່ອນຈະມາຖະຫຼົ່ມ ທີມຊາດລາວ ໄປແບບຂາດ ຮອຍ 4-0 ຜ່ານເຂົ້າຮອບຊີງຊະນະເລີດໄດ້ຕາມຄາດໝາຍ.
ແຕ່ທັງນີ້, ທັງນັ້ນ ຖ້າເຮົາ ເບິ່ງຈາກສະຖິຕິການພົບກັນ ຂອງທັງ 2 ທີມ ຖືວ່າສູສີກັນ ແຕ່ຖ້າມາເບິ່ງຟອມການຫຼິ້ນໃນຕອນນີ້ແລ້ວ ທີມຊາດໄທ ດີກວ່າ ເຊິ່ງເບິ່ງຈາກຜົນປະຕູໄດ້ ເສຍ
ແນວໃດກໍ່ຕາມ ແມ່ນຫຍັງກໍ່ເກີດຂຶ້ນໄດ້ ໃຜຊິຄິດວ່າ ຫວຽດນາມ ຈະຖະຫຼົ່ມລາວ ໄປແບບໝົດສະພາບປານນັ້ນ ທັງໆ ທີເຄິ່ງເວລາທຳອິດ ເກມຂອງລາວດີກວ່າທຸກຢ່າງພຽງແຕ່ ເສຍປະຕູໄວ ແລະ ຍິງປະ ຕູຄູ່ຕໍ່ສູ້ບໍ່ໄດ້ຊື່ໆແຕ່ນີ້ຄື ຫວຽດນາມ ທັງໝົດທັງປວງຕ້ອງຍົກໃຫ້ນັກເຕະຫວຽດນາມທຸກໆຄົນ ໂດຍເພາະ Hà Đức Chinh ທີ່ຍິງຄົນດຽວ 3 ປະຕູ ລວມເຖິງການປັບເກມການຫຼິ້ນ ຂອງຄູເຝິກໃນເຄິ່ງຫຼັງເຮັດໃຫ້ ຊາວຫວຽດນາມ ທີ່ຢູ່ໃນ ສປປ ລາວ ກໍ່ຄືຜູ້ຊົມທີ່ຢູ່ທາງບ້ານ ສະເຫຼີມສະຫຼອງວັນຊາດ ຄົບ ຮອບ 70 ຢ່າງຄຶກຄື້ນມ່ວນຊື່ນ ແລະ ຈະຍິ່ງຄຶກຄື້ນກວ່ານີ້ ຖ້າຫາກຂຸນພົນນັກເຕະຫວຽດນາມ ສາມາດລ້າງຕາ ທີມຊາດໄທ ໄດ້ສຳເລັດ ຫຼັງເຄີຍປະລາ ໄຊໃຫ້ໄທ ໃນຮອບຊີງຊະນະເລີດເມື່ອ 4 ກ່ອນ.
U-19-Thailand-National-Football-Team2-800x445

ບົດຄວາມຫຼ້າສຸດ

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...

ລາວ-ສ.ເກົາຫຼີ ລົງນາມຮ່ວມມື ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ມູນຄ່າ 9.9 ລ້ານໂດລາ

ລາວ-ສ.ເກົາຫຼີ ລົງນາມບົດບັນທຶກການຮ່ວມມື (Record of Discussion-ROD) ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໄດ້ຈັດພິທີລົງນາມບົດບັນທຶກການຮ່ວມມື...

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...