spot_img
Homeຂ່າວພາຍ​ໃນຈັດກອງປະຊຸມສຳມະນາປັບປຸງກົດຫມາຍວ່າດ້ວຍລັດຖະບານ, ການປົກຄອງທ້ອງຖິ່ນ ແລະ ຮ່າງກົດຫມາຍວ່າດ້ວຍນະຄອນຫລວງ ແລະ ເທດສະບານ

ຈັດກອງປະຊຸມສຳມະນາປັບປຸງກົດຫມາຍວ່າດ້ວຍລັດຖະບານ, ການປົກຄອງທ້ອງຖິ່ນ ແລະ ຮ່າງກົດຫມາຍວ່າດ້ວຍນະຄອນຫລວງ ແລະ ເທດສະບານ

Published on

fri13sep4

ໃນລະຫວ່າງວັນທີ 12-13 ກັນຍາ 2013 ທີ່ຫໍປະຊຸມ ແຫ່ງຊາດ (ຫຼັກ 6) ນະຄອນ ຫຼວງວຽງຈັນ ໄດ້ຈັດກອງປະຊຸມສຳມະນາກ່ຽວກັບການ ປັບປຸງກົດໝາຍຈຳນວນ 2 ສະບັບຄື: ປັບປຸງກົດໝາຍວ່າ ດ້ວຍລັດຖະບານ, ກົດໝາຍ ວ່າດ້ວຍການປົກຄອງທ້ອງ ຖິ່ນ ແລະ ຜ່ານຮ່າງກົດໝາຍ ວ່າດ້ວຍນະຄອນ ແລະ ເທດ ສະບານ, ໂດຍການເປັນປະ ທານຂອງທ່ານ ອາຊາງ ລາວ ລີ່, ກຳມະການກົມການເມືອງ ສູນກາງພັກ, ຮອງນາຍົກລັດ ຖະມົນຕີ,  ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ, ມີບັນດາ ສະມາຊິກລັດຖະບານ, ຫົວ ໜ້າ, ຮອງຫົວໜ້າອົງການຈັດ ຕັ້ງສູນກາງພັກ, ບັນດາອົງ ການຈັດຕັ້ງມະຫາຊົນຂັ້ນສູນ ກາງ, ຫົວໜ້າກຳມາທິການ ສະພາແຫ່ງຊາດ, ອົງການຕຸ ລາການ, ເຈົ້າຄອງນະຄອນ ຫຼວງວຽງຈັນ, ບັນດາເຈົ້າ ແຂວງ ໃນທົ່ວປະເທດ ພ້ອມ ດ້ວຍລັດຖະມົນຕີຊ່ວຍວ່າ ການ ໃນຂະແໜງບໍລິຫານ-ການປົກຄອງ, ນັກວິທະຍາ ສາດ-ຊ່ຽວຊານລວມ ທັງຜູ້ທີ່ ຍັງດຳລົງຕຳແໜງ ແລະ ພົ້ນ ຕຳແໜງແລ້ວກ່ຽວກັບການບໍ ລິຫານການປົກຄອງຈຳນວນ ໜຶ່ງເຂົ້າຮ່ວມ.
ການສຳມະນາໃນຄັ້ງນີ້ ແມ່ນໄດ້ຄົ້ນຄ້ວາປຶກສາຫາລື ກ່ຽວກັບກົດໝາຍ ແລະ ຮ່າງ ກົດໝາຍດັ່ງກ່າວທັ່ງນີ້ກໍເພື່ອ ຜັນຂະຫຍາຍ ແລະ ຈັດຕັ້ງ ປະຕິບັດຕາມມະຕິກອງປະ ຊຸມໃຫຍ່ຄັ້ງທີ IX ຂອງພັກ,  ມະຕິກອງປະຊຸມຄົບຄະນະ ຂອງຄະນະບໍລິຫານງານສູນ ກາງພັກຄັງທີ 6 ສະໄໝທີ IX  ໂດຍສະເພາະແມ່ນປະຕິບັດ 4 ບຸກທະລຸ ໃນນີ້ແມ່ນການ ບຸກທະລຸທີ 3 ກ່ຽວກັບການ ແກ້ໄຂລະບອບ-ລະບຽບການ ບໍລິຫານ-ຄຸ້ມຄອງທີ່ຍັງກົດ ໜ່ວງອັດຕັນການຜະລິດທຸ-ລະກິດ  ແລະ ການບໍລິການ. ມະຕິຕົກລົງຂອງກອງປະຊຸມ ຄັ້ງປະຖົມມະເລີກກ່ຽວກັບແຜ່ນການກໍສ້າງ ແລະ ປັບປຸງ ກົດໝາຍຂອງສະພາແຫ່ງ ຊາດຊຸດທີ VII ( 2011-2015) ພ້ອມທັງປຸກລະດົມ ຄວາມຄິດເຫັນຈາກການນຳ ຂັ້ນສູງ ຂອງຄະນະລັດຖະ ບານ, ອົງການຂອງພັກ, ອົງ ການປົກຄອງທ້ອງຖິ່ນ ແລະ ນັກວິທະຍາສາດເພື່ອເປັນຂໍ້ ມູນລາຍງານໃຫ້ກອງປະຊຸມ ລັດຖະບານເປີດກວ້າງປະຈຳ ປີ 2013 ພິຈາລະນາຊີ້ນຳ.
ໃນວາລະການປະຊຸມສຳ ມະນາຜູ້ເຂົ້າຮ່ວມໄດ້ຮັບຟັງ ການລາຍງານຜົນການສຳມະ ນາປັບປຸງກົດໝາຍວ່າດ້ວຍ ລັດຖະບານ, ກົດໝາຍວ່າ ດ້ວຍການປົກຄອງທ້ອງຖິ່ນ ໃນໄລຍະທີ່ຜ່ານມາ ແລະ ການລາຍງານຮ່າງກົດໝາຍ ວ່າດ້ວຍນະຄອນ ແລະ ເທດ ສະບານ. ຫຼັງຈາກນັ້ນ ຜູ້ເຂົ້າ ຮ່ວມກອງປະຊຸມໄດ້ຜັດປ່ຽນ ກັນປະກອບຄຳຄິດຄຳເຫັນ ຕໍ່ກົດໝາຍສະບັບປັບປຸງດັ່ງ ກ່າວ ຢ່າງກົງໄປກົງມາ-ມີ ເຫດມີຜົນເພື່ອເຮັດໃຫ້ມີເນື້ອ ໃນຮັດກຸມ, ຄົບຖ້ວນ ແລະ ສົມບູນຍິ່ງໆຂຶ້ນ.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດພະເທບ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ. ໃນຕອນບ່າຍຂອງວັນທີ 22 ເມສາ 2025,...

ນັກທ່ອງທ່ຽວຕ່າງຊາດທີ່ຈະເດີນທາງເຂົ້າໄທ ດ້ວຍພາສປອດຕ້ອງໄດ້ຂຽນຟອມອອນລາຍ ເລີ່ມ 1 ພຶດສະພານີ້

ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ (ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ຈະເດີນທາງໄປປະເທດໄທ ຕ້ອງໄດ້ເຂົ້າຕື່ມແບບຟອມ (TDAC) ລິ້ງ https://tdac.immigration.go.th/arrival-card/#/home ທາງອອນລາຍ...

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...