ສຳລັບການແຂ່ງຂັນຮອບຮອງຊະນະເລີດໃນວັນທີ 2 ກັນຍາ 2015 ລົງແຂ່ງຂັນ 2 ຄູ່ ທີມຊາດມາເລເຊຍຈະພົບກັບທີມຊາດໄທ ໃນເວລາ 16:00 ໂມງ ແລະ ອີກ 1 ຄູ່ ແມ່ນທີມຊາດລາວຈະພົບກັບທີມຊາດຫຽວດນາມ ໃນເວລາ 19:00 ໂມງ ທັງສອງຄູ່ແມ່ນຈະແຂ່ງຂັນຢູ່ທີ່ສະໜາມກິລາແຫ່ງຊາດຫຼັກ 16 ຖ່າຍທອດສົດທາງໂທລະພາບແຫ່ງຊາດລາວຊ່ອງ 3
ຈົບເກມລົງໄປລົງໄປທີມຊາດໄທສາມາດເອົາຊະນະທີມຊາດມາເລເຊຍໄປແບບຂາດລອຍ 5-0 ປະຕູ, ສ່ວນວ່າທີມຊາດລາວເສຍໃຫ້ກັບທີມຊາດຫວຽດນາມ 0-4 ປະຕູ ເຮັດໃຫ້ທີມຊາດລາວເຮົາໄດ້ເຂົ້າຊິງພຽງອັນດັບທີ 3 ເທົ່ານັ້ນ
ການແຂ່ງຂັນຮອບຊິງຊະນະເລີດຈະມີຂື້ນໃນວັນທີ 4 ກັນຍາ 2015, ລົງສະໜາມແຂ່ງຂັນ 2 ຄູ່ ທີມຊາດລາວຈະພົບກັບທີມຊາດມາເລເຊຍ ໃນເວລາ 16:00 ໂມງ (ຊິງເອົາທີ 3 ),ທີມຊາດໄທຈະພົບກັບທີມຊາດຫວຽດນາມ ໃນເວລາ 19:00 ໂມງ ( ຊິງເອົາທີ 1 ) ທີ່ສະໜາມກິລາແຫ່ງຊາດຫຼັກ 16, ປີ້ເຂົ້າຊົມ 10:000 ກີບ ລາຍຮັບແມ່ນມອບໃຫ້ຜູ້ປະສົບໄພນ້ຳຖ້ວມ