Homeຂ່າວພາຍ​ໃນໂຮມ​ຊຸມນຸມສະຫລອງ​ວັນຊາດ ສສ ຫວຽດນາມ ຄົບຮອບ 70 ປີ

ໂຮມ​ຊຸມນຸມສະຫລອງ​ວັນຊາດ ສສ ຫວຽດນາມ ຄົບຮອບ 70 ປີ

Published on

meeting
ງານ​ໂຮມ​ຊຸມນຸມສະ​ເຫລີ​ມສະຫລອງ​ວັນຊາດ ສສ ຫວຽດນາມ ຄົບຮອບ 70 ປີ ​ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 1 ກັນຍາ 2015, ທີ່​ຫໍ​ວັດທະນະທຳ​ແຫ່ງ​ຊາດ, ນະຄອນຫລວງ​ວຽງ​ຈັນ, ​ໂດຍ​ການ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ທອງ​ສິງ ທຳ​ມະ​ວົງ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ນາຍົກລັດຖະມົນຕີ​ແຫ່ງ ສປປ ລາວ, ມີ​ທ່ານ ​ເອກ​ອັກຄະ​ລັດຖະທູດ ວິສາມັນ ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສສ ຫວຽດນາມ ປະຈຳ​ລາວ ຫງວນ ​ແມັງ ຮຸ່ງ, ພ້ອມ​ດ້ວຍ​ການ​ນຳ​ພັກ-ລັດ, ອົງການ​ຈັດ​ຕັ້ງ​ສາກົນ ​ແລະ ພາກສ່ວນ​ກ່ຽວຂ້ອງລາວ ​ແລະ ຫວຽດນາມ​ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫລາຍ. ​ໃນ​ໂອກາດ​ດັ່ງກ່າວ, ທ່ານ ນາຍົກລັດຖະ ມົນຕີ​ ທອງ​ສິງ ທຳ​ມະ​ວົງ ​ໄດ້ກ່າວຄຳ​ປາ​ໄສ ​ຕໍ່​ງານ​ໂຮມ​ຊຸມນຸມ​ວ່າ: ​ໃນ​ມື້​ນີ້ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ ປະຕິວັດ​ລາວ, ລັດຖະບານ, ສະພາ​ແຫ່ງ​ຊາດ, ​ແນວ​ລາວ​ສ້າງ​ຊາດ, ນະຄອນຫລວງ​ວຽງຈັນ ​ແລະ ສະມາຄົມ​ມິດຕະພາບ ລາວ-ຫວຽດນາມ ມີ​ຄວາມ​ປິ​ຕິ​ຊົມຊື່ນ​ເປັນ​ຢ່າງ​ຍິ່ງ ​ແລະ ຖື​ເປັນ​ກຽດ​ຢ່າງ​ສູງ ທີ່​ໄດ້​ຈັດ​ຕັ້ງ​ງານ​ໂຮມ​ຊຸມນຸມ​ມິດ​ຕິງ ​ເພື່ອ​ຂ່ຳ​ນັບ​ຮັບ​ຕ້ອນ ​ແລະ ຊົມ​ເຊີຍ ວັນ​ຄົບຮອບ 70 ປີ​ ຂອງ​ກາ​ນປະຕິວັດ​ ເດືອນ​ສິງຫາ ​ແລະ ການ​ສະຖາປະນາ ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ ຂຶ້ນ​ຢ່າງ​ຄືກ​ຄື້ນ​ໃນ​ມື້​ນີ້, ​ເຊິ່ງທ່ານ​ນາຍົກ ​ໄດ້​​ຢ້ຳວ່າ: ປະ​ເທດ​ຊາດ​ຫວຽດນາມ, ປະຊາຊົນ​ຫວຽດນາມ ​ແມ່ນ​ປະ​ເທດ​ຊາດ​ແມ່ນ​ປະຊາຊົນ​ວິລະ​ຊົນ ທັງ​ໃນ​ໄລຍະ​ຕໍ່ສູ້​ກູ້​ຊາດ ກໍ​ຄື​ໄລຍະ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ, ພ້ອມ​ທັງ​ໄດ້​ທົບ​ທວນຄືນ​ບັນດາ​ຂີດ​ໝາຍ​ປະຫວັດສາດ​ທີ່​ສຳຄັນ​ຂອງ​ຫວຽດນາມ ຕະຫລອດ​ໄລຍະ 70 ປີຜ່ານມາ, ພ້ອມ​ທັງ​ໄດ້​ຕີ​ລາຄາ​ສູງ​ທີ່​ພາຍ​ໃຕ້​ການ​ນຳ​ອັນ​ສະຫລາດ​ສ່ອງ​ໃສ່​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ສາມາດ​ຍາດ​ໄດ້​ໄຊຊະນະ ​ແລະ ຜົນງານ​ໃຫຍ່​ຫລວງ​ຮອບດ້ານ ​ແລະ ມີ​ລັກສະນະ​ປະຫວັດສາດ, ​ໃນ​ການ​ຕໍ່ສູ້​ຢ່າງ​ທໍລະ​ຫົດ​ອົດທົນ​ຈົນ​ສາມາດ​ປົດ​ປ່ອຍ​ຕົນ​ເອງ​ໃຫ້​ຫລຸດພົ້ນ​ອອກ​ຈາກ​ແອກ​ຄອບ​ຄອງ​ຂອງ​ພວກ​ຈັກກະພັດລ່າ​ເມືອງ​ຂຶ້ນ​ທັງ​​​​ເກົ່າ ​ແລະ ​​ໃໝ່, ນຳພາ​ປະ​ເທດ​ດຳ​ເນີນ​ພາລະກິດ​ປ່ຽນ​ແປງ​ໃໝ່ ​ແລະ ສາມ​າດ​ເຮັດ​ໃຫ້​ປະ​ເທດ​ຫລຸດ​ພົ້ນ​ອອກ​ຈາກ​ປະ​ເທດ​ທຸກ​ຍາກ ​ແລະ ດ້ອຍ​ພັດທະນາ, ຖານະ​ບົດບາດ ​ແລະ ຊື່ສຽງ​ຂອງ​ປະ​ເທດ​ຫວຽດນາມ ​ໄດ້​ດັ່ງ​ກ້ອງ​ໄກ​ອອກ​ໄປ​ທົ່ວ​ໂລກ. ນອກຈາກ​ນີ້ ທ່ານ​ຍັງ​ໄດ້​ຕີ​ລາຄາ​ສູງ ​ແລະ ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ການ​ຊ່ວຍ​ເຫລືອອັນ​ໃຫຍ່​ຫລວງ, ທັນ​ການ ​ແລະ ມີ​ປະສິດທິ​ຜົນ​ຂອງ​ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ​ຕະຫລອດ​ມາ ​ແລະ ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ສປປ ລາວ ຈະ​ຮ່ວມ​ກັບ ສສ ຫວຽດນາມ ຢ່າງ​ສຸດ​ຄວາມ​ສາມາດ ​ໃນ​ການ​ປົກ​ປັກ​ຮັກສາ ​ແລະ ສຶກສາ​ອົບຮົມ​ໃຫ້​ລູກ​ຫລານ​ຜູ້​ເກີ​ດ​ໃໝ່​ໃຫຍ່​ລຸນ​ໃຫ້​ຮູ້ ​ແລະ ​ເຂົ້າ​ໃຈ ​ເຖິງ​ຄວາມ​ໝາຍ​ສຳຄັນ​ຂອງ​ສາຍ​ພົວພັນ​ພິ​ເສດ ລາວ-ຫວຽດນາມ ທີ່​ເປັນ​ມໍລະດົກ​ອັນ​ລ້ຳ​ຄ່າ​ຂອງ​ສອງ​ປະ​ເທດ ​ໃຫ້​ຄົງ​ຕົວ​ຢູ່​ໄປ​ຕະຫລອດ​ການ​ລະ​ນານ ​ແລະ ອວຍພອນ​ໃຫ້​ປະຊາຊົນ​ຫວຽດນາມ​ອ້າຍ​ນ້ອງ, ພາຍ​ໃຕ້​ການ​ນຳພາ​ອັນ​ສະຫລາດ​ສ່ອງ​ໃສ​ຂອງ​ພັກ​ກອມ​ມູນິດຫວຽດນາມ​ອັນ​ມີ​ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນ ຝູ ຈ໋ອງ ​ເປັນ​ຜູ້ນຳ​ໜ້າ​ນັ້ນ​ຈົ່ງ​ສືບ​ຕໍ່​ຍາດ​ໄດ້ຜົນ​ສຳ​ເລັດ​ໃໝ່​ໃຫຍ່​ຫລວງ​ກວ່າ​ເກົ່າ ​ໃນ​ການ​ປະຕິບັດ​ບັນດາ​ມະຕິ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ ຕາມ​ທິດ​ຫັນ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​​ໄໝ ດ້ວຍ​ບາດກ້າວ​ອັນ​ໜັກ​ແໜ້ນ, ບັນລຸ​​ເປົ້າ​ໝາຍ​ເຮັດ​ໃຫ້ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ປະຊາທິປະ​ໄຕ, ຍຸຕິ​ທຳ ​ແລະ ສີວິ​ໄລ ພ້ອມ​ທັງ​ປະກອບສ່ວນ​ຢ່າງ​ສົມ​ກຽດ​ເຂົ້າ​ໃນ​ພາລະກິດ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື​ພັດທະນາ ​ແລະ ຄວາມ​ກ້າວໜ້າ​ທາງ​ສັງຄົມ​ຢູ່​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. ທ່ານ ​ທູດ​ຫວຽດນາມ ປະຈຳ​ລາວ ​​ໄດ້​ກ່າວ​ເຖິງ​ບັນດາ​ຜົນງານ, ​ໄຊຊະນະ​ຂອງ​ຫວຽດນາມ ​ໃນ​ຕະຫລອດ ​ໄລຍະ 70 ປີຜ່ານມາ, ​ພາຍ​ໃຕ້​ການ​ນນຳພາ​ອັນ​ປີ​ຊາ​ສາມາດ, ສະຫລາດ​ສ່ອງ​ໃສ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ພ້ອມ​ທັງ​ຕີ​ລາຄາ​ສູງ​​ເຖິງ​ມູນ​ເຊື້ອ​ແຫ່ງ​ການ​ສາຍ​ພົວພັນ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດ ​ແລະ ​ໄດ້​ສະ​ແດງ​ຄວາມ​ຮູ້​ບຸນຄຸນຕໍ່​ການ​ນຳ​ພັກ-ລັດຖະບານ ​ແລະ ປະຊາຊົນ​ລາວ ທີ່​ຍາມ​ໃດ​ກໍ​ໃຫ້ການ​ສະໜັບສະໜູນ​ຊ່ວຍ​ເຫລືອ​ ພັກ-ລັດຖະບານ ​ແລະ ປະຊາຊົນ​ຫວຽດນາມ ຕະຫລອດ​ມາ ​ແລະ ​ຈະ​ເຮັດ​ທຸກ​ຄວາມ​ສາມາດ ​ເພື່ອ​ປົກ​ປັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລາວ-ຫວຽດນາມ ​ໃຫ້​ນັບ​ມື້​ແຕກ​ດອກ​ອອກ​ຜົນ ​ແລະ ມີ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ​ຂອງສອງ​ຊາດ ຫວຽດນາມ-ລາວ.

ຂ່າວ:
7892

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...