spot_img
Homeຂ່າວພາຍ​ໃນປະທານສະພາແຫ່ງຊາດອອກເດີນທາງໄປຢ້ຽມຢາມສາທາລະນະລັດ ເກົາຫລີ

ປະທານສະພາແຫ່ງຊາດອອກເດີນທາງໄປຢ້ຽມຢາມສາທາລະນະລັດ ເກົາຫລີ

Published on

thu12sep5

ໂດຍຕອບສະໜອງ ຕາມຄຳເຊີນຂອງພະນະທ່ານ ກັງ ຊັງ ຮີ, ປະທານສະພາແຫ່ງ ຊາດ ສາທາລະນະລັດ ເກົາຫຼີ, ພະນະທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະຜູ້ແທນຂັ້ນ ສູງສະພາແຫ່ງຊາດ ສປປ ລາວ
ໄດ້ອອກເດີນທາງຈາກນະ ຄອນຫຼວງວຽງຈັນ ເພື່ອໄປ ຢ້ຽມຢາມ ແລະ ເຮັດວຽກຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 12-14 ກັນຍາ 2013​ ນີ້.
ການຢ້ຽມຢາມຄັ້ງນີ້ກໍ່ເພື່ອ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມ ມືຂອງທັງສອງສະພາແຫ່ງ ຊາດ ສປປ ລາວ-ສ.ເກົາຫຼີ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ທັງເປັນການແລກປ່ຽນຖອດ ຖອນບົດຮຽນເຊິ່ງກັນ ແລະ ກັນກ່ຽວກັບການຈັດຕັ້ງປະຕິ ບັດໜ້າທີ່ຂອງສອງອົງການນິ ຕິບັນຍັດ ລວເຖິງບັນດາ ບັນ ຫາອື່ນໆ ທີ່ທັງສອງຝ່າຍມີ ຄວາມສົນໃຈຮ່ວມກັນ.
ນອກຈາກນັ້ນ, ຄະນະຜູ້ ແທນຂັ້ນສູງສະພາແຫ່ງຊາດ ເຮົາຍັງຈະໄດ້ໄປຢ້ຽມຢາມ ສະຖານທີ່ປະຫວັດສາດ, ແຫ່ຼງທ່ອງທ່ຽວ, ພື້ນຖານການ ຜະລິດຈຳນວນໜຶ່ງຂອງ ສ. ເກົາຫຼີ.
ພິທີຈັດສົ່ງຢ່າງເປັນທາງ ການໄດ້ຈັດຂຶ້ນໃນຕອນແລງ ຂອງວັນທີ 11 ກັນຍາ 2013 ນີ້ ຢູ່ຫໍສະພາແຫ່ງຊາດ, ໂດຍ ການເຂົ້າຮ່ວມຂອງທ່ານຮອງ ປະທານສະພາແຫ່ງຊາດ, ບັນດາຫົວໜ້າກຳມາທິການ, ທ່ານເອກອັກຄະລັດຖະທູດ ແຫ່ງ ສ.ເກົາຫຼີ ປະຈຳ ສປປ ລາວ ແລະ ພະນັກງານທີ່ກ່ຽວ ຂ້ອງເຂົ້າຮ່ວມ

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...