HomeBaby-ແມ່ແລະເດັກເຕືອນເດັກນ້ອຍ"ເລືອກກິນ"ໃຫຍ່ຂຶ້ນມີປັນຫາ

ເຕືອນເດັກນ້ອຍ”ເລືອກກິນ”ໃຫຍ່ຂຶ້ນມີປັນຫາ

Published on

thaihealth_c_cfhjlmntuy46

ຜົນ​ການສຶກສາ​ຂອງ​ທີມ​ວິ​ໄຈ​ຈາກ​ມະຫາ​ວິທະຍາ​ໄລ​ດຸກ ໃນ​ສະ​ຫະລັດ​ອະ​ເມລິ​ກາລະ​ບຸ​ວ່າເດັກນ້ອຍທີ່​ເລືອກ​ກິນ​ອາຫານຫລື​ກິນ​ອາຫານ​ຍາກຈະ​ສົ່ງ​ຜົນ​ຕໍ່​ການ​ເກີດ​ບັນຫາ​ທາງ​ສຸຂະພາບ​ຈິດ​ເມື່ອ​ໃຫຍ່​ຂຶ້ນແມ່ນແຕ່​ເດັກ​ນ້ອຍທີ່​ເລືອກ​ກິນ​ໃນ​ລະ​ດັບ​ປານ​ກາງກໍ​ອາດ​ກາຍ​ເປັນ​ຄົນ​ມີ​ອາການ​ຊຶມ​ເສົ້າ,ກະ​ວົນ​ກະ​ວາຍມີ​ບັນຫາ​ເລື່ອງ​ສະ​ມາ​ທິ ເລື່ອຍໆ​ໄປ​ຈົນ​ເຖິງ​ອາການ​ກະ​ຕື​ລື​ລົ້ນ​ຜິດ​ປົກກະຕິຫລື​ໄຮ​ເປີລ​ແອ໊​ກ​ທີ​ຟ

ທີມ​ວິ​ໄຈ​ຍັງ​ພົບ​ອີກວ່າຍິ່ງ​ອາການ​ເລືອກ​ກິນ​ມີ​ຫລາຍ​ເທົ່າ​ໃດບັນຫາ​ສຸຂະພາບ​ຈິດ​ທີ່​ຈະ​ເກີດ​ຂຶ້ນ​ຕາມ​ມາ​ຍິ່ງ​ມີ​ສູງ​ຂຶ້ນ​ຫລາຍ​ເທົ່າ​ນັ້ນ

ທ່ານ​ ວິນ​ລຽມ ໂຄບ​ແລນ ນັກ​ຈິດ​ວິທະຍາ​ຄິ​ນິກ ຈາກ​ມະຫາ​ວິທະຍາ​ໄລ​ດຸກລະ​ບຸ​ວ່າອາການ​ເລືອກ​ກິນ​ອາຫານ​ທີ່​ເວົ້າ​ເຖິງ​ໃນ​ການສຶກສາ​ວິ​ໄຈ​ດັ່ງ​ກ່າວ​ນີ້ບໍ່​ໄດ້​ເປັນພຽງ​ການ​ປະຕິເສດ​ກິນ​ຜັກ​ຫລື​ອາຫານ​ບາງຢ່າງ​ຊຶ່ງ​ເປັນ​ປາກົດ​ການທົ່ວ​ໄປ​ຂອງ​ເດັກ​ນ້ອຍສ່ວນຫນຶ່ງແຕ່​ເປັນ​ກຸ່ມ​ເດັກ​ທີ່​ເລືອກ​ກິນ​ອາຫານ​ຈົນ​ເຫລືອ​ອາຫານ​ແບບ​ທີ່​ກິນ​ໄດ້​ຈຳ​ກັດ​ຢ່າງ​ຫລວງຫລາຍຊະນິດ​ທີ່​ເຮັດໃຫ້​ພໍ່​ແມ່​ຕ້ອງ​ກຽມ​ອາຫານ​ໃຫ້​ແຍກ​ຕ່າງ​ຫາກ​ຈາກ​ຄົນ​ອື່ນໆໃນ​ຄອບຄົວ

ບັນຫາ​ດັ່ງ​ກ່າວ​ນີ້​ຈຳ​ເປັນ​ຕ້ອງ​ໄດ້ຮັບ​ການ​ໃສ່​ໃຈ​ເບິ່ງແຍງ​ຈາກ​ຜູ້​ເປັນ​ພໍ່​ແມ່ຫລື​ຜູ້​ທີ່​ລ້ຽງເດັກນ້ອຍຫລາຍກວ່າ​ບັນຫາ​ເລື່ອງ​ການ​ກິນ​ອາຫານ​ໃຫ້​ຄົບ​ໝູ່ຫລື​ການ​ໃຫ້​ເດັກ​ນ້ອຍກິນ​ຜັກ​ຕ່າງໆໃນ​ຄາບອາຫານ​ນໍາ​ອີກ

ລາຍ​ງານ​ຜົນ​ການສຶກສາ​ວິ​ໄຈ​ເລື່ອງ​ນີ້​ຕີ​ພິມ​ເຜີຍແຜ່​ໃນ​ວາລະ​ສານ​ເມື່ອ​ວ່າງບໍ່ດົນມານີ້ລະ​ບຸ​ວ່າທີມ​ວິ​ໄຈ​ໃຊ້​ວິທີ​ການ​ປະ​ເມີນ​ຮອດເຮືອນ​ສຳລັບ​ເດັກ​ໃນ​ກຸ່ມ​ຕົວ​ຢ່າງ​ຈຳນວນ 917 ຄົນອາ​ຍຸ​ລະຫວ່າງ 2-6 ປີໂດຍ​ໃຊ້​ແບບ​ປະ​ເມີນ​ທາງ​ເດັກນ້ອຍ​​ສາດ​ສຳລັບ​ເດັກ​ນ້ອຍກ່ອນ​ໄວ​ຮຽນຄອບຄູ່​ໄປ​ກັບ​ການ​ສຳພາດ​ຜູ້​ລ້ຽງເດັກເພື່ອ​ເກັບ​ຂໍ້​ມູນ​ກ່ຽວກັບ​ພຶດຕິກຳ​ການ​ກິນ​ແລະ​ອາການ​ແນວຈິດ​ວິທະຍາ​ຂອງ​ເດັກ​ຕ່າງໆ

ຜົນ​ການ​ເກັບ​ແລະ​ປະ​ເມີນ​ຂໍ້​ມູນ​ພົບ​ວ່າ​ປະມານ1 ໃນ 5 ຂອງ​ກຸ່ມ​ຕົວ​ຢ່າງຈັດ​ໄດ້​ວ່າ​ເປັນ​ເດັກ​ເລືອກ​ກິນ​ອາຫານ ໂດຍ​ມີ​ພຶດຕິກຳ​ເລືອກ​ກິນ​ເລື້ອຍຫລື​ທຸກ​ເທື່ອໃນ​ຈຳນວນ​ເດັກ​ທີ່​ເລືອກ​ກິນ​ອາຫານ​ທັງ​ໝົດມີ​ເກືອບ18ສ່ວນຮ້ອຍທີ່​ຈັດ​ຢູ່ໃນ​ລະ​ດັບ​ການ​ເລືອກ​ກິນ​ປານ​ກາງໃນ​ຂະນະ​ທີ່​ອີກ​ປະມານ3ສ່ວນຮ້ອຍຈັດ​ຢູ່ໃນ​ກຸ່ມ​ມີ​ອາການ​ເລືອກ​ກິນ​ຮຸນແຮງຊຶ່ງ​ໝາຍ​ຄວາມ​ວ່າອາການ​ເລືອກ​ກິນ​ຂອງ​ເດັກ​ກຸ່ມ​ນີ້​ສົ່ງ​ຜົນ​ໃຫ້​ເກີດ​ການ​ຈຳ​ກັດ​ການ​ກິນ​ອາຫານ​ຮ່ວມ​ກັບ​ຜູ້​ອື່ນ​ໃນ​ຄອບຄົວ

ທີມ​ວິ​ໄຈ​ພົບ​ວ່າເດັກນ້ອຍທີ່​ສະແດງ​ອາການ​ເລືອກ​ກິນ​ທັງ​ໃນ​ລະ​ດັບ​ປານ​ກາງ​ແລະ​ລະ​ດັບ​ຮຸນແຮງມີ​ທ່າອ່ຽງ​ທີ່​ມີ​ໄນ​ສຳຄັນ​ຕໍ່​ການ​ສະແດງ​ອາການ​ທາງ​ຈິດ​​ເຊັ່ນ:ອາການ​ກະ​ວົນ​ກະ​ວາຍ​ໃນ​ການ​ເຂົ້າ​ສັງຄົມ,ອາ​ການຫົດ​ຫູ່,ຊຶມ​ເສົ້າ, ແລະ​ຄວາມ​ຜິດ​ປົກກະຕິ​ທາງ​ຈິດ​ອື່ນໆກຸ່ມ​ທີ່​ເລືອກ​ກິນ​ປານ​ກາງມີ​ທ່າອ່ຽງ​ວ່າ​ຈະ​ເກີດ​ອາການ​ກະ​ວົນ​ກະ​ວາຍແລະ​ອາການ​ສະ​ມາ​ທິ​ສັ້ນ/ໄຮ​ເປີລ​ແອ໊​ກ​ທີ​ຟ(ເອ​ດີ​ເອດ​ດີ)ແຕ່​ບໍ່​ພົບ​ຄວາມ​ເຊື່ອມ​ຕໍ່ຂອງ​ພຶດຕິກຳ​ດັ່ງ​ກ່າວ​ຕໍ່​ກຸ່ມ​ເດັກ​ທີ່​ມີ​ອາການ​ເລືອກ​ກິນ​ຮຸນແຮງເພາະ​ກຸ່ມ​ຕົວ​ຢ່າງ​ຂອງ​ເດັກນ້ອຍ​ທີ່​ມີ​ອາການ​ຮຸນແຮງ​ມີ​ຫນ້ອຍ​ເກີນ​ໄປ

ທັງ​ນີ້ທີມ​ວິ​ໄຈ​ພົບ​ອີກວ່າ:ເມື່ອ​ເດັກ​ນ້ອຍໃຫຍ່​ຂຶ້ນ​ແລະ​ອາການ​ເລືອກ​ກິນ​ເຊົາ​ໄປອາການ​ທາງ​ຈິດ​ທີ່ເກີດຂື້ນ​ພັດບໍ່​ໄດ້​ຫລຸດລົງ​ຕາມ​ໄປ​ນໍາກົງ​ກັນ​ຂ້າມ​ຍິ່ງ​ຈະ​ຮ້າຍແຮງ​ຫລາຍ​ຂຶ້ນ​ເມື່ອ​ເຕີບໃຫຍ່​ຂຶ້ນ​ເລື່ອຍ​ໆໂດຍ​ທາງ​ທີມ​ວິ​ໄຈ​ເລືອກ​ເດັກ​ນ້ອຍໃນ​ກຸ່ມ​ຕົວ​ຢ່າງ​ຈຳນວນ187ຄົນສຳລັບ​ເປັນ​ກຸ່ມ​ທີ່​ຕ້ອງ​ຕິດ​ຕາມ​ພຶດຕິກຳ​ຕໍ່​ເນື່ອງ​ເປັນ​ເວລາ2ປີຫລັງ​ການ​ປະ​ເມີນ​ເທື່ອ​ທໍາອິດແລະ​ພົບ​ຄວາມຈິງ​ດັ່ງ​ກ່າວ​ລວມ​ທັງ​ຂໍ້​ບົ່ງ​ບອກ​​ວ່າເດັກ​ທີ່​ເລືອກ​ກິນ​ຈະ​ມີ​ໂອ​ກາດ​ສະແດງ​ອາການ​ທາງ​ຈິດ​ເພີ່ມ​ຫລາຍ​ຂຶ້ນ​ເປັນ2ເທົ່າຂອງ​ອາການ​ກະ​ວົນ​ກະ​ວາຍ​ທີ່ເກີດຂື້ນ​ໂດຍ​ທົ່ວ​ໄປ

ໂຄບ​ແລນ​ຍອມ​ຮັບ​ວ່າແມ່ນແຕ່​ທີມ​ວິ​ໄຈ​ເອງ​ຍັງ​ປະ​ຫລາດ​ໃຈ​ທີ່​ເຫັນ​ວ່າ​ຫລັງ​ຈາກ2ປີ​ຜ່ານ​ໄປ​ແລ້ວບັນຫາ​ທີ່​ທວາຍ​ໄວ້​ກ່ອນ​ໜ້າ​ນີ້​ເພີ່ມ​ສູງ​ຂຶ້ນ​ໃນ​ກຸ່ມ​ເດັກນ້ອຍ​ທີ່​ມີ​ອາການ​ເລືອກ​ກິນເຖິງວ່າ​ຈະ​ບໍ່​ເກີດ​ຂຶ້ນ​ກັບ​ທຸກ​ໆຄົນແຕ່​ກໍ​ຫລາຍ​ພໍ​ທີ່​ຈະ​ເຮັດໃຫ້​ເຊື່ອ​ໄດ້​ວ່າ​ອາການ​ເລືອກ​ກິນ​ອາຫານຫລື​ກິນ​ຍາກ​ຂອງ​ເດັກນ້ອຍນັ້ນ​ບໍ່​ຄວນ​ຖືກ​ປ່ອຍປະ​ລະເລີິຍ

ແຕ່​ຕ້ອງ​ໃຫ້​ຄວາມ​ສົນ​ໃຈ​ຕິດ​ຕາມ​ການ​ສະແດງ​ອອກ​ທາງ​ອາລົມ​ຂອງ​ເດັກນ້ອຍເຫລົ່າ​ນີ້​ຢ່າງ​ໃກ້​ຊິດເພື່ອ​ແກ້​ບັນຫາ​ແຕ່​ຕົ້ນ​ໄປ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...