spot_img
Homeຂ່າວຕ່າງປະເທດຫວຽດນາມ ວາງສະແດງຮູບພາບ 70 ປີແຫ່ງການປະຕິວັດ

ຫວຽດນາມ ວາງສະແດງຮູບພາບ 70 ປີແຫ່ງການປະຕິວັດ

Published on

400.trien lam

ຂປລ.ຕາມຂ່າວຕ່າງປະເທດ, ຫວຽດນາມ ໄດ້ຈັດງານວາງສະແດງຮູບພາບ 70 ປີ ແຫ່ງການປະຕິວັດ ເດືອນ ສິງຫາ ແລະ ວັນຊາດທີ 2 ກັນຍາ ໄດ້ຈັດຂຶ້ນໃນວັນທີ 30 ສິງຫາ 2015 ຢູ່ຖະໜົນ ຫງວຽນເຫ໋ວ, ນະຄອນໂຮ່ຈີມິງ ​ເຊິ່ງປະກອບມີຮູບພາບ 1.500 ຮູບ ກ່ຽວກັບປະຫວັດສາດ ແຫ່ງການຕໍ່ສູ້ ຂອງພັກກອມມູນິດ ຫວຽດນາມ ໄດ້ຮັບການສ້າງຕັ້ງ, ການລຸກຮື້ຂຶ້ນ ໃນທົ່ວປະເທດ ເພື່ອຢຶດ ອຳນາດ ການປົກຄອງ ໃນເດືອນ ສິງຫາ 1945 ແລະ ການສະຖາປະນາ ເປັນ ສສ ຫວຽດນາມ. ນອກນີ້ ຍັງມີຮູບພາບອີກ 30 ກວ່າຮູບ ທີ່ສະແດງເຖິງ ຜົນງານແຫ່ງ ການພັດທະນາ ເສດຖະກິດ- ສັງ ຄົມ ນະຄອນ ໂຮ່ຈີມິງ ພາຍຫລັງ 40 ປີ ແຫ່ງ ການສ້າງຕັ້ງ ແລະ ພັດທະນາຢ່າງໝັ້ນຄົງ ມາຮອດ ປັດຈຸບັນ.

 

ຂອບໃຈຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...

ເສຍຊີວິດ 63 ຄົນ ເຫດການແຜ່ນດິນໄຫວຂະໜາດໃຫຍ່ທີ່ຟິລິບປິນ ທາງການເຕືອນອາດຈະເກີດສຶນາມິຕາມມາອີກ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກັນຍາ 2025 ທີ່ຜ່ານມາ ເວລາປະມານ 22:00ໂມງ ເກີດເຫດການແຜ່ນດິນໄຫວຂະໜາດໃຫຍ່ 6.9 ລິກເຕີ ທີ່ເທິງເກາະເຊບູ ປະເທດຟິລິບປິນ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 63...

ການຂົນສົ່ງສາທາລະນະຢູ່ນະຄອນຫຼວງວຽງຈັນ

ນະຄອນຫຼວງວຽງຈັນ ຖືວ່າເປັນນະຄອນຫຼວງແຫ່ງ ສປປ ລາວ ທີ່ມີລະບົບການຂົນສົ່ງສາທາລະນະທີ່ອ້ອມຮອບ ເນື່ອງຈາກມີລົດເມໄວ້ຄອຍໃຫ້ບໍລິການຢູ່ຫຼາຍເຂດ ຕັ້ງແຕ່ໃນຕົວເມືອງຈົນໄປຮອດນອກຕົວເມືອງ ເພື່ອຄວາມສະດວກສະບາຍໃນການໄປ-ມາ ຂອງປະຊາຊົນເວົ້າລວມ ເວົ້າສະເພາະກໍຄືຜູ້ທີ່ອາໄສໃນນະຄອນຫຼວງວຽງຈັນໃນແຕ່ລະມື້. ນອກຈາກນີ້, ໃນປີ 2026 ກໍຈະເປີດໃຫ້ບໍລິການສຳລັບລົດເມໂດຍສານດ່ວນພິເສດ...