spot_img
Homeຂ່າວຕ່າງປະເທດຕຳຫຼວດໄທຈັບ ຜູ້ຕ້ອງສົງໄສ ມືລະເບີດໃຈກາງບາງກອກ

ຕຳຫຼວດໄທຈັບ ຜູ້ຕ້ອງສົງໄສ ມືລະເບີດໃຈກາງບາງກອກ

Published on

812-444x300

ເຈົ້າໜ້າທີ່ຕຳຫຼວດໄທ ບຸກຈັບຊາວຕວກກີຜູ້ຕ້ອງສົງໄສ ມືວາງລະເບີດລາຊະປະສົງ ເມື່ອສອງອາທິດກ່ອນ ໃນອາພາດເມັ້ນເຂດໜອງຈອກ

ມື້ນີ້ ວັນທີ 29 ສິງຫາ 2015 ເວລາປະມານ 14:00 ເຈົ້າໜ້າທີ່ຕຳຫຼວດ ພ້ອມດ້ວຍກຳລັງທະຫານເຂົ້າກວດກາ ພາຍໃນຫ້ອງເລກທີ 412 ແລະ 414 ພູນອະນັນອະພາດເມັ້ນ ເລກທີ 134/5 ປາກຮ່ອມເຊື່ອມສຳພັນ 11 ເຂດໜອງຈອກ ນະຄອນຫຼວງບາງກອກ (ນະຄອນຫຼວງຂອງໄທ) ເພື່ອກວດກາຜູ້ຊາຍຕ້ອງສົງໄສ ກ່ຽວຂ້ອງກັບເຫດລະເບີດບໍລິເວນ ແຍກລາຊະປະສົງ.

ຈາກການກວດຄົ້ນຂອງເຈົ້າໜ້າທີ່ ໄດ້ພົບອຸປະກອນແລະວັດຖຸທີ່ໃຊ້ສຳລັບ ປະກອບລະເບີດຈຳນວນຫຼາຍ ໂດຍສະເພາະແມ່ນລູກບີ່ (ລູກຫວ່ານ) ທີ່ມີເສັ້ນຜ່າສູນກາງ 0.5 ຊັງຕີແມັດ ຊະນິດດຽວກັບທີ່ພົບໃນເຫດລະເບີດ ແຍກລາຊະປະສົງແລະທ່າເຮືອສາທອນ ເບື້ອງຕົ້ນໄດ້ຄວບຄຸມໂຕຊາຍສັນຊາດຕວກກີ ທີ່ເປັນເຈົ້າຂອງຫ້ອງເຊົ່າດັ່ງກ່າວໄວ້ສອບສວນ.

ແນວໃດກໍຕາມໃນເບື້ອງຕົ້ນ ຜູ້ຕ້ອງສົງໄສຍັງໃຫ້ການປະຕິເສດ ຕໍ່ຂໍ້ຫາວາງລະເບີດລາຊະປະສົງ ແລະໜ້າຕາຂອງເຂົາກໍບໍ່ຄືກັບ ຮູບທີ່ເຈົ້າໜ້າທີ່ໄດ້ສະເກັດອອກມາ ໃນເມື່ອກ່ອນນັ້ນ.

ແລະຜູ້ບັນຊາການຕຳຫຼວດຂອງໄທ ບອກວ່າອາດຈະບໍ່ແມ່ນການກໍ່ການຮ້າຍຂ້າມຊາດ ແຕ່ອາດຈະເປັນການແກ້ແຄ້ນຫຼາຍກວ່າ ແຕ່ແນວໃດກໍຕາມ ຊາຍຄົນນີ້ ເປັນຜູ້ຕ້ອງຫາທີ່ຄອບຄອງລະເບີດ ຢ່າງແນ່ນອນ.

11891199_869139076510750_8704727314714589517_n 11902286_869139079844083_8586787568678362248_n 11951902_869139053177419_9221583797555073526_n  11907124_869139106510747_2882107207244838197_n

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...