ໃນການແຂ່ງຂັນບານເຕະຮຸ້ນບໍ່ເກີນອາຍຸ 19 ປີ ຫຼື U-19 ທີ່ລາວເຮົາໄດ້ຮັບກຽດເປັນເຈົ້າພາບລະຫວ່າງວັນທີ 22 ສິງຫາ – ວັນທີ 4 ກັນຍາ 2015 ນີ້, ເຊີ່ງໃນມື້ນີ້ ວັນທີ 22 ສິງຫາ 2015 ທີມຊາດລາວ ພົບກັບ ທີມຊາດກຳປູເຈຍ ໃນເວລາ 19:00 ໂມງ ຢູ່ທີ່ສະຫນາມກິລາແຫ່ງຊາດຫລັກ 16 ຈົບເກມນັດທຳອິດລາວເຮົາໄດ້ພຽງສະເໝີກັບກຳປູເຈຍ 0-0 ປະຕູ.
ໃນນັດທີ 2 ທີມຊາດລາວພົບກັັບທີມຊາດໄທ ໃນວັນທີ 24 ສິງຫາ 2015 ເວລາ 19:00 ໂມງ ທີ່ສະໜາມກິລາແຫ່ງຊາດຫຼັກ 16 ຈົບເກມລົງໄປທີມຊາດລາວເສຍໃຫ້ທີມຊາດໄປແບບຫວຸດຫວິດ 1-2 ປະຕູ.
ທີມຊາດລາວເຮົາລົງສະໜາມນັັດທີ 3 ພົບກັບທີມຊາດບຣູໄນ ໃນວັນທີ 26 ສິງຫາ 2015 ຢູ່ທີ່ສະໜາມກິລາແຫ່ງຊາດຫຼັກ 16 ຈົບການແຂ່ງຂັນ 90 ນາທີ ໃນນັດນີ້ທີມຊາດລາວເຮົາສາມາດເອົາຊະນະໄປໄດ້ແບບຂາດລອຍ 5-0 ປະຕູ ເຊີ່ງເຮັດໃຫ້ທີມຊາເລາວເຮົາສາມາດເກັບ 3 ຄະແນນໄດ້ສຳເລັດ ແລະ ເປັນທີ່ພໍໃຈຂອງແຟນບານຊາວລາວຢ່າງຍີ່ງເພາະມີໂອກາດລຸ້ນໃນນັດຕໍ່ໄປທີ່ທີມຊາດລາວຈະລົງສະໜາມນີ້ແມ່ນເປັນນັດທີ່ຊີ້ຊະຕາວ່າທີມໃດຈະໄດ້ເຂົ້າຮອບຕໍ່ໄປ ເຊີ່ງທີມຊາດລາວຈະພົບກັບທີມຊາດຟິລິບປິນ ໃນວັນທີ 30 ສິງຫາ 2015 ນີ້ທີ່ສະໜາມກິລາແຫ່ງຊາດຫຼັກ 16 ຖ່າຍທອດສົດທາງໂທລະພາບແຫ່ງຊາດລາວຊ່ອງ 3 ສຳລັບປີ້ເຂົ້າຊົມລາຄາ 10,000 ກີບ ລາຍຮັບຈາກການຂາຍປີ້ແມ່ນຈະເອົາໄປຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ