Homeລົດຍົນ-ຍານພາຫະນະເມື່ອຕ້ອງຈອດລົດຖິ້ມໄວ້ດົນໆ ເຮົາຄວນເຮັດຢ່າງໃດ

ເມື່ອຕ້ອງຈອດລົດຖິ້ມໄວ້ດົນໆ ເຮົາຄວນເຮັດຢ່າງໃດ

Published on

       http://s6.boxzaracing.com/news/03/5x/

   ການ​ຈອດ​ລົດ​ຖິ້ມ​ໄວ້​ດົນ​ໆຫລາຍ​ມື້ ຫລາຍ​ອາທິດ ຫລື​ບາງເທື່ອ​ອາດຈະ​ເປັນ​ເດືອນ​ເລີຍ​ກໍ​ໄດ້ ຈາກ​ການ​ທີ່​ເຮົາ​ອາດຈະ​ມີ​ວຽກ ​ຫລື​ ທ່ອງ​ທ່ຽວ  ການ​ຈອດ​ລົດ​ຖິ້ມ​ໄວ້​ດົນໆ​ຍ່ອມ​ມີ​ຜົນ​ເສຍຢ່າງ​ແນ່ນອນ ເມື່ອ​ຮູ້​ແບບນີ້​ແລ້ວ​ເຮົາ​ຈຶ່ງ​ຄວນ​ຮູ້​ວິທີ​ຈັດການ​ກັບ​ບັນຫາເມື່ອ​ຕ້ອງ​ຈອດ​ລົດ​ຖິ້ມ​ໄວ້​ດົນ​ໆ ເຮົາ​ຄວນ​ເຮັດ​ຢ່າງໃດ
1. ຝາກ​ໃຫ້​ຄົນ​ທີ່ໄວ້ໃຈຊ່ວຍສະ​ຕາລ໌​ລົດ 2-3 ມື້​ໜຶ່ງ​ເທື່ອ ຫລື ຢ່າງ​ນ້ອຍ​ສຸດ​ອາທິດ​ລະ 1 ເທື່ອ
2. ທຳການ​ກວດ​ເຊັກ​ລະ​ດັບ​ຂອງ​ແຫລວ​ຕ່າງໆ​ໃນ​ສ່ວນ​ຂອງ​ເຄື່ອງ​ຈັກເຊັ່ນ ນ້ຳ​ໃນ​ໝໍ້​ນ້ຳ, ນ້ຳ​ມັນ​ເຄື່ອງ ຫລື​ຂອງ​ແຫລວ​ຕ່າງໆ​ເພື່ອ​ປ້ອງ​ກັນ​ການ​ເກີດ​ຂີ້ໝ້ຽງກິນ
3. ນຳ​ລົດ​ໄປ​ລ້າງ​ໃຫ້​ສະ​ອາດ ເພື່ອ​ປ້ອງ​ກັນ​ສິ່ງເປິະເປື້ອນ​ບໍ່​ໃຫ້​ຕິດ​​ສີ​ລົດ​ດົນ​ເກີນ​ໄປ
4. ພະຍາຍາມ​ຈອດ​ລົດ​ໃນ​ທີ່​ຮົ່ມ ຫາ​ຜ້າ​ຄຸມ​ລົດ​ໄວ້​ເພື່ອ​ປ້ອງ​ກັນ​ແສງ​ແດດ ແລະ​ສິ່ງ​ເປິະເປື້ອນ
5. ເຕີມ​ລົມ​ຢາງ​ໃຫ້​ແຂງ​ກວ່າ​ປົກກະຕິ ເພື່ອ​ປ້ອງ​ກັນ​ນ້ຳ​ໜັກ​ຂອງ​ລົດ​ ກົດລົມຢາງ​ຫລາຍ​ເກີນ​ໄປ​ຈົນ​ເສຍ​ຮູບ
6. ທຳການ​ຖອດ​ແບດ​ເຕີ​ລີ່​ອອກ ເພື່ອ​ປ້ອງ​ການ​ແບດ​ໝົດ ເພາະ​ລົດ​ຈະ​ທຳການ​ດຶງ​ໄຟ​ຈາກ​ແບດ​ເຕີ​ລີ່​ຕະຫລອດ​ເວລາ ແລະ​ຄວນ​ໃຫ້​ຜູ້​ຊ່ຽວຊານ​ຊ່ວຍ​ຖອດ​ໃຫ້​ເພື່ອ​ຄວາມ​ປອດ​ໄພ

http://s6.boxzaracing.com/news/03/5x/
ພຽງ​ເທົ່າ​ນີ້​ເຮົາ​ກໍ​ສາມາດ​ທີ່​ຈະ​ຈອດ​ລົດ​ຖິ້ມ​ໄວ້​ດົນ​ໆ ໂດຍ​ບໍ່​ຕ້ອງ​ເປັນ​ກັງ​ວົນ​ແລ້ວ

 

ບົດຄວາມຫຼ້າສຸດ

ສຸມໃສ່ການພັດທະນາພື້ນຖານໂຄງລ່າງ ກໍ່ສ້າງ ແລະ ບູລະນະສ້ອມແປງເສັ້ນທາງ ໃຫ້ສາມາດນໍາໃຊ້ໄດ້ຕະຫຼອດປີ.

(ສພຊ) - ວັນທີ 8 ກໍລະກົດ 2026 ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ສັງລວມການປະກອບຄໍາເຫັນຂອງບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) 40 ທ່ານ...

ສປປ ລາວ ເຂົ້າຮ່ວມໂຄງການ eYAA ຂອງທະນາຄານ Maybank ແລະ ASEAN Foundation ເປັນຄັ້ງທໍາອິດ.

ໃນຂະນະທີ່ ສປປ ລາວ ກຳລັງຂັບເຄື່ອນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 10 (2026–2030), ການສ້າງພື້ນຖານເສດຖະກິດທີ່ເປັນເອກະລາດ ແລະ ເພິ່ງຕົນເອງ ຍັງຄົງເປັນບຸລິມະສິດລະດັບຊາດ. ເຖິງຢ່າງໃດກໍຕາມ, ຫຼາຍຊຸມຊົນໃນເຂດຊົນນະບົດ ຍັງຄົງຜະເຊີນກັບສິ່ງທ້າທາຍອັນໃຫຍ່ຫຼວງ,...

ບາດກ້າວໃໝ່! PTT (LAO) ຈັບມື BlueDot ເຊັນ MOU ສຶກສາຮ່ວມທຶນຂະຫຍາຍສະຖານີສາກລົດໄຟຟ້າ.

ວັນທີ 2 ກໍລະກົດ 2026 ບໍລິສັດ ພີທີທີ (ລາວ) ຈໍາກັດ (PTT LAO) ແລະ ບໍລິສັດ ລາວທານີ ກົນຈັກໜັກ...

ລັດຖະບານ ໄດ້ສຸມໃສ່ຍົກລະດັບຄຸນນະພາບການຮຽນ-ການສອນ.

ທ່ານ ສອນໄຊ ສີພັນດອນ ໄດ້ສະເຫນີລາຍງານໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ລັດຖະບານ ໄດ້ສຸມໃສ່ຍົກລະດັບຄຸນນະພາບການຮຽນ-ການສອນ ດ້ວຍວິທີການຕ່າງໆ ເປັນຕົ້ນແມ່ນ ໄດ້ປັບປຸງລະບົບສາຍສຶກສາສາມັນ ຈາກ 5+4+3 ເປັນ 6+3+3...