ສຳລັບໂປຣແກຣມການແຂ່ງຂັນອຸ່ນເຄື່ອງ ຂອງທີມຊາດລາວ U-16 ທີ່ ແຂວງ ຈຳປາສັກກັບ ການແຂ່ງຂັນກິລາບານເຕະຮຸ່ນເຍົາວະຊົນ U-16 ຊີງຂັນ ໄອດີຊີ ປະຈໍາປີ 2015 ເຊິ່ງເປັນລາຍການແຂ່ງຂັນ 4 ເສົ້າ ເຊີ່ງມີກົດກະຕິກາແມ່ນແຂ່ງຂັນພົບກັນໝົດ 4ທີມ, ຫຼັງຈາກແຂ່ງຂັນແລ້ວໃນ3ນັດທີມໃດມີຄະແນນສູງສຸດຈະໄດ້ຮັບ ຂັນລາງວັນເລີຍ.
ສ່ວນການແຂ່ງຂັນຈະໄດ້ຈັດຂື້ນທີ່ສະໜາມກິລາ ແຂວງຈຳປາສັກໃນວັນສຸກ ວັນທີ 28 ສິງຫາ 2015 ເປັນຕົ້ນໄປ, ແລະ ການແຂ່ງຂັນຄັງນີ້ຈະສິ້ນສຸດໃນວັນອາທິດ ວັນທີ 30 ສິງຫາ 2015 ທຸກໆນັດຈະແຂ່ງຂັນຢູ່ທີ່ສະຫນາມກິລາກາງແຂວງຈໍາປາສັກທັງໝົດ
ຂອບໃຈຂ່າວແລະພາບ: ສຕລ