spot_img
Homeລົດຍົນ-ຍານພາຫະນະຄວາມ​ສະ​ອາດ​ຂອງ​ເຄື່ອງ​ຈັກ​ມີ​ຜົນ​ຕໍ່​ຄວາມ​ແຮງ ຕ້ອງ​ເບິ່ງແຍງ​ຢ່າງໃດ​

ຄວາມ​ສະ​ອາດ​ຂອງ​ເຄື່ອງ​ຈັກ​ມີ​ຜົນ​ຕໍ່​ຄວາມ​ແຮງ ຕ້ອງ​ເບິ່ງແຍງ​ຢ່າງໃດ​

Published on

http://s4.boxzaracing.com/news/05/ff/

ເຄື່ອງ​ຈັກ​ເມື່ອ​ຜ່ານ​ການ​ໃຊ້​ງານ​ໄປ​ດົນໆ​ມັກ​ເກີດ​ສິ່ງເປິະເປື້ອນ​ຂຶ້ນ

ຄວາມ​ຮູ້​ກ່ຽວກັບ​ລົດ​​ໃນ​ມື້​ນີ້​ທາງ​ທີມ​ງານ​ຈະ​ພາໝູ່​ເພື່ອ​ນ​ໄປ​ພົບ​ກັບ​​ລົດ​ທີ່​ຖື​ວ່າ​ມີ​ປະໂຫຍດ​ຫລາຍ​ໆ ໂດຍ​ເລື່ອງ​​ທີ່​ທາງ​ທີມ​ງານ​ຈະ​ນຳ​ມາ​ໃຫ້​ໄດ້​ອ່ານ​ກັນ​ໃນ​ມື້​ນີ້​ຈະ​ເປັນ​ເລື່ອງ​ຂອງ​ການ​ເບີ່ງແຍງຮັກສາ​ຄວາມ​ສະ​ອາດ​ເຄື່ອງ​ຈັກ ວ່າ​ຄວນ​ຮັກສາ​ຢ່າງໃດ ​ແລະ ​ມີ​ຜົນ​ກັບ​ເລື່ອງ​ຫຍັງ​ນຳ​ຫາກ​ເຄື່ອງ​ຈັກເປື້ອນ

http://s4.boxzaracing.com/news/05/ff/

ຫາກ​ໃຊ້​ນ້ຳ​ມັນ​ທີ່​ມີ​ຄຸນນະພາບ ຈະ​ເຮັດໃຫ້​ຊ່ວຍຫ​ລຸດຜ່ອນ​ຄາບ​ເປື້ອນ​ທີ່ເກິດຂື້ນ​ໃນ​ເຄື່ອງ​ຈັກໄດ້

ໃນ​ເລື່ອງ​ຂອງ​ເຄື່ອງ​ທີ່ເປິະເປື້ອນ​ນັ້ນ​ຫລາຍ ໆ​ທ່ານ ອາດຈະ​ສົງ​ໄສ​ວ່າ​ເກີດ​ຂຶ້ນ​ໄດ້​ຢ່າງໃດ​ຊຶ່ງ​ສາ​ເຫດ​ຂອງ​ເຄື່ອງ​ຈັກເປື້ອນ​ນັ້ນ​ເກີດ​ຈາກ​ການ​ເຜົາ​ໄໝ້​ຂອງ​ເຄື່ອງ​ຈັກ ຊຶ່ງ​ໃນ​ການ​ເຜົາ​ໄໝ້​ຂອງ​ເຄື່ອງ​ຈັກນັ້ນ​ຈະ​ສາມາດ​ເຮັດໃຫ້​ເກີດ​ຄາບ​ເປິະເປື້ອນໃນ​ເຄື່ອງ​ຈັກ ເຮັດ​ໃຫ້ເປັນ​ສາ​ເຫດ​ທີ່​ເຮັດໃຫ້​ເຄື່ອງ​ຈັກນັ້ນ​ມີ​ປະ​ສິດ​ທິ​ພາບ​ຫລຸດລົງ ເພາະ​ເຄື່ອງ​ຈັກຈະ​ເຮັດວຽກ​ໄດ້​ຢ່າງ​ເຕັມທີ່ ກໍ​ຕໍ່​ເມື່ອ​ນ້ຳ​ມັນ​ແລະ​ອອກ​ຊິ​ເຈນ​ທີ່​ຜ່ານ​ເຂົ້າໄປ​ສູ່​ຫ້ອງ​ເຜົາ​ໄໝ້​ນັ້ນ ມີ​ປະລິມານ​ທີ່​ເໝາະ​ສົມ ໂດຍ​ໃນ​ລົດ​ໃໝ່​ໆ​ທີ່​ມີ​ສະພາບ​ພາຍ​ໃນ​ເຄື່ອງ​ຈັກສະ​ອາດ​ ແລະ​ ເງົາງາມ​ ຈຶ່ງ​ເຮັດໃຫ້​ນ້ຳ​ມັນ​ແລະ​ອອກ​ຊິ​ເຈນ​ໄຫລ​ຜ່ານ​ໄດ້​ດີ ແລະ​ ປະສົມ​ເຂົ້າ​ນຳກັນ​ໃນ​ປະລິມານ​ທີ່​ເໝາະ​ສົມ ແຕ່​ເມື່ອ​ໃຊ້​ງານ​ໄປ​ໄລ​ຍະໜື່ງ​ກໍ​ມີ​ໂອ​ກາດ​ທີ່​ເຄື່ອງ​ຈັກ​ຈະ​ເກີດ​ຄາບ​ເປິະເປື້ອນພາຍ​ໃນ​ເຄື່ອງ ເຮັດໃຫ້​ປະ​ສິດ​ທິ​ພາບ​ເຄື່ອງ​ຈັກຫ​ລຸດລົງ  ເຮັດໃຫ້​ຮູ້ສຶກ​ວ່າ​ເຄື່ອງ​ຈັກ​ມີ​ການ​ຕອບສະຫນອງ​ບໍ່​ດີ​ເຊັ່ນ​ເຄີຍ ເລັ່ງ​ເຄື່ອງ​ບໍ່​ໄດ້​ດັ່ງ​ໃຈ

ເຮັດ​ຢ່າງໃດ​ເຖິງ​ຈະ​ຊ່ວຍ​ປົກ​ປ້ອງ​ເຄື່ອງ​ຈັກຈາກ​ສິ່ງເປິະເປື້ອນ

ແນວ​ທາງ​ທີ່​ງ່າຍ​ທີ່ສຸດ​ທີ່​ເຈົ້າ​ຂອງ​ລົດ​ທຸກ​ຄົນ​ສາມາດ​ເຮັດ​ໄດ້ ໃນ​ການຮັກສາ​ຄວາມ​ສະ​ອາດ​ຂອງ​ເຄື່ອງ​ຈັກກໍ​ຄື ການ​ໃຊ້​ນ້ຳ​ມັນ​ທີ່​ມີ​ຄຸນນະພາບ ເພາະ​ຈະ​ປາສະຈາກ​ສິ່ງ​ເຈືອປົ​ນ ແລະ​ ຊ່ວຍ​ໃຫ້​ການ​ເຜົາ​ໄໝ້​ເປັນ​ໄປ​ຢ່າງ​ມີ​ປະ​ສິດ​ທິ​ພາບ ກໍ​ຈະ​ຊ່ວຍ​ຍືດ​ອາ​ຍຸ​ຄວາມ​ໃໝ່​ຂອງ​ເຄື່ອງ​ຈັກໄດ້​ດົນ​ຂຶ້ນ  ສ່ວນ​ໃຜ​ທີ່​ຂັບ​ລົດ​ທີ່​ໃຊ້​ມາ​ຫລາຍ​ປີ​ແລ້ວ  ການ​ຫັນ​ມາ​ເລືອກ​ເຕີມ​ນ້ຳ​ມັນ​ທີ່​ດີ ມີ​ປະ​ສິດ​ທິ​ພາບ​ການ​ເຜົາ​ໄໝ້​ສູງ ຈະ​ຊ່ວຍ​ຢຸດ​ການ​ກໍ່​ຕົວ​ເພີ່ມ​ຂຶ້ນ​ຂອງ​ຄາບ​ເປິະເປື້ອນ ຊຶ່ງ​ເປັນ​ສາ​ເຫດ​ທີ່​ເຮັດໃຫ້​ເຄື່ອງ​ຈັກມີ​ປະ​ສິດ​ທິ​ພາບ​ຫລຸດລົງ ໄດ້​ເປັນ​ຢ່າງ​ດີ

http://s4.boxzaracing.com/news/05/ff/

ເມື່ອ​ເຄື່ອງ​ຈັກສະ​ອາດ​ນັ້ນ​ຈະ​ເຮັດໃຫ້​ການ​ຕອບສະຫນອງ​ດີ​ຂຶ້ນ

ບົດຄວາມຫຼ້າສຸດ

5 ນັກກິລາບານສົ່ງໄທຕິດຢູ່ໃນເນປານ ທ່າມກາງການປະທ້ວງຮຸນແຮງ ພ້ອມເຜີຍສະຖານະການຫຼ້າສຸດ

ຈາກສະຖານະການຄວາມຮຸງແຮງ ຂອງການປະທ້ວງທີ່ເກີດຂຶ້ນທີ່ປະເທດເນປານ ໃນວັນທີ 09 ກັນຍາ 2025 ທີ່ຜ່ານມາ ສົ່ງຜົນໃຫ້ນັກກິລາບານສົ່ງຍິງຈາກປະເທດໄປ ຈຳນວນ 5 ຄົນ, ທີ່ເດີນທາງໄປແຂ່ງຂັນກິລາບານສົ່ງທີ່ປະເທດເນປານ ລະຫວ່າງ ວັນທີ 05-13...

ອອກມາແລ້ວ ກົດໝາຍວ່າດ້ວຍລັດຖະກອນສະບັບປັບປຸງໃໝ່ ລົງວັນທີ 7 ພຶດສະພາ 2025

ແຈ້ງການອອກມາແລ້ວ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ ເລກທີ 046/ປປທ ລົງວັນທີ 07/09/2025 ມີເນື້ອໃນດັ່ງນີ້:

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ - ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...