ຜົນການແຂ່ງຂັນຂອງອາເຊນອນເປີດບ້ານຮັບການມາເຢືອນຂອງລິເວີພູ

ໃນການແຂ່ງຂັນບານເຕະພຣີເມຍລີກ ຂອງຄ່ຳຄືນວັນທີ 24 ສິງຫາ 2015 ມີ 1 ຄູ່ລົງສະໜາມເປັນການພົບກັນລະຫວ່າງ ອາເຊນອນ ພົບກັບ ລິເວີພູ ໃນເວລາ 02:00 ໂມງ( ຕາມເວລາບ້ານເຮົາ )

ທັບຂອງຫົງແດງບຸກມາສະເໝີກັບອາເຊນອນ ໄປຢ່າງຫວຸດຫວິດ ເບີ່ງຄືວ່າມີລຸ້ນປະຕູຕະຫຼອດແຕ່ວ່າໃນເກມກໍ່ຍືດເຍື້ອຍາວນານຈົນໝົດເວລາ ເຈົ້າບ້ານພັບສະໜາມບຸກເກືອບທັງເກມການແຂ່ງຂັນ ແຕ່ກໍ່ຍັງບໍ່ສຳເລັດສຸດທ້າຍຈົບລົງທີ່ 0-0 ຕອນນີ້ ລິເວີພູ ຂື້ນມາຢູ່ອັນດັບທີ 3 ລວມມີ 7 ຄະແນນ ຍັງຮັກສາາະຖິຕິບໍ່ເສຍປະຕູ ສ່ວນວ່າ ປືນໃຫຍ່ ຢູ່ອັນດັບທີ 9 ມີ 4 ຄະແນນ

12666