spot_img
Homeວິທະຍາສາດ-ວິທະຍາການນາຊ່າມອບເງີນເຈັດລ້ານດອນລ່າເພື່ອວິໄຈການເຮັດໃຫ້ອຸດຈາລະກາຍເປັນອາຫານ

ນາຊ່າມອບເງີນເຈັດລ້ານດອນລ່າເພື່ອວິໄຈການເຮັດໃຫ້ອຸດຈາລະກາຍເປັນອາຫານ

Published on

b30edfc7b95caef6deb62031a4ce87ed

ອາຫານ​ທີ່​ຈະ​ປະ​ທັງ​ຊີວິດ​ຄົນ​ລຸ້ນຕໍ່​ໄປ​ໃນ​ຂະນະ​ທີ່​ເຮົາ​ກຳ​ລັງ​ສ້າງ​ອາ​ນາ​ນິ​ຄົມ​ໄປ​ທົ່ວ​ອາວະ​ກາດ​ນັ້ນ ອາດ​ບໍ່ແມ່ນ​ສິ່ງ​ອື່ນ​ໃດ​ໄປ​ນອກ​ຈາກ​ອຸດ​ຈາ​ລະ​ຂອງ​ເຮົາ​ເອງ​ຖ້າ​ຫາກວ່າ​ໂຄງ​ການ​ໃໝ່​ທີ່​ນາ​ຊ່າ​ໃຫ້​ການ​ສະໜັບສະໜູນ​ນັ້ນ​ປະ​ສົບ​ຜົນ​ສຳ​ເລັດ

ຫນ່ວຍ​ງານ​ດ້າ​ນອາວ​ະກາດ​ຂອງສະ​ຫາຣັດ​ນັ້ນ​ໄດ້​ມອບ​ເງິນທືນ​ໃຫ້​ແກ່​ກຸ່ມ​ນັກ​ວິ​ໄຈ​ທີ່ Clemson University ທີ່​ຣັດ South Carolina ເປັນ​ເງີນ 200,000 ດອນ​ລ່າ​ຕໍ່​ປີ ເປັນ​ເວລາ​ສາມ​ປີ​ເພື່ອ​ຄິດ​ໃຫ້​ອອກວ່າ​ຈະ​ສາມາດ​ທຳການ​ລີ​ໄຊ​ເຄີນ​ອຸດ​ຈາ​ລະ​ຂອງ​ມະນຸດ​ກັບ​ມາ​ເປັນ​ອາຫານ​ສັງ​ເຄາະ​ທີ່​ສາມາດ​ປະ​ທັງ​ຊີບ​ຂອງ​ນັກ​ບິ​ນອາວະ​ກາດ​ໃນ​ຂະນະ​ການເດິນທາງ​ເປັນ​ເວລາ​ດົນ​ຫລື​ລະຫວ່າງ​ຢູ່​ເທິງ​ດາວ​ອັງ​ຄານ​ໄດ້​ຢ່າງໃດ

ເງີນ​ທືນ​ວິ​ໄຈ​ນີ້​ນັ້ນ​ເປັນ​ໜຶ່ງ​ໃນ​ແປດ​ເງີນ​ທືນ​ທີ່​ໄດ້​ຖືກ​ມອບ​ໃຫ້​ແກ່​ມະຫາ​ວິທະຍາ​ໄລ​ຕ່າງໆ ຂອງສະຫາຣັດ​ ຊຶ່ງ​ທັງ​ໝົດ​ນັ້ນ​ເນັ້ນ​ຄວາມ​ສົນ​ໃຈ​ໄປ​ທີ່ “ເທກ​ໂນ​ໂລ​ຍີ​ຂັ້ນ​ຕົ້ນ​ທີ່​ມີ​ຄວາມ​ສ້າງສັນ​ແລະ​ສາມາດ​ແກ້​ບັນຫາ​ຄວາມ​ຕ້ອງ​ການ​ທີ່​ມີ​ຄວາມ​ສຳຄັນ​ສູງ​ຂອງ​ໂຄງ​ການອາວະ​ກາດ​ຂອງອາເມ​ຣິກາ​ໄດ້”

“ກຸ່ມ​ນັກ​ວິ​ໄຈ​ລຸ້ນ​ໃໝ່​ນີ້​ຈະ​ເປັນ​ເຊື້ອ​ເພີງ​ໃຫ້​ກັບ​ເຄື່ອງ​ຈັກ​ນະວັດຕະ​ກຳ​ຂອງ​ນາ​ຊ່າ” Steve Jurczyk, ຮອງ​ຜູ້​ບໍລິຫານ​ຂອງ​ໂຄງ​ການ​ເທກ​ໂນ​ໂລ​ຍີ​ອາວະ​ກາດ​ຂອງ​ນາ​ຊ່າ​ກ່າວ “ເທກ​ໂນ​ໂລ​ຍີ​ນັ້ນ​ຂັບ​ເຄື່ອນ​ການ​ສຳ​ຫລວດ ແລະ​ ການ​ລົງ​ທືນ​ໃນ​ເທກ​ໂນ​ໂລ​ຍີ​ແລະ​ນັກ​ປະດິດ​ເທກ​ໂນ​ໂລ​ຍີ​ນັ້ນ​ເປັນ​ສິ່ງ​ສຳຄັນ​ເພື່ອ​ທີ່​ຈະໃຫ້​ແນ່​ໃຈ​ວ່າ​ນາ​ຊ່າ​ແລະ​ປະເທດ​ນັ້ນ​ມີ​ຄວາມຈຳ​ເປັນ​ແກ່​ການ​ຜະເຊີນ​ໜ້າ​ກັບ​ຄວາມ​ທ້າ​ທາຍ​ຕ່າງໆ ທີ່​ຈະ​ເກີດ​ຂຶ້ນ​ເມື່ອ​ເຮົາ​ອອກ​ຜະ​ຈົນ​ໄພ​ໄປ​ຍັງ​ດາວ​ອັງ​ຄານ”

ໃນ​ຂະນະ​ທີ່​ຍັງ​ບໍ່​ມີ​ຂໍ້​ມູນ​​ກ່ຽວກັບ​ໂຄງ​ການ​ນີ້ ສິ່ງ​ທີ່​ເຮົາ​ຮູ້​ກໍ​ຄື​ວ່າ ຫົວຂໍ້​ຂອງ​ງານ​​ນີ້​ກໍ​ຄື “ຊີວະວິທະຍາ​ສັງ​ເຄາະ​ສຳລັບ​ການ​ລີ​ໄຊ​ເຄີນ​ອຸດຈາລະ​ຂອງ​ມະນຸດ​ໃຫ້ເປັນ​ອາຫານ ສິ່​ງບໍ​ລິ​ໂພກ​ທີ່​ມີ​ປະໂຫຍດ​ຕໍ່​ສຸກຂະພາບ ແຕ່​ວັດສະ​ດຸ​ຕ່າງໆ ການ​ປິ​ດວົງ​ວຽນ​ຂອງ​ການເດິນທາງ​ໄລ​ຍະ​ໄກ​ໃນ​ອາວະ​ກາດ” ແລະ​ມັນ​ກໍ​ໄດ້​ຖືກ​ດຳ​ເນີນ​ງານ​ໂດຍ​ນັກ​ຊີວະ​ວິທະຍາ​ສັງ​ເຄາະ Mark Blenner ທີ່ Clemson University

According to NASA, the project could have big impacts for space exploration by “providing the means to produce food … on site at distant destinations using synthetic, biology-based approaches”.

ຈາກ​ຄຳ​ກ່າວ​ຂອງ​ນາ​ຊ່າ ໂຄງ​ການ​ດັ່ງ​ກ່າວ​ນັ້ນ​ອາດຈະ​ມີ​ຜົນ​ກະທົບ​ຢ່າງ​ຫລາຍ​ຕໍ່​ການ​ສຳ​ຫລວດ​ອາວະ​ກາດ​ດ້ວຍ​ການ “ມອບ​ວິທີ​ການ​ການ​ຜະລິດ​ອາຫານ​ໃນ​ສະຖານ​ທີ່​ໆ ຢູ່​ຫ່າງ​ໄກ​ດ້ວຍ​ວິທີ​ການ​ທາງ​ຊີວະ​ວິທະຍາ”

ຫລັງ​ຈາກ​ທີ່​ໂຄງ​ການ​ຍາ​ນອາວະ​ກາດ​ຂອງ​ນາ​ຊ່າ​ນັ້ນ​ສີ້ນສຸດ​ລົງ​ໃນ​ປີ 2011 ນັ້ນ ນາ​ຊ່າ​ກໍ​ໄດ້​ຈ້າງ​ບໍລິສັດ​ຂົນ​ສົ່ງ​ເຊັ່ນ Space X ເພື່ອ​ຂົນ​ສົ່ງ​ອາຫານ​ໄປ​ກັບ​ຈາກ​ສະຖານີອາ​ວະ​ກາດ​ນານາ​ຊາດ​ຫລື International Space Station (ISS)

ແຕ່​ທາງ​ຫນ່ວຍ​ງານ​ເອງ​ກໍ​ກຳ​ລັງ​ຫາ​ຫົນ​ທາງ​ສຳລັບ​ນັກ​ບິ​ນອາວະ​ກາດ​ທີ່​ຈະ​ສາມາດ​ປູກ​ອາຫານ​ດ້ວຍ​ຕົວ​ເອງ​ເທິງ​​ໂຄຈອນ​ນອກ​ໂລກ​ດ້ວຍ​ເຊັ່ນ​ກັນ ອີກ​ທັງ​ຄວາມ​ຫລ້າ​ຊ້າ​ແລະ​ການ​ລະ​ເບີດ​ຕ່າງໆ​ໄດ້​ສະແດງ​ໃຫ້​ເຫັນ​ແລ້ວ​ວ່າ​ຄວາມ​ສາມາດ​ໃນ​ການ​ປະ​ທັງ​ຊີວິດ​ດ້ວຍ​ຕົນເອງ​ນັ້ນ​ເປັນ​ສິ່ງ​ສຳຄັນ​ຫລາຍ​ – ໂດຍ​ສະເພາະ​ຢ່າງ​ຍິ່ງ​ຖ້າ​ຫາກ​​ພວກເຂົາ​ຢູ່ໃນ​ທີ່​ໆ​ເດິນທາງ​ໄປ​ໄດ້​ຍາກ​ລຳ​ບາກ​ເຊັ່ນດາວ​ອັງ​ຄານ

ທີ່​ມາ: [http://www.sciencealert.com/nasa-s-received-a-200-000-grant-to-turn-human-poop-into-food]

 

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...