ເລີ່ມເຄີ່ງເວລາທຳອິດມາຈົນເຖິງນາທີທີ່ 20 ເຊວຊີ ໄດ້ປະຕູຂື້ນນຳປະຕູເມື່ອ ເອດອງ ອາຊາ ສົ່ງບານໃຫ້ ເປໂດຣ ໂຣດຣິເກຊ ຍິງດາດຂາຂອງ ໂຍນາສ ໂອລສັນ ຜ່ານມື ໂບອາຊ ມາຍຮິວ ເຂົ້າໄປເປັນ 1-0 ປະຕູ
ນາທີທີ່ 30 ເຊວຊີ ມາໄດ້ປະຕູທີ 2 ຈາກ ເປໂດຣ ໂຣດຣິເກຊ ຍິງໄປໃນເຂດໂທດດ້ານຂວາ ໄປໜ້າປະຕູ ດິເອໂກ້ ຄອສຕ້າ ລົ້ມສະໄລ້ບານເຂົ້າໄປເປັນ 2-0 ປະຕູ
ໃນນາທີ່ 35 ເວສບອມວິຊ ມາໄດ້ປະຕູຕີໄຂ່ແຕກເມື່ອ ໂຊໂລມອນ ຣອນດອນ ຍິງລູກປັ່ນສາມລໍ້ເທີງອາກາດສົ່ງບານໄປໃຫ້ ເຈມສ໌ ມໍຣິສັນ ຍິງດ້ວຍຂວາ ຜ່ານ ຕິໂບ ກູຕົວສ໌ ເຂົ້າໄປເຮັດໃຫ້ເປັນ 1-2 ປະຕູ
ນາທີທີ່ 42 ທີມເຢືອນ ເຊວຊີ ນໍາຫ່າງເປັນ 3-1 ປະຕູ ເຊສ ຟາເບຣກາສ ໂຍນບານໃຫ້ ດິເອໂກ້ ຄອສຕ້າ ພັກເອິກເອົາບານລົງໃຫ້ ເຊຊາ ອັຊປິລິກວຍຕ້າ ຍິງຜ່ານ ໂບອາຊ ມາຍຮິວ ເຂົ້າປະຕູໄປຈົບເຄີ່ງເວລາທຳອິດ ເຊວຊີຂື້ນນຳກ່ອນ 3-1 ປະຕູ
ກັບມາໃນເຄີ່ງເວລາທີ 2 ໃນນາທີທີ່ 55 ເຊວຊີ ຕ້ອງເຫຼືອຜູ້ຫຼີ້ນພຽງ 10 ຄົນເມື່ອ ຈອນ ເທີຣີ່ ເປັນຕົວສຸດທ້າຍໄປດຶງ ຊາໂລມອນ ຣອນດອນ ລົ້ມລົງໜ້າເສັ້ນເຂດໂທດເຮັກໃຫ້ຖືກໃບແດງອອກຈາກສະໜາມທັນທີ
ນາທີທີ່ 59 ເຈົ້າບ້ານຍິງເພີ່ມ ຄັລລັມ ແມັກມານາມານ ເປີດບານໃຫ້ຈາກເບື້ອງຊ້າຍໄປໃຫ້ ເຈມສ໌ ມໍຣິສັນ ໂໝ່ງຜ່ານ ຕິໂບ ກູຕົວສ໌ ໄລ່ຂື້ນມາເປັນ 2-3 ປະຕູ, ທັງສອງທີມບໍ່ສາມາດຍິງປະຕູເພີ່ມຈົນຈົບ 90 ນາທີ ເຊວຊີ ເອົາຊະນະ ເວສບອມວິຊ ອັລບ້ຽນ ໄປໄດ້ 3-2ປະຕູ
