spot_img
Homeຂ່າວພາຍ​ໃນເຜີຍແຜ່ບົດລາຍງານຜົນການຈັດຕັ້ງປະຕິບັດເປົ້າຫມາຍສະຫະສະວັດດ້ານການພັດທະນາຂອງ ສປປ ລາວ

ເຜີຍແຜ່ບົດລາຍງານຜົນການຈັດຕັ້ງປະຕິບັດເປົ້າຫມາຍສະຫະສະວັດດ້ານການພັດທະນາຂອງ ສປປ ລາວ

Published on

mon9sep4

ໃນວັນທີ 6 ກັນຍາ 2013 ທີ່ໂຮງແຮມດອນຈັນພາເລດ, ລັດຖະບານ ສປປ ລາວ ຮ່ວມ ກັນອົງການສະຫະປະຊາ ຊາດ ຈັດພິທີເຜີຍແຜ່ບົດລາຍ ງານການຈັດຕັ້ງປະຕິບັດເປົ້າ ຫມາຍສະຫັດສະຫວັດດ້ານ ການພັດທະນາ(Millenium Development Goals: MDGS) ສະບັບທີ 3 ຂອງ ສປປ ລາວ. ໂດຍການເປັນປະ ທານຂອງທ່ານ  ດຣ ທອງລຸນ ສີສຸລິດ, ຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີວ່າ ການກະຊວງການຕ່າງປະ ເທດ ພ້ອມດ້ວຍຄະນະນຳ ຂອງບັນດາຂະແໜງການ ອ້ອມຂ້າງຕ່າງໆ ແລະ ເຈົ້າ ຫນ້າທີ່ຂັ້ນສູງຂອງວົງການ ສະຫະປະຊາຊາດເຂົ້າຮ່ວມ ໃນພິທີດັ່ງກ່າວ.
ພາຍຫລັງການປະກາດຖະ ແຫຼງການສະຫະສະຫວັດໃນ ປີ 2000, ສປປ ລາວ ໄດ້ດຳ ເນີນການຈັດຕັ້ງປະຕິບັດເປົ້າ ຫມາຍສະຫັດສະຫວັດດ້ານ ການພັດທະນາຂອງຕົນໃນ ໄລະຜ່ານມາ ໄດ້ມີຜົນສຳເລັດ ຫລາຍຢ່າງເຊັ່ນ: ສ້າງບົດລາຍ ງານແຫ່ງຊາດ 2 ສະບັບຄື: ສະບັບທີຫນຶ່ງໃນປີ 2004 ແລະ ສະບັບທີສອງໃນປີ 2008. ສ່ວນສະບັບທີ່ສາມ ແມ່ນເລີ່ມແຕ່ປີ 2012, ມາ ເຖິງປັດຈຸບັນເພື່ອໃຫ້ກຳນົດ ໃຫ້ບັນລຸເປົ້າຫມາຍສະຫັດ ສະຫວັດດ້ານການພັດທະນາ ພາຍໃນປີ 2015 ນີ້, ຕະຫຼອດ ໄລຍະຂອງການຈັດຕັ້ງປະຕິ ບັດເປົ້າຫມາຍດັ່ງກ່າວ ສປປ ລາວ ສາມາດບັນລຸໄດ້ໃນ ຫຼາຍເປົ້າຫມາຍຂອງ MDGS ເຊັ່ນ: ການສົ່ງເສີມບົດບາດ ຍິງ-ຊາຍ ແລະ ການສ້າງ ຄວາມເຂັ້ມແຂງໃຫ້ແກ່ແມ່ ຍິງ, ການຫລຸດຜ່ອນອັດຕາ ການເສຍຊີວິດຂອງເດັກ, ການຕ້ານກັບເຊື້ອພະຍາດ ເອດໄອວີ, ໄຂ້ມາເລເລຍ ແລະ ເຊື້ອພະຍາດອື່ນໆ ແລະ ການສ້າງຄູ່ຮ່ວມມືດ້ານການ ພັດທະນາໃນຂອບເຂດທົ່ວ ໂລກ.
ເພື່ອໃຫ້ບັນລຸເປົ້າຫມາຍສະ ຫັດສະຫວັດດ້ານການພັດ ທະນາຫຼື MDGS ລັດຖະບານ ແຫ່ງ ສປປ ລາວ ໄດ້ເອົາໃຈ ໃສ່ຢ່າງຕັ້ງຫນ້າໃນການຜັນ ຂະຫຍາຍບັນດາເປົ້າຫມາຍ ດັ່ງກ່າວເຂົ້າໃນແຜນຍຸດທະ ສາດການພັດທະນາເພື່ອ ການຈະເລີນເຕີບໂຕ ແລະ ການລຶບລ້າງຄວາມທຸກຍາກ ແຫ່ງຊາດ ໂດຍແນໃສ່ເປົ້າ ຫມາຍນຳເອົາປະເທດຫລຸດ ພົ້ນອອກຈາກສະຖານະພາບ ການເປັນປະເທດດ້ອຍພັດ ທະນາໃນປີ 2020. ພ້ອມດຽວ ກັນນີ້, ກໍ່ໄດ້ກຳນົດເອົາແຜ່ນ ເລ່ັງລັດເພື່ອການບັນລຸເປົ້າ ຫມາຍສະຫັດສະຫວັດດ້ານ ການພັດທະນາຕິດພັນກັບ ແຜນການພັດທະນາບູລິມະ ສິດ ໃນແຜນພັດທະນາເສດ ຖະກິດສັງຄົມ-ແຫ່ງຊາດ ສປປ ລາວ.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດພະເທບ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ. ໃນຕອນບ່າຍຂອງວັນທີ 22 ເມສາ 2025,...

ນັກທ່ອງທ່ຽວຕ່າງຊາດທີ່ຈະເດີນທາງເຂົ້າໄທ ດ້ວຍພາສປອດຕ້ອງໄດ້ຂຽນຟອມອອນລາຍ ເລີ່ມ 1 ພຶດສະພານີ້

ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ (ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ຈະເດີນທາງໄປປະເທດໄທ ຕ້ອງໄດ້ເຂົ້າຕື່ມແບບຟອມ (TDAC) ລິ້ງ https://tdac.immigration.go.th/arrival-card/#/home ທາງອອນລາຍ...

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...