spot_img
Homeຂ່າວພາຍ​ໃນຍ້ອງຍໍຜົນງານການປ້ອງກັນບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 7 ທີ່ຜ່ານມາ

ຍ້ອງຍໍຜົນງານການປ້ອງກັນບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 7 ທີ່ຜ່ານມາ

Published on

mon9sep3

ເພື່ອເປັນການປະຕິບັດ ນະໂຍບາຍ້ອງຍໍພະນັກງານ-ນັກຮົບຜູ້ທີ່ມີຜົນ ງານດີເດັ່ນໃນການປະກອບ  ສ່ວນຮັບໃຊ້ບັ້ນເລືອກຕັ້ງສະ ມາຊິກສະພາແຫ່ງຊາດຊຸດທີ VII ໄດ້ຮັບຜົນສຳເລັດເປັນ ຢ່າງ ດີ,ດັ່ງນັ້ນກະຊວງປ້ອງກັນ ປະເທດຈິ່ງໄດ້ຈັດພິທີຍ້ອງຍໍຜົນງານການປ້ອງກັນບັ້ນເລືອກຕັ້ງສະມາຊິກສະພາ ແຫ່ງຊາດຊຸດທີ VII ປີ 2011  ໃຫ້ກັບກົມກອງລວມຫມູ່ ແລະ ບຸກຄົນຂຶ້ນ ໃນວັນທີ 6 ກັນຍາ 2013 ຢູ່ທີ່ສະໂມສອນ  ກົມໃຫຍ່ເສນາທິການກອງ  ທັບ, ໂດຍເປັນກຽດເຂົ້າຮ່ວມ  ແລະ ປະດັບຫລຽນໂດຍສະ ຫາຍພົນຕີ ຈັນສະໝອນ ຈັນ ຍາລາດ, ກຳມະການສູນກາງ ພັກ, ລັດຖະມົນຕີຊ່ວຍວ່າ ການກະຊວງປ້ອງກັນປະເທດ ມີສະຫາຍພົນຈັດຕະວາ ວິໄລ ຫລ້າຄຳຟອງ, ຄະນະປະຈຳ ພັກກະຊວງປ້ອງກັນປະເທດ, ຮອງຫົວຫນ້າກົມໃຫຍ່ການ ເມືອງກອງທັບ, ມີຄະນະພັກ- ຄະນະບັນຊາກະຊວງປ້ອງ ກັນປະເທດ ແລະ ພະນັກງານ ນັກຮົບຈາກກົມກອງທີ່ຂຶ້ນກັບ ກະຊວງປ້ອງກັນປະເທດເຂົ້າ ຮ່ວມ.
ການປະດັບຫລຽນໄຊແຮງ  ງານໃຫ້ບັນດາບຸກຄົນ ແລະ ກົມກອງລວມຫມູ່ປະກອບມີ: ປະດັບຫລຽນໄຊແຮງງານຊັ້ນ II  ມີ 8 ສະຫາຍ ແລະ 3 ກົມ ກອງ, ປະດັບຫລຽນໄຊແຮງ ງານຊັ້ນ III ມີ 16 ສະຫາຍ ແລະ 3 ກົມກອງ, ປະດັບຫຼຽນ ກາແຮງງານ 56 ສະຫາຍ ແລະ ມອບໃບຍ້ອງຍໍລັດຖະ ບານມີ 77 ສະຫາຍ, ນອກ ນັ້ນຍັງມີບຸກຄົນ ແລະ ກົມ ກອງລວມຫມູ່ໄດ້ຮັບໃບຍ້ອງ ຍໍຂອງຄະນະກຳມະການ ເລືອກຕັ້ງລະດັບຊາດທີ່ມີຜົນ ງານດີເດັ່ນບັ້ນເລືອກຕັ້ງສະ ມາຊິກສະພາແຫ່ງຊາດຊຸດທີ VII ໃນກະຊວງປ້ອງກັນປະ ເທດມີຈຳນວນ 44 ສະຫາຍ.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດພະເທບ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ. ໃນຕອນບ່າຍຂອງວັນທີ 22 ເມສາ 2025,...

ນັກທ່ອງທ່ຽວຕ່າງຊາດທີ່ຈະເດີນທາງເຂົ້າໄທ ດ້ວຍພາສປອດຕ້ອງໄດ້ຂຽນຟອມອອນລາຍ ເລີ່ມ 1 ພຶດສະພານີ້

ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ (ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ຈະເດີນທາງໄປປະເທດໄທ ຕ້ອງໄດ້ເຂົ້າຕື່ມແບບຟອມ (TDAC) ລິ້ງ https://tdac.immigration.go.th/arrival-card/#/home ທາງອອນລາຍ...

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...