ຄອບຄົວຫລາຍຄອບຄົວຄິດວ່າລູກຂອງໂຕເອງນັ້ນຈະເລີ່ມສະແດງອາການກະຕືລືລົ້ນຫລາຍເກີນໄປຫລັງຈາກທີ່ໄດ້ຂະໜົມອົມ ຫລື ຂອງຫວານອື່ນໆ ແຕ່ທີ່ຈິງແລ້ວນ້ຳຕານອາດຈະເຮັດໃຫ້ເກີດອາການຢາກນອນໄດ້ ສິ່ງນີ້ເປັນຂໍ້ສະຫລຸບທີ່ໄດ້ຈາກການສຶກສາໃໝ່ໃນໜູທົດລອງ “ພວກເຮົາທຸກຄົນມັກພົບກັບເຫດການທີ່ຮູ້ສຶກຢາກນອນເປັນຢ່າງຫລາຍຫລັງຈາກທີ່ໄດ້ກິນອາຫານຈານໃຫຍ່ເຂົ້າໄປ” Christophe Varin ກ່າວ ຊຶ່ງພວກເຂົາເປັນນັກປະສາດວິທະຍາທີ່ Lyon Neuroscience Research Center and ESPCI ParisTech ໃນປະເທດຝຣັ່ງ ພວກເຂົາທຳການສຶກສາກ່ຽວກັບສະຫມອງ ງານວິໄຈຂອງທີມພວກເຂົາໄດ້ແນະນຳໃຫ້ເຫັນວ່າ ນ້ຳຕານເປັນສາເຫດທີ່ເຮັດໃຫ້ເກີດອາການຢາກນອນຫລັງອາຫານຊຶ່ງເຮົາບໍ່ສາມາດຕ້ານທານໄດ້ໃນການສຶກສາຂອງພວກເຂົາ Varin ແລະທີມວິໄຈຂອງພວກເຂົາໄດ້ທຳການສີດນ້ຳຕານເຂົ້າໄປໃນສະຫມອງຂອງໜູທົດລອງໂດຍກົງ ສິ່ງນີ້ເປັນການຈຳລອງວ່າເກີດຫຍັງຂຶ້ນຫລັງຈາກທີ່ໄດ້ຮັບອາຫານເຂົ້າໄປ ອາຫານໂດຍສະເພາະສານອາຫານຈຳພວກຄາໂບໄຮເດຣດ ຈະເພີ່ມລະດັບຂອງນ້ຳຕານໃນສະຫມອງ ຄາໂບໄຮເດຣດປະກອບໄປດ້ວຍນ້ຳຕານແລະແປ້ງ ສິ່ງເຫລົ່ານີ້ມັກມາຈາກ ນ້ຳຕານກ້ອນ ນ້ຳຫມາກໄມ້ ແປ້ງ ເຂົ້າແລະມັນຝຣັ່ງນັກວິທະຍາສາດໄດ້ສີດນ້ຳຕານເຂົ້າໄປໃນພື້ນທີ່ຂອງສະຫມອງທີ່ເອີ້ນວ່າ VLPO ຊຶ່ງມັນຫຍໍ້ມາຈາກ ventrolateral preoptic nucleus ນັກວິໄຈຍັງຮູ້ອີກດ້ວຍວ່າ ເສັ້ນປະສາດຂອງ VLPO ເປັນຕົວຜັກດັນໃຫ້ເກີດອາການຢາກນອນ ໃນຄວາມຈິງແລ້ວ ສານເຄມີຫລາກຫລາຍຊະນິດສາມາດທີ່ຈະນຳສົ່ງສັນຍານເຂົ້າໄປພາຍໃນສະຫມອງເພື່ອຫລຸດການກະຕຸ້ນເສັ້ນປະສາດທີ່ນຳໃຫ້ເກີດອາການຢາກນອນ ສິ່ງນີ້ເຮັດໃຫ້ເກີດອາການຕື່ນຢ່າງເຕັມທີ່ ແຕ່ໃນການສຶກສາໃໝ່ໃນເທື່ອນີ້ສະແດງໃຫ້ເຫັນວ່າ ນ້ຳຕານມີຜົນກົງກັນຂ້າມ ມັນຊ່ວຍກະຕຸ້ນໃຫ້ເກີດອາການຢາກນອນໃນຊ່ວງສອງຊົ່ວໂມງຜ່ານໄປຫລັງຈາກທຳການສີດນ້ຳຕານ ໜູທົດລອງຈະຫລັບເລິກຫລາຍຊຶ່ງເອີ້ນວ່າ ໄລຍະຫລັບເລິກ (slow-wave sleep) ສິ່ງນີ້ຄືຊະນິດຂອງການນອນຫລັບທີ່ແຕກຕ່າງກັບການນອນຫລັບອີກອັນໜຶ່ງທີ່ເອີ້ນວ່າ rapid eye movement ຫລື REM ໜູທີ່ໄດ້ຮັບນ້ຳຕານເຂົ້າໄປຈະເຂົ້າສູ່ເວລາຂອງການຫລັບເລິກໄດ້ໄວກວ່າແລະຫລັບໄດ້ດົນກວ່າໜູທີ່ໄດ້ຮັບສານລະລາຍທີ່ບໍ່ມີນ້ຳຕານເສັ້ນປະສາດຂອງ VLPO ສາມາດທີ່ຈະຮັບຮູ້ເຖິງນ້ຳຕານໄດ້ໂດຍກົງຈາກເຊວຂ້າງຄຽງຂອງພວກມັນ ແລະຍິ່ງນ້ຳຕານໃນສະຫມອງມີຫລາຍເທົ່າໃດ ສັນຍານການນຳໃຫ້ເກີດການຢາກນອນກໍຈະເພີ່ມຫລາຍຂຶ້ນ ນັກວິທະຍາສາດລາຍງານຜົນການທົດລອງຂອງພວກເຂົາໄວ້ໃນວາລະສານທາງວິຊາການລະດັບນານາຊາດ Journal of Neuroscience ຄວາມຄິດທີ່ວ່າ ນ້ຳຕານສາມາດເຮັດໃຫ້ເກີດອາການຢາກນອນອາດຈະບໍ່ແມ່ນເລື່ອງທີ່ໜ້າປະຫລາດໃຈກັບກຸ່ມຜູ້ປົກຄອງເທົ່າໃດ ມັນອາດຈະສົ່ງຜົນກັບກຸ່ມຜູ້ສ້າງເຄື່ອງດື່ມໃຫ້ພະລັງງານຫລາຍກວ່າ ເຄື່ອງດື່ມເຫລົ່ານີ້ຫລາຍເທື່ອຈະເຕັມໄປດ້ວຍນ້ຳຕານ ແລະພວກມັນສາມາດທີ່ຈະກະຕຸ້ນໃຫ້ເກີດການຕື່ນຕົວໄດ້ ແຕ່ເມື່ອເວລາຜ່ານໄປດົນໆ ເຄື່ອງດື່ມທີ່ມີນ້ຳຕານສູງສຳລັບກຸ່ມທີ່ມີຄາເຟອີນຕ່ຳ ອາດຈະເຮັດໃຫ້ເກີດອາການຢາກນອນໄດ້ “ມັນອາດຈະເປັນເຫດຜົນທີ່ດີສຳລັບການນອນຫລັບຈາກທີ່ໄດ້ຮັບອາຫານທີ່ມີນ້ຳຕານສູງເຂົ້າໄປ” Denis Burdakov ກ່າວ ພວກເຂົາເປັນນັກປະສາດວິທະຍາທີ່ Francis Crick Institute ໃນລອນດອນ ປະເທດອັງກິດ ການນອນຫລັບຫລັງຈາກການກິນອາຫານເຮັດໃຫ້ແນ່ໃຈໄດ້ວ່າ ຄົນຫລືສັດນັ້ນຢູ່ໃກ້ກັບອາຫານທີ່ມີຄຸນນະພາບດີ ນັກວິທະຍາສາດສົງໄສວ່າ ຄົນເຮົາມີເສັ້ນປະສາດທີ່ຄ້າຍຄືກັບ VLPO ທີ່ມີໃນໜູຫລືບໍ່ ການທົດລອງອື່ນໆຍັງເປັນທີ່ຕ້ອງການຢູ່ເພື່ອທີ່ຈະບອກວ່າມະນຸດເຮົານັ້ນມີການຕອບສະຫນອງຕໍ່ນ້ຳຕານຄືກັບໜູທົດລອງຫລືບໍ່
ນ້ຳຕານເຮັດໃຫ້ຢາກນອນ
1637

ບົດຄວາມຫຼ້າສຸດ
ຂ່າວຕ່າງປະເທດ
ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ
ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ.
ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...
ຂ່າວທົ່ວໄປ
ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ
ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...
ຂ່າວພາຍໃນ
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ
ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...
ຂ່າວພາຍໃນ
ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ
ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025.
ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...