spot_img
Homeຂ່າວພາຍ​ໃນທີມບານສົ່ງກອງທັບທັງຊາຍ ແລະ ຍິງຍາດໄດ້ຊະນະເລີດ ລາຍການຊິງຂັນລັດຖະມົນຕີກະຊວງສຶກສາ-ກີລາ

ທີມບານສົ່ງກອງທັບທັງຊາຍ ແລະ ຍິງຍາດໄດ້ຊະນະເລີດ ລາຍການຊິງຂັນລັດຖະມົນຕີກະຊວງສຶກສາ-ກີລາ

Published on

mon9sep2

ລາຍການແຂ່ງຂັນກີລາບານສົ່ງຊາຍ-ຍິງ ຊີງຂັນຂອງ ທ່ານລັດຖະມົນຕີວ່າການກະ ຊວງສຶກສາທິການ ແລະ ກີລາ ເພື່ອຄັດເລືອກທີມຕົວຢືນໄປ ຮ່ວມແຂງຂັນກີລາຊີເກມຄັ້ງ ທີ 27 ທີ່ສະຫະພາບມຽນມາ ໃນທ້າຍປີນີ້ ໄດ້ປິດສາກລົງ ແລ້ວໃນວັນທີ 5 ກັນຍານີ້ ພາຍຫຼັງທີ່ໄດ້ເລີ່ມການແຂ່ງ ຂັນມາແຕ່ວັນທີ 30 ສິງຫາ ເປັນຕົ້ນມາ, ໂດຍການແຂ່ງ ຂັນໄດ້ຈັດຂຶ້ນທີ່ສະໜາມກີລາ ໃນຮົ່ມບຶງຂະຫຍອງ, ເມືອງສີ ສັດຕະນາກ ນະຄອນຫຼວງວຽງ ຈັນ.
ປິດສາກການແຂ່ງຂັນໃນ ລາຍການດ່ັງກ່າວກີລາບານ ສົ່ງເພດຊາຍແມ່ນການຊີງຊະ ນະເລີດລະຫວ່າງທິມນັກຕົບ ກອງທັບພົບກັບ ປ.ກ.ສ ແລະ ເພດຍິງ ເປັນການພົບກັນລະ ວ່າງທິມນັກຕົບສາວກອງທັບ ກັບ ທິມທະນາຄານແຫ່ງ ສປປ ລາວ,​ໂດຍທິມນັກຕົບຊາຍ ກອງທັບສາມາດເອົາຊະນະ ປ.ກ.ສ ໄປ 3 ເຊັດລວດ ພ້ອມ ທັງໄດ້ຮັບຂັນລາງວັນ ແລະ ເງິນສົດ 6 ລ້ານກີບມາຄອງ. ສ່ວນເພດຍິງແມ່ນັກຕົບກອງ ທັບເຮົາສາມາດເອົາຊະນະ ທິມທະນາຄານ 3 ຕໍ່ 2 ເຊັດ, ພ້ອມທັງໄດ້ຮັບຂັນລາງວັນ ແລະ ເງິນສົດ 4 ລ້ານກີບມາ ຄອງ.
ອີງຕາມແຫຼ່ງຂ່າວຈາກສະ ຫາຍ ອຸດອນ, ຜູ້ເຮັດວຽກງານ ໂຄສະນາຂ່າວສານປະຈຳ ກອງກີລາກອງທັບລາຍງານ ວ່າ: ລາຍການແຂ່ງຂັນດ່ັງ ກ່າວສະເພາະບານສົ່ງເພດ ຊາຍໄດ້ມີ 8 ທິມເຂົ້າຮ່ວມ ແລະ ບານສົ່ງເພດຊິງມີ 6 ທິມເຂົ້າຮ່ວມ.
ຈາກຜົນການແຂ່ງຂັນໃນ ລາຍງານດ່ັງກ່າວເປັນອັນວ່າ ທິມນັກຕົບຂອງກອງທັບເຮົາ ທັງເພດຊາຍ ແລະ ເພດຍິງ ຈະໄດ້ເປັນທິມຕົວຢືນຂອງ ປະເທດ ເພື່ອກຽມເຂົ້າຮ່ວມ ງານມະຫາກຳກີລາຊີເກມຄັ້ງ ທີ 27 ທີ່ ສ.ມຽນມາ ຈະເປັນ ເຈົ້າພາບໃນທ້າຍປີນີ້, ໂດຍ ແຕ່ລະປະເພດທາງຄະນະຮັບ ຜິດຊອບຍັງຈະໄດ້ມີການຄັດ ເລືອກເອົານັກກີລາທີ່ດີເດັ່ນ ຈຳນວນໜ່ຶ່ງຈາກສະໂມສອນ ຕ່າງໆທີ່ໄດ້ຜ່ານການແຂ່ງຂັນ ໃນຄັ້ງນີ້ເຂົ້າມາເສີມຕື່ມ.
ໃຫ້ກຽດເຂົ້າຮ່ວມຊົມ ແລະ ມອບລາງວັນໃນມື້ປິດທ້າຍ ລາຍການແຂ່ງຂັນໃນຄັ້ງນີ້ມີ ທ່ານ ບົວລາຍ ສີລິປັນຍາ, ລັດຖະມົນຕີຊ່ວຍວ່າການກະ ຊວງສຶກສາທິການ ແລະ ກີລາ ພ້ອມນີ້ກໍ່ມີຄະນະນຳຂອງແຕ່ ລະສະໂມສອນ ແລະ ຜູ້ໃຫ້ ການອຸປະຖຳພ້ອມມວນຊົນ ຊາວນະຄອນຫຼວງວຽງຈັນ ເຂົ້າຊົມຢ່າງຫຼວງຫຼາຍ.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...