spot_img
Homeຂ່າວຕ່າງປະເທດນາໂຕ້ເປີດສາກຊ້ອມຮົບທາງອາກາດ ຄັ້ງໃຫຍ່ທີ່ສຸດໃນເອີຣົບ ນັບຕັ້ງແຕ່ຍຸກສົງຄາມເຢັນ!

ນາໂຕ້ເປີດສາກຊ້ອມຮົບທາງອາກາດ ຄັ້ງໃຫຍ່ທີ່ສຸດໃນເອີຣົບ ນັບຕັ້ງແຕ່ຍຸກສົງຄາມເຢັນ!

Published on

558000009718301

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 19 ສິງຫານີ້ວ່າ ອົງການສົນທິສັນຍາປ້ອງກັນແອັດແລນຕິກເໜືອ ຫລື ນາໂຕ້ ພ້ອມດ້ວຍບັນດາປະເທດພັນທະມິດ ໄດ້ເປີດສາກຊ້ອມຮົບຄັ້ງໃຫຍ່ທີ່ສຸດໃນພາກພື້ນເອີຣົບ ນັບຕັ້ງແຕ່ຍຸກສົງຄາມເຢັນເປັນຕົ້ນມາ ທ່າມກາງສະພາບການທີ່ຍັງມີການສູ້ຮົບກັນ ລະຫວ່າງກອງທັບອູແກຣນ ແລະ ກຸ່ມແບ່ງແຍກດິນແດນທາງພາກຕາເວັນອອກຂອງປະເທດ ໂດຍການຊ້ອມຮົບຄັ້ງນີ້ ມີທະຫານເກືອບ 5,000 ຄົນ ຈາກ 11 ປະເທດສະມາຊິກພັນທະມິດນາໂຕ້ ໄດ້ເລີ່ມຂຶ້ນນັບຕັ້ງແຕ່ວັນທີ 15 ສິງຫາ 2015 ເປັນຕົ້ນມາ ພາຍໃຕ້ຊື່ Swift Response 15 ຊຶ່ງເປັນປະຕິບັດການຊ້ອມຮົບທາງອາກາດ.

ດ້ານກອງທັບສະຫະລັດອາເມຣິກາ ໜຶ່ງໃນປະເທດທີ່ເຂົ້າມຮ່ວມໃນການຊ້ອມຮົບຄັ້ງນີ້ໄດ້ລະບຸວ່າ ອັນທີ່ພົ້ນເດັ່ນໃນການຊ້ອມຮົບເທື່ອນີ້ ແມ່ນຈະມີຂຶ້ນໃນວັນທີ 26 ສິງຫາ ໂດຍຈະມີເຮືອບິນສູ້ຮົບຂອງຊາດພັນທະມິດ ທຳການປ່ອຍທະຫານໂຕນຈ້ອງຫລາຍກ່ວາ 1,000 ຄົນ ພ້ອມດ້ວຍອາວຸດຍຸດໂທປະກອນຕ່າງໆ ລົງສູ່ພື້ນທີ່ຊ້ອມຮົບໃນປະເທດເຢຍລະມັນ ຊຶ່ງໃນມື້ດຽວກັນນີ້ ກໍຈະມີການຊ້ອມຮົບຄ້າຍຄືກັນອີກ ຢູ່ໃນເຂດຊ້ອມຮົບຂອງປະເທດບູນກາຣີອີກດ້ວຍ.

ທັງນີ້ ປະຕິບັດການຊ້ອມຮົບດັ່ງກ່າວ ມີທະຫານເຂົ້າຮ່ວມຫລາຍກ່ວາ 4,800 ຄົນ ຈາກປະເທດຕ່າງໆເຊັ່ນ ບູນກາຣີ, ຝຣັ່ງ, ເຢຍລະມັນ, ເກຣັກ, ອີຕາລີ, ໂຮນລັງ, ໂປໂລຍ, ປັອກຕຸຍການ, ແອັດສະປາຍ, ອັງກິດ ແລະ ສະຫະລັດອາເມຣິກາ ຊຶ່ງການຊ້ອມຮົບຈະສິ້ນສຸດລົງໃນວັນທີ 13 ກັນຍານີ້.

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)