spot_img
Homeລົດຍົນ-ຍານພາຫະນະພຶດຕິກຳອັນຕະລາຍທີ່ບໍ່ຄວນເຮັດຂະນະຂັບລົດ ມີຫຍັງແດ່

ພຶດຕິກຳອັນຕະລາຍທີ່ບໍ່ຄວນເຮັດຂະນະຂັບລົດ ມີຫຍັງແດ່

Published on

ໃນຂະນະຂັບລົດບໍ່ຄວນລົມຫລືຫລິ້ນໂທລະສັບອາດຈະເຮັດໃຫ້ເກີດອຸປະຕິເຫດໄດ້

ພຶດຕິກຳທີ່ບໍ່ຄວນເຮັດໃນຂະນະຂັບລົດ ເພາະພຶດຕິກຳເຫລົ່ານີ້ຈະເຮັດໃຫ້ເຮົາເກີດອຸປະຕິເຫດໃນຂະນະຂັບລົດໄດ້ ຊຶ່ງເປັນພຶດຕິກຳ ທີ່ນອກເໜືອຈາກການລົມໂທລະສັບທີ່ຫລາຍບໍ່ເຄີຍຮູ້ມາກ່ອນ ເຮົາໄປເບີ່ງເລີຍກັບພຶດຕິກຳທີ່ບໍ່ຄວນເຮັດລະຫວ່າງຂັບລົດ

ອຸປະຕິເຫດສາມາດເກີດຂຶ້ນໄດ້ຕະຫລອດເວລາຫາກບໍ່ລະມັດລະວັງ

ການມີສະຕິໃນການຂັບລົດນັ້ນຖືວ່າເປັນສິ່ງສຳຄັນຢ່າງຫລາຍໃນການຂັບລົດ ແຕ່ກໍຈະມີຫລາຍໆທ່ານມັກເຮັດກິດຈະກຳຕ່າງໆ ຂະນະຂັບລົດຊຶ່ງພຶດຕິກຳພວກນີ້ອາດຈະເຮັດໃຫ້ເກີດອຸປະຕິເຫດໄດ້ຂະນະຂັບລົດ ຊຶ່ງພຶດຕິກຳຍອດຮິດກໍຈະມີລົມໂທລະສັບຂະນະຂັບລົດ ແລະຍັງມີພຶດຕິກຳອື່ນໆອີກທີ່ສາມາດເຮັດໃຫ້ເຮົາເກີດອຸປະຕິເຫດໄດ້ເຊັ່ນກັນ ເຊັ່ນ

ການກິນອາຫານລະຫວ່າງທີ່ກຳລັງຂັບລົດ

ເລື່ອງການກິນອາຫານເທິງລົດ ຖືວ່າເປັນພຶດຕິກຳທີ່ພົບເຫັນເລື້ອຍໆໃນສະໄໝນີ້ໃນຊົ່ວໂມງເລັ່ງດ່ວນ ຊຶ່ງການກິນອາຫານເທິງລົດຖືເປັນກິດຈະກຳ ທີ່ສາມາດກໍ່ໃຫ້ເກີດອຸປະຕິເຫດໄດ້ເນື່ອງຈາການກິນອາຫານເທິງລົດຈະເຮັດໃຫ້ບໍ່ສາມາດຈັບພວກມາໄລໄດ້ດີ ແລະໃນບາງຄົົນທີ່ກິນອາຫານແລ້ວເປື້ອນມືຈະເຮັດໃຫ້ຈັບພວົງມາໄລແບບເບົາໆ ເພາະຢ້ານພວົງມາໄລເປື້ອນ ຊຶ່ງພຶດຕິກຳເຫລົ່ານີ້ຈະສົ່ງຜົນໃຫ້ເກີດອຸບັດເຫດໄດ້ເຊັ່ນກັນ ແລະ ອີກສິ່ງໜື່ງທີ່ມີຜົນກໍຄືຈະເຮັດໃຫ້ລົດເຮົາມີກິ່ນອັບ ຖ້າມີເສດອາຫານຕົກຫລົ່ນກໍຈະເຮັດໃຫ້ມົດ ຂຶ້ນເທິງລົດເຮົາໄດ້ດ້ວຍເຊັ່ນກັນ

ພາເດັກນ້ອຍໂດຍສານໄປນຳ

ໃນສະໄໝນີ້ພໍ່ແມ່ໄວເຮັດວຽກໃນບາງທ່ານເວລາໄປເຮັດວຽກກໍຈະພາລູກນ້ອຍໄປນຳ ແລະເດັກໃນໄວກຳລັງດື້ ມີຄວາມຢາກຮູ້ຢາກເຫັນ ບໍ່ຢູ່ກັບທີ່ ຈຶ່ງເຮັດໃຫ້ຕ້ອງສັງເກດພຶດຕິກຳຂອງລູກໃນຂະນະຂັບລົດໄປນຳເຮັດໃຫ້ຕ້ອງລະສາຍຕາຈາກການເບີ່ງທາງຢູ່ຕະຫລອດເວລາ ອີກທັງຍັງເພີ່ມຄວາມສ່ຽງໃນການເກີດອຸປະຕິເຫດຫາກເດັກນັ້ນໄປຫລິ້ນເກຍ ທີ່ເປັນເກຍອໍໂຕ້ ເຫດການພວກນີ້ຖືວ່າເປັນພຶດຕິກຳທີ່ອາດຈະເຮັດໃຫ້ເກີດອຸປະຕິເຫດໄດ້ ຖ້າໃນກໍລະນີມີຄວາມຈຳເປັນຕ້ອງພາລູກນ້ອຍໄປນຳຄວນຫາເບາະລັອກຕົວຫລືສອນໃຫ້ເຂົານັ່ງໃຫ້ຮຽບຮ້ອຍ ຫລືຫາກິດຈະກຳໃຫ້ເຮັດທີ່ບໍ່ໃຫ້ເປັນການລົບກວນເຮົາໃນຂະນະຂັບລົດ

ການເບິ່ງໂທລະທັດ ຫລືເບິ່ງໜັງລະຫວ່າງຂັບລົດ

ສະໄໝນີ້ຖືວ່າໝົດຍຸກຂອງການນັ່ງຟັງເພງເທິງລົດຢ່າງດຽວແລ້ວ ເພາະວິທະຍຸສະໄໝໃໝ່ສາມາດເບິ່ງໜັງຟັງເພງ ແລະສິ່ງພວກນີ້ຈະດຶງດູດເຮົາເຮັດໃຫ້ເສຍສະມາທິໃນການຂັບລົດ ເຮັດໃຫ້ຕ້ອງລະສາຍຕາຈາກທາງ ເຮັດໃຫ້ຄວາມສົນໃຈຕໍ່ສິ່ງແວດລ້ອມນ້ອຍລົງ ຊຶ່ງອາດຈະເຮັດໃຫ້ເກີດອຸປະຕິເຫດໄດ້ດ້ວຍເຊັ່ນກັນ ເປັນຢ່າງໃດກັນແດ່ກັບເລື່ອງ ພຶດຕິກຳອັນຕະລາຍທີ່ບໍ່ຄວນເຮັດເທິງລົດ ທີ່ທາງທີມງານນຳມາໃຫ້ໄດ້ອ່ານເປັນຄວາມຮູ້ໃນມື້ນີ້ ຊຶ່ງພຶດຕິກຳເຫລົ່ານີ້ອາດຈະເຮັດໃຫ້ເກີດອຸປະຕິເຫດໃນຂະນະຂັບລົດໄດ້ເຊັ່ນກັນ ເພາະສະນັ້ນຄວນຫລີກລ້ຽງພຶດຕິກຳເຫລົ່ານີ້ແລະມີສະຕິໃນການຂັບໃຫ້ຫລາຍຍິ່ງຂຶ້ນ

ບົດຄວາມຫຼ້າສຸດ

ອອກມາແລ້ວ ກົດໝາຍວ່າດ້ວຍລັດຖະກອນສະບັບປັບປຸງໃໝ່ ລົງວັນທີ 7 ພຶດສະພາ 2025

ແຈ້ງການອອກມາແລ້ວ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ ເລກທີ 046/ປປທ ລົງວັນທີ 07/09/2025 ມີເນື້ອໃນດັ່ງນີ້:

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ - ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...