Homeມຸມຂ່າວ AECອາຊຽນ ຈະດຶງດູດນັກທ່ອງທ່ຽວໃຫ້ໄດ້ 123 ລ້ານ ເທື່ອຄົນໃນປີ 2020

ອາຊຽນ ຈະດຶງດູດນັກທ່ອງທ່ຽວໃຫ້ໄດ້ 123 ລ້ານ ເທື່ອຄົນໃນປີ 2020

Published on

400PSW-Lao-016

ຂປລ.ຕາມຂ່າວຕ່າງປະເທດ, ສະພາການເດີນທາງ ແລະ ທ່ອງທ່ຽວໂລກ ຄາດການວ່າ: ແຕ່ນີ້ ຮອດປີ 2020 ປະເທດອາຊຽນ ຈະສາມາດດຶງດູດ ນັກທ່ອງທ່ຽວຕ່າງປະເທດ ໃຫ້ໄດ້ 123 ລ້ານ ເທື່ອຄົນ, ໃນປີ 2025 ຈະເພີ່ມຂຶ້ນເປັນ 152 ລ້ານ ເທື່ອຄົນ ແລະ ປີ 2030 ຈະເພີ່ມຂຶ້ນເຖິງ 187 ລ້ານ ເທື່ອຄົນ. ສຳລັບ ການທ່ອງທ່ຽວ ໄດ້ກວມເອົາອັດຕາ ສ່ວນ ຜະລິດຕະພັນ ພາຍໃນ(GDP)ກວ່າ10% ໃນກຳປູ ເຈຍ, ລາວ, ມາ ເລເຊຍ, ຟີລິບປິນ ແລະ ໄທ.

ດັ່ງນັ້ນ, ໃນກອງປະຊຸມ ກ່ຽວກັບ ແຜນຍຸດທະສາດ ພັດທະນາ ການທ່ອງທ່ຽວ ອາຊຽນປີ 2016-2020 ຄັ້ງທີ 4 ​ໄດ້​ຈັດ​ຂຶ້ນຢູ່ເກາະບາຫລີ ຂອງອິນໂດເນເຊຍ ໃນວັນທີ 16 ສິງຫາປີນີ້ ໄດ້ກຳນົດ ແຜນຍຸດທະຍຸດ ອອກມາເປັນ 2 ແນວທາງໃຫຍ່ຄື: ການສ້າງສະຖານທີ່ ທ່ອງທ່ຽວອາຊຽນ ເຊື່ອມຕໍ່ກັນ ແລະ ຮັບປະກັນ ໃຫ້ການທ່ອງທ່ຽວ ພັດທະນາ ແບບ ຍືນຍົງ ໂດຍບັນດາຜູ້ເຂົ້າຮ່ວມ ໄດ້ກຳນົດແຜນຍຸດທະສາດ ການຮ່ວມມືກັນ ໃນ 10 ປີຕໍ່ໜ້າ ເປັນຕົ້ນ: ການປັບປຸງສິນຄ້າ ການທ່ອງທ່ຽວ, ໂຄສະນາ ການທ່ອງທ່ຽວ ຂອງປະເທດ ອາຊຽນ, ສົ່ງເສີມການ​ຝຶກ​ອ​ົບຮົມ ບຸກຄະລາກອນ, ຍົກລະດັບ ການລົງທຶນ ດ້ານການທ່ອງທ່ຽວ, ສ້າງສິ່ງ ອຳນວຍຄວາມສະດວກ ໃຫ້ການທ່ອງທ່ຽວ ພ້ອມທັງ ຂະຫຍາຍເຄືອ ຂ່າຍ ການທ່ອງທ່ຽວ ແລະ ເພີ່ມຄວາມປອດໄພ ໃນການທ່ອງທ່ຽວ ໃຫ້ຕິດພັນກັບ ການຮັກສາ ສະແພບແວດລ້ອມ.

 

ຂອບໃຈຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...