Homeຂ່າວເຫດການມອບ - ຮັບໜ້າທີ່ ລັດຖະມົນຕີວ່າການກະຊວງພາຍໃນຄົນໃໝ່

ມອບ – ຮັບໜ້າທີ່ ລັດຖະມົນຕີວ່າການກະຊວງພາຍໃນຄົນໃໝ່

Published on

asang1

ຂປລ. ພິທີ​ມອບ–ຮັບ​ໜ້າ​ທີ່ ລະຫວ່າງ ທ່ານ ​ໄຊ​ສີ ສັນ​ຕິ​ວົງ ກຳມະການ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ພັກ, ລັດຖະມົນຕີ​ວ່າການ​ ກະຊວງ​ພາຍ​ໃນ (ຜູ້​ເກົ່າ) ​ເຊິ່ງຈະ​ໄດ້​ໄປ​ ຮັບ​ໜ້າ​ທີ່​ໃໝ່​ ຢູ່​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ​ແລະ ທ່ານ ​ຄຳ​ໝັ້ນ ສູນ​ວິ​ເລີດ ກຳມະການ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ພັກ, ລັດຖະມົນຕີ​ວ່າການ​ ກະຊວງ​ພາຍ​ໃນ (ຜູ້​ໃໝ່) ​ໄດ້​ຈັດ​ຂຶ້ນ​ ໃນ​ວັນ​ທີ 17 ສິງ​ຫາ 2015 ທີ່​ກະຊວງ​ດັ່ງ​ກ່າວ ​ໂດຍ​ມີ ທ່ານ ອາຊາ​ງ ລາວ​ລີ ກຳມະການ ​ກົມ​ການ​ເມືອງ​ ສູນ​ກາງ​ພັກ, ຮອງ​ນາ ຍົກລັດຖະມົນຕີ, ຜູ້​ຊີ້​ນຳ​ຂົງ​ເຂດ​ວຽກ​ງານ​ ການ​ປົກຄອງ, ມີ​ບັນດາ​ລັດຖະມົນຕີ​ ຊ່ວຍ​ວ່າການ, ຄະນະ​ພັກ, ຫົວໜ້າ​ກົມ–ຮອງ​ກົມ, ຫົວ​ໜ້າ​ພະ​ແນ​ກ–ຮອງ​ພະ​ແນ​ກ ຕະຫລອດ​ຮອດ​ ພະນັກງານ–ລັດຖະກອນ​ ພາຍ​ໃນ​ກະຊວງ ​ເຂົ້າ​ຮ່ວມ.

ເພື່ອ​ສືບ​ຕໍ່​ຊີ້​ນຳ​ນຳພາ ​ແລະ ຄຸ້ມ​ຄອງ​ບໍລິຫານ​ ວຽກ​ງານ​ຂອງ ​ກະຊວງ​ພາຍໃນ ກໍ​ຄື ຂະ​ແໜງ​ພາຍ​ໃນ​ ​ໃນທົ່ວ​ປະ​ເທດ ທີ່​ການຈັດ​ຕັ້ງ​ພັກ–ລັດຖະບານ​ ມອບ​ໝາຍ​ໃຫ້ ທັງ​ປະຕິບັດ​ພາລະ​ບົດບາດ, ໜ້າ​ທີ່ ​ແລະ ຂອບ​ເຂດ​ສິດ​ ຂອງ​ກະຊວງ​ພາຍ​ໃນ ​ໃຫ້​ປະສົບ​ຜົນສຳ​ເລັດ​ນັ້ນ, ທ່ານ ອາຊາ​ງ ລາວ​ລີ ​ໄດ້​ໃຫ້​ກຽດ​ໂອ້​ລົມຕໍ່​ພິທີ​ວ່າ: ການ​ມອບ–ຮັບ​ໜ້າ​ທີ່​ ລະຫວ່າງ ​ລັດຖະມົນຕີ​ວ່າການ​ກະຊວງ​ພາຍໃນ ​ຜູ້​ເກົ່າ ​ແລະ ຜູ້​ໃໝ່​ໃນ​ຄັ້ງ​ນີ້ ​ແມ່ນ​ມີ​ຄວາມ​ສຳຄັນ​ເປັນ​ຢ່າງ​ຍິ່ງ ​ເພາະ​ເປັນ​ໄລຍະທ້າຍສະ​ໄໝ​ ຂອງ​ການຈັດຕັ້ງປະຕິບັດ​ ມະຕິ​ກອງ​ປະຊຸມ​ໃຫຍ່ ​ຄັ້ງ​ທີ X ຂອງ​ພັກ ກໍ​ຄື​ ແຜນ​ພັດທະນາ​ເສດຖະກິດ–ສັງຄົມ 5 ປີ ຄັ້ງ​ທີ VII ທີ່​ລັດຖະມົນຕີ​ວ່າການ​ຜູ້​ໃໝ່ ​ຈະ​ໄດ້​ສືບ​ຕໍ່​ນຳພາ, ຜັນ​ຂະຫຍາຍ​ເນື້ອ​ໃນ​ຈິດ​ໃຈ​ດັ່ງກ່າວ ​ໃຫ້​ປາກົດ​ຜົນ​ເປັນ​ຈິງ.

​ໄປ​ພ້ອມໆ​ກັນ​ນີ້, ທ່ານ​ລັດຖະມົນຕີ​ວ່າການ​ຜູ້​ໃໝ່​ ຕ້ອງ​ໄດ້​ເອົາ​ໃຈ​ໃສ່ນຳພາ​ ເຕົ້າ​ໂຮມ​ຄວາມ​ສາມັກຄີ​ ໃນ​ໝູ່​ຄະນະ, ຄວາມ​ສາມັກຄີ​ພາຍ​ໃນ​ ພະນັກງານ–ລັ​ດຖະກອນ​ ໃຫ້​ແໜ້ນ​ແຟ້ນ; ​ເອົາ​ໃຈ​ໃສ່​ສຶກສາ​ອົບຮົມ​ ການ​ເມືອງ​ແນວຄິດ ​ພະນັກງານ​ການ​ນຳທຸກ​ຂັ້ນ ລວມທັງ​ພະນັກງານ–ລັດຖະກອນ​ ທົ່ວ​ກະ​ຊວງ ​ໃຫ້​ມີ​ທັດສະນະ​ຫລັກ​ໝັ້ນ​ ການເມືອງ​ໜັກ​ແໜ້ນ, ບໍລິການ​ຮັບ​​ໃຊ້​ປະຊາຊົນ​ ດ້ວຍ​ຄວາມ​ໂປ່​ງ​ໃສ, ວ່ອງ​ໄວ; ສ້າງ​ໃຫ້​ພະນັກງານ​ ມີ​ສະຕິ​ເຄົາລົບ​ລະບຽບ​-ກົດໝາຍ, ມີ​ສະຕິ​ຕໍ່​ການຈັດ​ຕັ້ງ; ​ເພີ່​ມທະວີ​ຄວາມ​ຮັບຜິດຊອບ​ ຕໍ່​ການ​ນຳພາ​ວຽກ​ງານ​ພະນັກງານ ນັບ​ແຕ່​ຂອດ​ການ​ສ້າງ​ແຜນ​ກຳ​ນົດ ພະນັກງານ, ການ​ບັນຈຸ​ຊັບຊ້ອນ, ນຳ ​ໃຊ້, ປະຕິບັດ​ນະ​ໂຍບາຍ, ປະຕິບັດ​ວິ​ໄນ ​ແລະ ​ແກ້​ໄຂ​ປາກົດການ​ຫຍໍ້​ທໍ້​ຕ່າງໆ ທີ່​ເກີດ​ຂຶ້ນ​ກັບ​ ສະມາຊິກ​ພັກ-ພະນັກງານ​ ໃນ​ຂົງ​ເຂດ​ທີ່​ຕົນ​ຮັບຜິດຊອບ ​ແລະ ອື່ນໆ ລວມທັງ​ການ​ພົວພັນ​ຮ່ວມ​ມື​ ກັບ​ຕ່າງປະ​ເທດ ກໍ​ຄື ​ບັນດາ​ປະ​ເທດ​ໃນ​ກຸ່ມ​ອາ​ຊຽນ ​ແລະ ປະ​ເທດ​ອື່ນໆ ​ເພື່ອ​ຍາດ​ແຍ່ງ​ເອົາ​ບົດຮຽນ ​ແລະ ການ​ຊ່ວຍ​ເຫລືອ​ເຂົ້າ​ໃນ ​ການ​ຍົກ​ລະດັບ​ວຽກ​ງານ ​ວິຊາ​ສະ​ເພາະ​ຂອງ​ຕົນ.

 

ຂອບໃຈຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...