spot_img
Homeຂ່າວຕ່າງປະເທດເມືອງຈັນທະບູລີ ເລັ່ງແກ້ໄຂປະກົດການຫຍໍ້ທໍ້ ຕາມສະຖານບັນເທິງ ​ແລະ ຮ້ານອາຫານ!

ເມືອງຈັນທະບູລີ ເລັ່ງແກ້ໄຂປະກົດການຫຍໍ້ທໍ້ ຕາມສະຖານບັນເທິງ ​ແລະ ຮ້ານອາຫານ!

Published on

mango_discoteque_montego_bay_jamaica_iberosta

ຄະນະກຳມະການແກ້ໄຂປາກົດການຫຍໍ້ທໍ້ທາງດ້ານວັດທະນະທຳ-ສັງຄົມເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ໄດ້ແກ້ໄຂຄວາມບໍ່ເປັນລະບຽບຮຽບຮ້ອຍທາງດ້ານສັງຄົມຢູ່ 11 ບ້ານເປົ້າໝາຍຂອງເມືອງຕົນ, ໂດຍສະເພາະແມ່ນບັນດາຮ້ານອາຫານ ແລະ ສະຖານທີ່ບັນເທີງຕ່າງໆທີ່ເປີດໃຫ້ບໍລິການຜິດລະບຽບເຊັ່ນ: ເປີດໃຫ້ບໍລິການກາຍໂມງເວລາທີ່ກຳນົດໄວ້, ປະປ່ອຍໃຫ້ເດັກນ້ອຍອາຍຸບໍ່ເຖິງກະສຽນເຂົ້າໃຊ້ບໍລິການ, ເປີດສຽງເພງດັງເນືອງນັນລົບກວນສັງຄົມ, ມີລັກສະນະເປັນແຫລ່ງມົ້ວສຸມສິ່ງເສບຕິດ, ໂສເພນີ ແລະ ມົ້ວສຸມອະບາຍຍະມຸກຕ່າງໆ, ທັງນີ້ກໍ່ເພື່ອເປັນການສ້າງຂະບວນການຕ້ອນຮັບກອງປະຊຸມອົງຄະນະພັກນະຄອນຫຼວງວຽງຈັນຄັ້ງທີ VI ແລະ ວັນຊາດທີ່ 2 ທັນວາຄົບຮອບ 40 ປີໃຫ້ມີຄວາມເປັນລະບຽບຮຽບຮ້ອຍຮັບປະກັນໄດ້ຄວາມສະຫງົບ ແລະ ມີບັນຍາກາດຟົດຟື້ນ ຂະນະດຽວກັນກໍ່ເພື່ອເປັນການຕັກເຕືອນສຶກສາອົບຮົມໃຫ້ບັນດາຫົວໜ່ວຍທຸລະກິດດ້ານນີ້ມີສະຕິ ແລະ ເຄື່ອນໄຫວໃຫ້ຖືກຕ້ອງຕາມລະບຽບກົດໝາຍທີ່ກໍານົດໄວ້ເປັນຕົ້ນການໃຫ້ບໍລິການດ້ວຍຄວາມສັດຊື່ ຍິ້ມແຍ້ມແຈ່ມໃສ, ຕ້ອນຮັບແຂກ, ນັກທ່ອງທ່ຽວດ້ວຍມີໄມຕີຈິດ, ສຸພາບຮຽບຮ້ອຍຮັກສາໄດ້ຮິດຄອງປະເພນີອັນ​ດີງາມ​ຂອງ​ຊາດ ແລະ ປະກອບສ່ວນເສຍພັນທະເຂົ້າງົບປະມານຂອງລັດໃຫ້ທັນເວລາ.

ຄະນະກໍາມະການດັ່ງກ່າວໃຫ້ຮູ້ວ່າ: ສຳລັບບ້ານເປົາໝາຍແກ້ໄຂຄັ້ງນີ້ປະກອບມີ: ບ້ານຫ້ວຍຫົງ, ຫັດສະດີ, ໜອງທາເໜືອ, ສະຫວ່າງ, ວັດຈັນ, ຫາຍໂສກ, ສີບຸນເຮືອງ, ຮ່ອງໄກ່ແກ້ວ, ໂພນຕ້ອງສະຫວາດ, ໂພນຕ້ອງຈອມມະນີ ແລະ ຮ່ອງແຊງ ແລະ ສະເພາະບ້ານຮ່ອງໄກ່ແກ້ວ ໂພນຕ້ອງຈອມມະນີເຫັນວ່າມີຮ້ານຂາຍກາເຟຂອງຊາວຕ່າງດ້າວ ເປັນຈໍານວນຫລາຍທີ່ມີການແອບແຝງຄ້າປະເວນີ​ເຊິ່ງຈະ​ຕ້ອງ​ໄດ້​ຮີບ​ຮ້ອນ​ແກ້​ໄຂ.

 

ຂອບໃຈຂ່າວຈາກ:

ລພນ

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)