Homeຂ່າວການພັດທະນາຈີນສະໜອງທຶນ 100 ລ້ານກີບ ຊ່ວຍແກ້ໄຂໄພນ້ຳຖ້ວມຢູ່ລາວ

ຈີນສະໜອງທຶນ 100 ລ້ານກີບ ຊ່ວຍແກ້ໄຂໄພນ້ຳຖ້ວມຢູ່ລາວ

Published on

139

ຂປລ. ​ໃນ​ວັນ​ທີ 13 ສິງຫາ 2015 ນີ້, ທ່ານ ກ່ວນ ຮົວ ປິງ ​ເອກ​ອັກຄະ​ລັດຖະທູ​ດ ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສປ ຈີນ ປະຈຳ​ລາວ ​ໄດ້​ຕາງໜ້າ​ໃຫ້​ລັດຖະບານ​​ ແຫ່ງ ສປ ຈີນ ນຳ​ເງິນ​ຈຳນວນ 100 ລ້ານ​ກີບ ມາມອບ​ໃຫ້​ແກ່​ ລັດຖະບານ​ລາວ ​ເພື່ອ​​ຊ່ວຍ​ເຫລືອ ແກ້​ໄຂ​ບັນ​ເທົາ​ທຸກ​ ​ໃຫ້​ແກ່ປະຊາຊົນ​ ຜູ້​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ ໄພ​ນ້ຳ​ຖວມ ​​ເຊິ່ງຮັບ​ໂດຍ ທ່ານ ອາຊາ​ງ ລາວ​ລີ ຮອງ​ນາຍົກລັດຖະ​ມົນຕີ, ​ປະທານ​ກຳມະການ ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ໄພພິບັດ ​ແຫ່ງ​ຊາດ​, ​ມີ​ພາກສ່ວນ​ກ່ຽວຂ້ອງ​​ ສອງ​ຝ່າຍ ​ເຂົ້າ​ຮ່ວມ​ ເປັນ​ສັກ​ຄີ​ພິຍານ.

ທ່ານ  ອາຊາ​ງ ລາວ​ລີ ​ໄດ້​ສະ​ແດງ​ ຄວາມຂອບ​ໃຈ​ຕໍ່​ ທ່ານ ກ່ວນ ຮົວ ປິງ ກໍ​ຄື ​ລັດຖະບານ​ແຫ່ງ​ ສປ ຈີນ ທີ່​ໄດ້​ໃຫ້ການ​ຊ່ວຍ​ເຫລືອ​ ສປປ ລາວ ໃນ​ຄັ້ງ​ນີ້ ​ເຊິ່ງ​ເປັນ​ການ​ປະກອບສ່ວນ ​​ສຳຄັນ​ເຂົ້າ​ໃນ​ການ​ເສີມ​ຂະຫຍາຍ ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ ຊ່ວຍ​ເຫລືອ​ເຊິ່ງກັນ ​ແລະ ​ກັນ ​ໃຫ້​ໄດ້​ຮັບ​ການ​ ພັດທະນາ ​ແລະ ​ແຕກ​ດອກ​ອອກ​ຜົນ ຍິ່ງໆ​ຂຶ້ນ, ພ້ອມ​ທັງ​ຢືນຢັນ​ວ່າ ຈະ​ນຳ​ເອົາ​ເງິນ​ ຈຳນວນ​ດັ່ງກ່າວ ​ໄປ​ຊ່ວຍ​ເຫລືອ, ​ແກ້​ໄຂ​-ບັນ​ເທົາ​ທຸກ ໃຫ້​ປະຊາຊົນ ຜູ້​ທີ່​ໄດ້​ຮັບ​ຜົນ​ກະທົບ​ ຈາກ​ໄພ​ນ້ຳ​ຖວມ ຢ່າງ​ທົ່ວ​ເຖິງ.

ໂອກາດ​ດຽວ​ກັນ ທ່ານ  ອາຊາ ​ງ ລາວ​ລີ ຍັງ​ໄດ້​ຮຽກຮ້ອງ​​ ມາ​ຍັງ​ປະຊາຊົນ ​ທຸກ​ທົ່ວ​ໜ້າ, ບັນດາ​ທູຕານຸທູດ ​ແລະ ຊາວ​ຕ່າງ​ດ້າວ ທີ່​ອາ​ໄສ ຢູ່ ສປປ ລາວ ຈົ່ງ​ພ້ອມ​ໃຈ​ກັນ ​ປະກອບສ່ວນ ​ຊ່ວຍ​ເຫລືອ​ແກ້​ໄຂ​ບັນ ​ເທົາ​ທຸກ​ແກ່​ປະຊາຊົນ ​ຜູ້​ທີ່​ໄດ້​ຮັບ​ຜົນ​ກະທົບ​ດັ່ງກ່າວ ​ເພື່ອ​ໃຫ້​ກັບ​ຄືນ ​ສູ່​ສະພາບ​ປົກກະ​ຕິ ​ແລະ ຖ້າ​ຫາກ​ພາກສ່ວນ​ໃດ​ຢາກ​ປະກອບ​ສ່ວນ​ ຊ່ວຍ​ເຫລືອ ສາມາດ​ຕິດ​ຕໍ່​ພົວພັນ ​ມາ​ຍັງກົມ​ຄຸ້ມ​ຄອງ​ໄພພິບັດ ​ແລະ ການ​ປ່ຽນ​ແປງ​ ດິນ​ຟ້າ​ອາກາດ ​​ໄດ້​ທີ​່ເບີ 021 265017 ຫລື ອີ​ແມວ info.ncdpc@gmail.com.

 

ຂອບໃຈຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...