spot_img
Homeຂ່າວຕ່າງປະເທດຍາດພີ່ນ້ອງຜູ້ໂດຍສານ ບໍ່ເຊື່ອຄຳຢືນຢັນຂອງນາຍົກມາເລເຊຍ ວ່າຊາກເຮືອບິນທີ່ພົບ ແມ່ນຂອງ MH370 ແທ້!

ຍາດພີ່ນ້ອງຜູ້ໂດຍສານ ບໍ່ເຊື່ອຄຳຢືນຢັນຂອງນາຍົກມາເລເຊຍ ວ່າຊາກເຮືອບິນທີ່ພົບ ແມ່ນຂອງ MH370 ແທ້!

Published on

File photo shows French gendarmes and police who inspect a large piece of plane debris which was found on the beach in Saint-Andre, on the French Indian Ocean island of La Reunion

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 12 ສິງຫານີ້ວ່າ ກຸ່ມຍາດພີ່ນ້ອງຜູ້ໂດຍສາຍ MH370 ໄດ້ປະກາດບໍ່ຍອມຮັບຄຳຢືນຢັນຂອງລັດຖະບານມາເລເຊຍ ທີ່ເວົ້າວ່າເສດຊາກປີກເຮືອບິນທີ່ພົບເທິງຫາດຊາຍເກາະເຣອູນິຢົງ ແມ່ນເປັນຊິ້ນສ່ວນມາຈາກເຮືອບິນ MH370 ທີ່ສູນຫາຍໄປເມື່ອປີກາຍນີ້ ໂດຍກຸ່ມດັ່ງກ່າວຮຽກຮ້ອງໃຫ້ຜູ້ຊ່ຽວຊານທີ່ເປັນກາງ ດຳເນີນການພິສູດໃຫ້ຊັດເຈນເສຍກ່ອນ.

ການເຄື່ອນໄຫວດັ່ງກ່າວເກີດຂຶ້ນ ພາຍຫລັງນາຍົກລັດຖະມົນຕີ ນາຈິບ ຣາຊັກ ແຫ່ງມາເລເຊຍ ໄດ້ອອກມາຖະແຫລງຂ່າວໃນວັນພະຫັດທີ 6 ສິງຫາວ່າ ຊິ້ນສ່ວນທີ່ພົບຢູ່ເກາະເຣອູນິຢົງ ແມ່ນໄດ້ຮັບການຢືນຢັນຈາກຜູ້ຊ່ຽວຊານຝຣັ່ງ ວ່າແມ່ນຂອງ MH370 ຢ່າງແນ່ນອນ ແລະ ຖືເປັນຫລັກຖານທຳອິດທີ່ຢັ້ງຢືນວ່າ ເຮືອບິນລຳດັ່ງກ່າວພົບກັບຈຸດຈົບຢູ່ກາງທະເລ.

ແນວໃດກໍຕາມ ກຸ່ມຍາດພີ່ນ້ອງຂອງຜູ້ເຄາະຮ້າຍ ໄດ້ກ່າວວ່າ ເປັນເວລາຜ່ານມາເຖິງ 1 ອາທິດແລ້ວ ຫລັງຈາກນາຍົກມາເລເຊຍຢືນຢັນ ແຕ່ກໍຍັງບໍ່ທັນມີຜູ້ຊ່ຽວຊານຄົນໃດ ອອກມາສະຫລຸບໃຫ້ຈະແຈ້ງຄືນາຍົກມາເລເຊຍເວົ້າຈັກຄົນ ແລະ ຍາດພີ່ນ້ອງໂດຍສ່ວນໃຫຍ່ ແມ່ນບໍ່ເຊື່ອຄຳຢືນຢັນຂອງລັດຖະບານມາເລເຊຍ ໂດຍພວກເຂົາຕ້ອງການຜົນການວິເຄາະທີ່ຊັດເຈນ ແລະ ແນ່ນອນເທົ່ານັ້ນ.

ທັງນີ້ ລັດຖະບານມາເລເຊຍ ແລະ ສາຍການບິນມາເລເຊຍແອຣ໌ລາຍ ໄດ້ຖືກວິພາກວິຈານມາໂດຍຕະຫລອດ ພາຍຫລັງເກີດໂສກນາຕະກຳດັ່ງກ່າວ ວ່າໄຮ້ປະສິດທິພາບ ແລະ ແຈ້ງຄວາມຄືບໜ້າຕ່າງໆຊັກຊ້າ ໂດຍບາງຄັ້ງກໍນຳສະເໜີຂໍ້ມູນທີ່ສັບສົນ ແລະ ຂັດແຍ່ງກັນເອງຫລາຍເທື່ອ.

 

ບົດຄວາມຫຼ້າສຸດ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...