HomeBaby-ແມ່ແລະເດັກຄົນ​ຖືພາ​ເຮັດ​ສິ່ງເຫລົ້ານີ້​ໄດ້​

ຄົນ​ຖືພາ​ເຮັດ​ສິ່ງເຫລົ້ານີ້​ໄດ້​

Published on

204_20150810165630.

      ທ່ານ​ແມ່​ທີ່​ກຳ​ລັງ​ຖືພາຄົງ​ກັງ​ວົນ​ກັບ​ຫລາຍ​ເລື່ອງຈະ​ເຮັດຫຍັງ​ກໍ​ຢ້ານ​ຈະ​ສົ່ງ​ຜົນ​ເຖິງ​ເຈົ້າ​ຕົວ​ນ້ອຍ​ໃນ​ທ້ອງແມ່ນຫຍັງແນ່​ທີ່​ເຮັດ​ໄດ້​ນຳ​​ໃນ​ໄລຍະ​ການຖືພາ
  1. ການ​ບຳ​ລຸງ​ຜິວ ທ່ານແມ່​ຄວນ​ບຳ​ລຸງ​ຜິວ​ດ້ວຍ​ຄີມ​ບຳ​ລຸງ​ແບບ​ບໍ່​ຕ້ອງ​ມີ​ສານ​ເຄ​ມີ​ຫຍັງ​ຫລາຍ ເພື່ອ​ຄົງ​ຄວາມ​ຊຸ່ມ​ຊື່ນ​ໃຫ້​ກັບ​ຜິວເນື່ອງ​ຈາກ​ຮໍໂມນ​ຊ່ວງ​ນີ້ອາດ​ເຮັດໃຫ້​ຜິວ​ພັນ​ປ່ຽນ​ແປງ​ໄດ້ອາດ​ມີ​ສິວ​ຂຶ້ນ ການ​ຮັກສາຊ່ວງ​ນີ້​ອາດ​ບໍ່​ເຮັດໃຫ້​ດີ​ຂຶ້ນ
2. ການ​ຍ່າງ ບໍ່​ວ່າ​ຈະ​ຍ່າງໄປ​ທ່ຽວຍ່າງ​ຊື້ເຄື່ອງຖ້າ​ບໍ່​ມີ​ພາ​ວະ​ສ່ຽງ​ກໍ​ສາມາດ​ເຮັດ​ໄດ້ພຽງ​ແຕ່​ຢ່າ​ຍ່າງ​ດົນ ມີ​ການ​ພັກ​ນຳຢ່າ​ຖື​ຂອງ​ໜັກ
3. ອອກ​ກຳ​ລັງ​ກາຍ ການ​ອອກ​ກຳ​ລັງ​ກາຍ​ເປັນ​ຜົນດີີ​ສຳລັບ​ການ​ຖືພາຄວນ​ອອກ​ກຳ​ລັງ​ກາຍ​ທີ່​ບໍ່​ຮຸນແຮງ​
4. ການຫລົກແຂ້ວ  ບາງ​ຄົນ​ສາມາດ​ເຮັດ​ໄດ້ທັງ​ນີ້​ຄວນ​ປຶກ​ສາ​ແພດ​ຈະ​ດີ​ທີ່ສຸດ
5. ຂັບ​ລົດ ສາມາດ​ເຮັດ​ໄດ້ ພຽງ​ແຕ່​ຕ້ອງ​ລະ​ວັງ​ກວຽນ​ຫົວ ແລະ​ຊ່ວງ​ທ້ອງ​ທີ່​ໃຫຍ່​ຂຶ້ນລະ​ວັງ​ການ​ເບກ​ກະ​ທັນ​ຫັນ​ອາດ​ເຮັດໃຫ້​ທ້ອງ​ກະ​ແທກ​ພວງ​ມາ​ໄລ​ໄດ້
6. ກາ​ແຟ ແມ່​ບາງ​ຄົນ​ຕິດ​ກາ​ແຟ ກໍ​ສາມາດ​ດື່ມ​ໄດ້​ໃນ​ປະລິມານ​ທີ່​ພໍ​ຄວນ ບໍ່​ຄວນ​ເກີນ 2 ຈອກ​ຕໍ່​ມື້
7. ມີເພດສຳພັນ​ຕອນ​ຖືພາ ສາມາດ​ມີ​ໄດ້​ຕາມ​ປົກກະຕິຫາກ​​ແມ່​ບໍ່​ໄດ້​ມີ​ພາ​ວະ​ສ່ຽງ​ຫລື​ເຄີຍ​ລຸລູກເຄີຍ​ເກີດ​ກ່ອນ​ກຳນົດ​ມາ​ກ່ອນເລືອກ​ທ່າ​ທີ່​ບໍ່​ກົດ​ທັບ​ໜ້າ​ທ້ອງ

ບົດຄວາມຫຼ້າສຸດ

ສຸມໃສ່ການພັດທະນາພື້ນຖານໂຄງລ່າງ ກໍ່ສ້າງ ແລະ ບູລະນະສ້ອມແປງເສັ້ນທາງ ໃຫ້ສາມາດນໍາໃຊ້ໄດ້ຕະຫຼອດປີ.

(ສພຊ) - ວັນທີ 8 ກໍລະກົດ 2026 ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ສັງລວມການປະກອບຄໍາເຫັນຂອງບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) 40 ທ່ານ...

ສປປ ລາວ ເຂົ້າຮ່ວມໂຄງການ eYAA ຂອງທະນາຄານ Maybank ແລະ ASEAN Foundation ເປັນຄັ້ງທໍາອິດ.

ໃນຂະນະທີ່ ສປປ ລາວ ກຳລັງຂັບເຄື່ອນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 10 (2026–2030), ການສ້າງພື້ນຖານເສດຖະກິດທີ່ເປັນເອກະລາດ ແລະ ເພິ່ງຕົນເອງ ຍັງຄົງເປັນບຸລິມະສິດລະດັບຊາດ. ເຖິງຢ່າງໃດກໍຕາມ, ຫຼາຍຊຸມຊົນໃນເຂດຊົນນະບົດ ຍັງຄົງຜະເຊີນກັບສິ່ງທ້າທາຍອັນໃຫຍ່ຫຼວງ,...

ບາດກ້າວໃໝ່! PTT (LAO) ຈັບມື BlueDot ເຊັນ MOU ສຶກສາຮ່ວມທຶນຂະຫຍາຍສະຖານີສາກລົດໄຟຟ້າ.

ວັນທີ 2 ກໍລະກົດ 2026 ບໍລິສັດ ພີທີທີ (ລາວ) ຈໍາກັດ (PTT LAO) ແລະ ບໍລິສັດ ລາວທານີ ກົນຈັກໜັກ...

ລັດຖະບານ ໄດ້ສຸມໃສ່ຍົກລະດັບຄຸນນະພາບການຮຽນ-ການສອນ.

ທ່ານ ສອນໄຊ ສີພັນດອນ ໄດ້ສະເຫນີລາຍງານໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ລັດຖະບານ ໄດ້ສຸມໃສ່ຍົກລະດັບຄຸນນະພາບການຮຽນ-ການສອນ ດ້ວຍວິທີການຕ່າງໆ ເປັນຕົ້ນແມ່ນ ໄດ້ປັບປຸງລະບົບສາຍສຶກສາສາມັນ ຈາກ 5+4+3 ເປັນ 6+3+3...