spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ຈະລາຈອນເຕືອນ! ຜູ້ຂັບຂີ່ຈົ່ງມີສະຕິ ຫລັງທ້າຍອາທິດຜ່ານມາ ຕາຍເຖິງ 5 ລາຍ!

ຈະລາຈອນເຕືອນ! ຜູ້ຂັບຂີ່ຈົ່ງມີສະຕິ ຫລັງທ້າຍອາທິດຜ່ານມາ ຕາຍເຖິງ 5 ລາຍ!

Published on

accident

ເຈົ້າໜ້າທີ່ຕຳຫລວດຈະລາຈອນນະຄອນຫລວງວຽງຈັນ, ໄດ້ຝາກເຕືອນເຖິງ ຜູ້ຂັບຂີ່ໃຫ້ມີສະຕິລະວັງໃນການໃຊ້ລົດໃຊ້ຖະໜົນ, ພາຍຫລັງເຫັນວ່າເມື່ອ ທ້າຍອາທິດຜ່ານໄດ້ມີຜູ້ເສຍຊີວິດຈາກອຸປະຕິເຫດບົນ ທ້ອງຖະໜົນເຖິງ 5 ລາຍຄື:​ ໃນ­​ເວລາ​ປະມານ­ 24:00 ​ໂມງຂອງ​ວັນ­​ທີ 8 ສິງຫາ 2015 ​ຢູ່ຖະໜົນ 13 ເໜືອເຂດເມືອງນາຊາຍທອງ, ໄດ້​ມີ​ລົດຈັກ CBR ໝາຍ​ເລກ​ທະບຽນ­ ທອ 3330 ກຳ​ແພງນ​­ະຄອນ­, ຂັບ​ຂີ່​ໂດຍ​ທ້າວ ພິດສະ​ໄໝ ອາຍຸ 16 ປີຢູ່ບ້ານ­​ຫ້ວຍນ​­້ຳ​ເຢັ­ນ ເມືອງດັ່ງກ່າວ​ໄດ້​ຕຳ​ເຊິ່ງໜ້າກັບ​ລົດຈັກ Wave 100 ໝາຍ​ເລກ​ທະບຽນ­ ດຄ 2118 ກຳ​ແພງນ​­ະຄອນ, ທີ່ຂັບ​ຂີ່​ໂດຍ​ທ້າວ ນ­ີ່ ອາຍຸ 18 ປີ ​ແລະ ທ້າວ ​ໄລ ອາຍຸ 17 ປີເປັນ­​ຜູ້​ຊ້ອນ­​ທ້າຍ, ທັງ​ສອງ​ຢູ່​ບ້າ­ນ​ໂພນ­​ມ່ວງ ເມືອງນ​­າ​ຊາຍ​ທອງ ທີ່​ຂີ່ສວ­ນ​ທາງ​ມາ ເຮັດ​ໃຫ້​ທ້າວ ນ­ີ່ ​ເສຍ​ຊີວິດ​ຄາ​ທີ່ ແລະ ທ້າວ ພິດສະ​ໄໝ ໄປເສຍ​ຊີວິດ​ຢູ່​ໂຮງໝໍ, ສ່ວນ­​ທ້າວ ​ໄລ ແມ່ນ​ໄດ້​ຮັບ​ບາດ​ເຈັບສົມຄວນ­.

ມື້ຕໍ່​ມາ​​­​ເວລາປະມານ 4:00 ​ໂມງ​ເຊົ້າມີ​ອຸປະຕິ​ເຫດ​ລົດ​ເກງ​ຕຳ​ເອົາທ້າຍ​ລົດຈັກໝາຍເລກທະບຽນ ຈຫ 4512 ກຳແພງນະຄອນ ຊຶ່ງພວມຈະລ້ຽວໃນຈຸດກັບລົດເຮັດ​ໃຫ້​ລົດຈັກ ​ແລະ ຜູ້​ຂັບ​ຂີ່​ຟົ້ງ​ໄກ​ຈາກ​ຈຸດ​ເກີດ​ເຫດ​ຫລາຍ 10 ​ແມັດ, ສົ່ງຜົນໃຫ້ຜູ້ຂັບ ແລະ ຜູ້ຊ້ອນທ້າຍ­​ເສຍ​ຊີວິດ​ຄາ​ທີ່, ສ່ວ­ນຜູ້ຂັບຂີ່ລົດໃຫຍ່​ໄດ້​ຮັບ​ບາດ​ເຈັບສົມຄວນ ແລະ ໃນມື້​ດຽວ​ກັນ­​ເວລາ​ປະມາ­ນ 17:00 ​ໂມງຢູ່​ເສັ້­ນທາງ​ດົງ​ໂດກ-ໜອງ​ບຶກ​ເຂດ​ບ້າ­ນນ​­າ​ສ້ຽວ ເມືອງ​ນ­າ​ຊາຍ​ທອງ ໄດ້​ເກີດ​ອຸປະຕິ​ເຫດ​ລົດເກັງຕຳ​ກັບ​ລົດບັນທຸກ,​ ເຮັດ​ໃຫ້​ຜູ້​ຂັບ​ຂີ່​ລົດ​ເກງ​ເສຍ​ຊີວິດ​ຢູ່​ໂຮງໝໍຈາກກໍລະນີອຸປະຕິເຫດດັ່ງກ່າວ, ເຈົ້າໜ້າທີ່ຈຶ່ງຮຽກຮ້ອງໃຫ້ ຜູ້ຂັບຂີ່ຈົ່ງເພີ່ມສະຕິລະວັງຕົວສູງກວ່າເກົ່າ, ໂດຍສະເພາະແມ່ນໃຫ້ເຄົາລົບລະບຽບຈະລາຈອນຢ່າງເຂັ້ມງວດ, ບໍ່ດື່ມສິ່ງມຶນເມົາແລ້ວຂັບລົດ, ຂັບຂີ່ໂດຍປະໝາດ, ຂັບຂີ່ລົດດ້ວຍຄວາມໄວສູງ, ລ່ວງໄຟອຳນາດ, ລ່ວງປ້າຍຫ້າມ ແລະ ອື່ນໆເພື່ອຫລີກລ້ຽງຜົນເສຍຫາຍຕາມມາ.

 

ຂອບໃຈຂ່າວຈາກ:

ລພນ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...