spot_img
Homeຂ່າວພາຍ​ໃນປາຖະກະຖາວັນຊາດ ສປປ ເກົາຫລີ ຄົບຮອບ 65 ປີ

ປາຖະກະຖາວັນຊາດ ສປປ ເກົາຫລີ ຄົບຮອບ 65 ປີ

Published on

wed4sep7

ເນື່ອງໃນໂອກາດວັນຊາດ ສປປ ເກົາຫລີ ຄົບຮອບ 65 ປີ ( 9/9/1948-9/9/2013 ) ນີ້, ຄະນະໂຄສະນາອົບຮົມສູນ ກາງພັກຮ່ວມກັບສະມາຄົມ ມິດຕະພາບລາວ-ເກົາຫລີ ແລະ ສະຖານທູດ ສປປ ເກົາຫລີ ປະຈຳລາວໄດ້ຈັດຕັ້ງປາຖະກະຖາພາຍຫົວຂໍ້“ຊົມເຊີຍ ວັນຊາດສປປເກົາຫລີຄົບ ຮອບ 65 ປີ” ຂຶ້ນທີ່ຫ້ອງ ປະຊຸມໃຫຍ່ຄະນະໂຄສະນາ ອົບຮົມສູນກາງພັກໃນວັນທີ 3 ກັນຍາ 2013, ໃຫ້ກຽດເຂົ້າ ຮ່ວມ ແລະ ເປັນປະທານຂອງ ສະຫາຍ ຕົງເຢີທໍ ຮອງປະ ທານສູນກາງແນວລາວສ້າງ ຊາດ, ປະທານສະມາຄົມມິດ ຕະພາບລາວເກົາຫລີ ແລະ ສະຫາຍ ເຊີນອູກ້ວາງ ຜູ້ຊ່ວຍ ທູດແຫ່ງ ສປປ ເກົາຫລີ ປະຈຳ ລາວ, ສະຫາຍ ສີປະເສີດ ແສນສະຫວັດ, ຮອງຫົວຫນ້າ ຄະນະໂຄສະນາອົບຮົມສູນ ກາງພັກ, ພ້ອມດ້ວຍພະນັກ ງານຫລັກແຫລ່ງຈາກສຳນັກ ງານອົງການຕ່າງໆອ້ອມຂ້າງ ສູນກາງເຂົ້າຮ່ວມ.
ໃນໂອກາດວັນດັ່ງກ່າວນີ້ ສະຫາຍ ເຊີນອູກ້ວາງ ກໍ່ໄດ້ ຂຶ້ນກ່າວປະຖະກະຖາສະ ຫາຍກ່າວບາງຕອນວ່າ: ວັນທີ 9 ກັນຍາ ທີ່ຈະມາເຖິງນີ້ແມ່ນ ວັນສະຖາປະນາ ສປປ ເກົາ ຫລີ ຄົບຮອບ 65 ປີ, ຕັ້ງແຕ່ມື້ ນັ້ນເປັນຕົ້ນມາ, ປະຊາຊົນ ເກົາຫລີ ກໍ່ໄດ້ລົບລ້າງສິ່ງຫລ້າ ຫລັງ ແລະ ຄວາມຂາດແຄນ ທີ່ເຄີຍເກີດຂຶ້ນໃນສະຕະວັດ ເກົ່າ ແລະ ກໍ່ສ້າງປະເທດເປັນ ລັດສັງຄົມນິຍົມຫນຶ່ງທີ່ເຂັ້ມ ແຂງ,ມີເອກະລາດເພິ່ງຕົນ ເອງ ແລະ ມີຄວາມສາມາດ ປ້ອງກັນເອງ.ໃນດ້ານວຽກ ງານແນວຄິດ,ຄວາມເປັນ ເອກະລາດທາງດ້ານການ ເມືອງ,ເພິ່ງຕົນເອງທາງດ້ານ ເສດຖະກິດແລະສ້າງຄວາມ ເຂັ້ມແຂງທາງດ້ານວຽກງານ ປ້ອງກັນຊາດພັກ ແລະລັດຖະ ບານສປປເກົາຫລີໄດ້ຍົກສູງ ຄຳຂັວນທີ່ວ່າ “ຈົ່ງຮັບໃຊ້ປະ ຊາ ຊົນ” ແລະ ນຳໃຊ້ຮູບແບບ ການເມືອງທີ່ນຸ້ມນວນເປັນຮູບ  ແບບການເມືອງທີ່ສຳຄັນໃນ ການເຄື່ອນໄຫວຂອງລັດ, ນຳ ພາປະຊາຊົນທັງຫມົດເຂົ້າສູ່ ຄວາມເປັນເອກະພາບ ແລະ ບັນລຸເຖິງຄວາມສາມັກຄີເປັນ ຈິດຫນຶ່ງໃຈດຽວຂອງທົ່ວສັງ ຄົມ.
ສະຫາຍຍັງກ່າວຕື່ມອີກວ່າ: ສປປ ລາວ ແລະ ສປປ ເກົາ ຫລີເປັນເພື່ອນມິດຢຸດທະ ສາດທີ່ມີອຸດົມການອັນດຽວ ກັນຄືຢຶດຫມັ້ນລັດທິມາກ-ເລ ນິນ, ສ້າງສົງຄາມນິຍົມຕາມ ຈຸດພິເສດ ແລະ ເງື່ອນໄຂຂອງ ປະເທດຕົນ. ສອງປະເທດໄດ້ ມີການພົວພັນຮ່ວມມືທີ່ເປັນ ມູນເຊື້ອອັນດີງາມແຕ່ດົນ ນານ ແລະ ໄດ້ໃຫ້ການສະ ຫນັບສະຫນູນຊ່ວຍເຫລືອ ເຊິ່ງກັນ ແລະ ກັນໃນເວທີສາ ກົນ ແລະ ພາກພື້ນຕະຫຼອດມາ
ໃນຕອນທ້າຍສະຫາຍ ສີປະເສີດ ແສນສະຫວັດ ກໍ່ ໄດ້ມອບກະຕ່າດອກໄມ້ເພື່ອ ອວຍພອນວັນຊາດ ສປປ ເກົາຫລີໃຫ້ແກ່ ສະຫາຍ ເຊິນ ອູກ້ວາງ ອີກດ້ວຍ.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດພະເທບ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ. ໃນຕອນບ່າຍຂອງວັນທີ 22 ເມສາ 2025,...

ນັກທ່ອງທ່ຽວຕ່າງຊາດທີ່ຈະເດີນທາງເຂົ້າໄທ ດ້ວຍພາສປອດຕ້ອງໄດ້ຂຽນຟອມອອນລາຍ ເລີ່ມ 1 ພຶດສະພານີ້

ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ (ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ຈະເດີນທາງໄປປະເທດໄທ ຕ້ອງໄດ້ເຂົ້າຕື່ມແບບຟອມ (TDAC) ລິ້ງ https://tdac.immigration.go.th/arrival-card/#/home ທາງອອນລາຍ...

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...