spot_img
Homeວົງການສື່ມວນຊົນວິທະຍຸກະຈາຍສຽງແຫ່ງຊາດລາວ ສະຫລອງວັນສ້າງຕັ້ງ ຄົບຮອບ 55 ປີ

ວິທະຍຸກະຈາຍສຽງແຫ່ງຊາດລາວ ສະຫລອງວັນສ້າງຕັ້ງ ຄົບຮອບ 55 ປີ

Published on

bosengkham

ຂປລ. ວິທະຍຸກະຈາຍສຽງ ແຫ່ງຊາດລາວ ໄດ້ຈັດພິທີສະເຫລີມສະຫລອງ ວັນສ້າງຕັ້ງຄົບຮອບ 55 ປີ (13/8/1960-13/8/2015) ໃນວັນທີ 11 ສິງຫາ 2015 ນີ້, ໂດຍເປັນກຽດ ເຂົ້າຮ່ວມຂອງ ທ່ານ ສຈ.ດຣ. ບໍ່ແສງຄຳ ວົງດາລາ ລັດຖະມົນຕີວ່າການ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີບັນດາລັດຖະມົນຕີ ຊ່ວຍວ່າການ, ຫົວໜ້າກົມ, ຮອງກົມ ແລະ ຜູ້ຕາງໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ສະຖານີວິທະຍຸກະຈາຍສຽງ ປະຈຳແຕ່ລະທ້ອງຖິ່ນ ໃນຂອບເຂດທົ່ວ ປະເທດເຂົ້າຮ່ວມ.

ທ່ານ ສີພາ ນົງລາດ ຜູ້ອຳນວຍການໃຫຍ່ວິທະຍຸ ກະຈາຍສຽງແຫ່ງຊາດລາວ ໄດ້ຍົກໃຫ້ເຫັນມູນເຊື້ອ ແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງວິທະຍຸ ກະຈາຍສຽງແຫ່ງຊາດລາວ ຕະຫລອດໄລຍະ 55 ປີ ຜ່ານມາ ເຊິ່ງພາຍຫລັງປະເທດຊາດ ໄດ້ຮັບການປົດປ່ອຍ ແລະ ສະຖາປະນາ ເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ວິທະຍຸກະຈາຍສຽງຝ່າຍປະເທດລາວ ໄດ້ກາຍມາເປັນວິທະຍຸແຫ່ງຊາດລາວ ຫລື ທສລ ຈົນມາເຖິງປັດຈຸບັນ ແລະ ໄດ້ມີບົດບາດໃໝ່ ໃນການໂຄສະນາ ປຸກລະດົມ ປະຊາຊົນບັນດາເຜົ່າ ໃນຂອບເຂດທົ່ວປະເທດ ເຮັດໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ທັງເຮັດໜ້າທີ່ໂຄສະນາ ແນວທາງນະໂຍບາຍ ຂອງພັກ-ລັດ ແຜນພັດທະນາ ເສດຖະກິດ-ສັງຄົມຂອງລັດ, ເປັນເວທີສະແດງຄຳຄິດຄຳເຫັນ ແລະ ຄວາມມຸ້ງມາດ ປາຖະໜາປວງຊົນ. ໃນສະພາບການໃໝ່ ວິທະຍຸກະຈາຍ ສຽງແຫ່ງຊາດ ໄດ້ຮັບການພັດທະນາຂຶ້ນໃນທຸກດ້ານ ເປັນຕົ້ນສະຖານີສົ່ງຄື້ນສັ້ນ ໄດ້ຮັບການສ້າງຂຶ້ນໃໝ່ ຈາກ 10 ກິໂລວັດ ເປັນ 50 ກິໂລວັດ ສາມາດຮັບຟັງ ໄດ້ທົ່ວປະເທດ ແລະ ໃນປະເທດໃກ້ຄຽງ, ເພີ່ມກຳລັງແຮງສົ່ງຈາກ 150 ກິໂລ ວັດ ມາເປັນ 200 ກິໂລວັດ, ສ້າງຕັ້ງສະຖານີ ວິທະຍຸລະບົບ FM103,7 ແຫ່ງທຳອິດໃນປະເທດ ໃນປີ 1998, ປີ 2001 ສ້າງ FM95 ແມັກກາເຮີດ ແລະ ປີ 2010 ສ້າງ FM97,3 ແມັກກາເຮີດ ແລະ ສ້າງ​ເວບໄຊ ເພື່ອຮັບຟັງວິທະຍຸອອນລາຍ ສາມາດຮັບຟັງໄດ້ທົ່ວໂລກ.

ໂອກາດດັ່ງກ່າວ ທ່ານ ສຈ.ດຣ. ບໍ່ແສງຄຳ ວົງດາລາ ລັດຖະມົນຕີວ່າການ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຊີ້ທິດເຍືອງທາງ ໃຫ້​ແກ່ບັນດາພະນັກງານ ລັດຖະກອນ ກໍຄື ວິທະຍຸກະຈາຍ ສຽງແຫ່ງຊາດລາວ ໃຫ້ສືບຕໍ່ສຸມໃສ່ພັດທະນາຕົນເອງ ໃຫ້ເປັນສື່ທີ່ທັນສະໄໝ, ວ່ອງໄວ, ຊັດເຈນ, ຫັນຈາກລະບົບອັນນາລອກ ໄປສູ່ລະບົບ ດີຈິຕອນເທື່ອລະກ້າວ ແລະ ພັດທະນາເນື້ອໃນ ລາຍການໃຫ້ມີຫລາຍຮູບຫລາຍສີ, ວ່ອງໄວທັນການ, ສະໜອງຂໍ້ມູນຂ່າວສານ, ເນື້ອຫາສາລະ ທີ່ເປັນປະໂຫຍດ ແລະ ໃຫ້ຄວາມບັນເທິງ ແກ່ມວນຊົນຫລາຍຂຶ້ນກວ່າເກົ່າ.

 

ຂອບໃຈຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...