spot_img
HomeBaby-ແມ່ແລະເດັກສ້າງພູມຄຸ້ມກັນລູກນ້ອຍດ້ວຍ‘ນົມແມ່’

ສ້າງພູມຄຸ້ມກັນລູກນ້ອຍດ້ວຍ‘ນົມແມ່’

Published on

นมแม่

ນົມ​ແມ່ປຽບ​ຄືວັກ​ແຊັງ​ຢອດທໍາອິດຂອງ​ລູກ​ນ້ອຍເນື່ອງ​ຈາກ​ນ້ຳ​ນົມ​ຂອງ​ແມ່​ໃນ​ໄລຍະທໍາອິດ​ຫລັງ​ເກີດຄືຫົວ​ນ້ຳ​ນົມທີ່​ມີ​ສີ​ເຫລືອງ​ຂົ້ນ(Colostrum)ອຸດົມ​ໄປ​ດ້ວຍ​ສານ​ອາຫານ​ທີ່​ຈຳ​ເປັນ​ສຳລັບ​ເດັກນ້ອຍມີ​ພູ​ມ​ຄຸ້ມ​ກັນ​ນານາ​ຊະນິດ​ທີ່​ແສນ​ວິ​ເສດຊຶ່ງ​ຖື​ໄດ້​ວ່າ​ເປັນ​ອາຫານ​ທີ່​ດີ​ທີ່ສຸດ​ສຳລັບ​ລູກ​ນ້ອຍ

ສານ​ອາຫານ​ທີ່​ຫລາຍກວ່າ200ຊະນິດທີ່​ຢູ່ໃນ​ນົມ​ແມ່​ນັ້ນບໍ່​ວ່າ​ຈະ​ເປັນ​ໂປ​ຕີນ,ໄຂ​ມັນ,ຄາລ​ໂບ​ໄຮ​ເດດ,ວິ​ຕາ​ມິນ,ແຮ່ທາດ,ຮໍໂມນ​ແລະ​ເອັນ​ໄຊຖື​ວ່າ​ມີ​ຄວາມ​ໂດດ​ເດັ່ນມີ​ຄຸນນະພາບ​  ເໝາະ​ກັບ​ລະບົບ​ທາງເດີນ​ອາຫານແລະ​ຫມາກໄຂ່ຫລັງ​ຂອງ​ເດັກນ້ອຍ​ທີ່​ຍັງ​ເຮັດວຽກ​ໄດ້​ບໍ່​ສົມບູນອີກຢ່າງ​ຍັງ​ປັບ​ປ່ຽນ​ໄປ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ລູກ​ທຸກ​ໄລ​ຍະ​ການ​ເຕີບໂຕ ແລະ​ຊ່ວຍ​ປົກ​ປ້ອງ​ລູກ​ຈາກ​ການ​ຕິດ​ເຊື້ອໂດຍ​ສະເພາະ​ຢ່າງ​ຍິ່ງ​ພະຍາດ​ຖອກທ້ອງ ພະຍາດ​ພູ​ມ​ແພ້,ພະຍາດ​ຕຸ້ຍທີ່​ພົບ​ເລື້ອຍ​ໆໃນ​ໄວ​ເດັກນ້ອຍ

ນົມ​ແມ່ສ້າງ​ແລະ​ເປັນ​ເກາະ​ປົກ​ປ້ອງ​ຮ່າງກາຍ​ລູ

1.ສະ​ໝອງ:ນົມ​ແມ່​ເປັນ​ອາຫານ​ທີ່​ເໝາະ​ສົມ​ຕໍ່​ການ​ຈະເລີນ​ເຕີບໂຕ​ຂອງ​ສະຫມອງແລະ​ສົ່ງ​ເສີມ​ພັດທະນາ​ການ​ທີ່​ດີຊ່ວຍ​ສ້າງ​ປັນຍາ​ໄດ້​ເຕັມ​ທີ່ການ​ອຸ້ມ​ລູກ​ຂຶ້ນ​ດູດ​ນົມ​ແມ່​ເປັນ​ການ​ກະຕຸ້ນ​ປະສາດ​ສຳ​ຜັດ​ທຸກ​ສ່ວນ​ຂອງ​ລູກເຮັດໃຫ້​ສະຫມອງ​ໄດ້ຮັບ​ສັນ​ຍານ​ປະສາດ​ສົ່ງ​ເຂົ້າ​ມາ​ຢ່າ​ງສະຫ​ມ່ຳ​ສະເໝີ,ສະຫມອງ​ທີ່​ຖືກ​ກະຕຸ້ນ​ເລື້ອຍໆຈະ​ເກີດ​ການ​ແຕກ​ຂະແໜງ​ຈຸລັງ​ປະສາດ​ຢ່າງ​ຫລວງຫລາຍເພີ່ມ​ການ​ເຊື່ອມ​ໂຍງ​ຂອງ​ເສັ້ນ​ໃຍ​ສະຫມອງ,ເສັ້ນ​ປະສາດ​ຈະ​ຮັບ​ສັນ​ຍານ​ການ​ຮຽນ​ຮູ້​ໄວ​ຂຶ້ນໃນ​ກຸ່ມ​ເດັກ​ທີ່​ໄດ້ຮັບ​ນົມ​ແມ່​ມີ​ການ​ເພີ່ມ​ລະ​ດັບ​​ປັນຍາ​ຂຶ້ນ​ໂດຍ​ສະເລ່ຍ3.16ຈຸດແລະ​ໃນ​ກຸ່ມ​ເດັກນ້ອຍ​ເກີດ​ກ່ອນ​ກຳນົດ​ທີ່​ໄດ້ຮັບ​ນົມ​ແມ່ມີ​ການ​ເພີ່ມ​ລະ​ດັບ​​ປັນຍາ​ທີ່5.26ຈຸດ​ໄລ​ຍະເວລາ​ຂອງ​ການ​ໃຫ້​ນົມ​ແມ່​ຈະ​ສຳພັນ​ກັບ​ການ​ເພີ່ມ​​ປັນຍາ​ຂອງ​ລູກຍິ່ງ​ໄດ້ຮັບ​ນົມ​ແມ່​ຫລາຍກວ່າ6ເດືອນມີ​ລະ​ດັບ​​ປັນຍາ​ສູງ​ກວ່າ​ເດັກ​ທີ່​ໄດ້ຮັບ​ນົມ​ແມ່​ນ້ອຍ​ກວ່າ6ເດືອນ
2. ຫູ :ຫລຸດ​ໂອ​ກາດ​ເປັນ​ພະຍາດ​ຫູ​ນ້ຳ​ໜວກຫລື​ຫູ​ອັກ​ເສບເນື່ອງ​ຈາກ​ລັກສະນະ​ການ​ດູດ​ນົມ​ຂອງ​ລູກ​ຕ້ອງ​ໃຊ້​ການ​ເຄື່ອນ​ໄຫວ​ຂອງ​ລິ້ນ​ຫລື​ແຮງ​ດັນ​ທາງ,ຊ່ອງ​ປາກ,ເຮັດໃຫ້​ມີ​ການ​ເຄຍນ້ຳ​ໃນ​ຫູ​ຂອງ​ລູກ​ນ້ອຍ​ອອກ​ໄປ​ນໍາ
3.ສາຍ​ຕາ:ພັດທະນາ​ການ​ເບິ່ງເຫັນສາຍ​ຕາ​ຄົມ​ແຈ້ງເນື່ອງ​ຈາກ​ໃນ​ນົມ​ແມ່​ມີ​ສານ​ອາຫານ​ທີ່​ຊ່ວຍ​ບຳ​ລຸງ​ສາຍ​ຕາເຊັ່ນ:ສານ​ດີ​ເອດ​ເອ,ກົດ​ອະ​ມິ​ໂນແລະ​ໄຂ​ມັນ​ອື່ນໆ
4.ລະບົບ​ທາງເດີນ​ຖ່າຍເບົາ:ມີ​ໂອ​ກາດ​ຕິດ​ເຊື້ອ​ນ້ອຍ​ກວ່າ​ເດັກ​ທີ່​ບໍ່​ໄດ້​ກິນ​ນົມ​ແມ່ເນື່ອງ​ຈາກ​ໃນ​ນົມ​ແມ່​ມີ​ພູ​ມ​ຄຸ້ມ​ກັນ​ຕ່າງໆເຮັດໃຫ້​ບໍ່​ຕິດ​ເຊື້ອ​ໃນ​ລະບົບ​ທາງຍ່ຽວ
5.ຫມາກໄຂ່ຫລັງ​ແຂງ​ແຮງ:ໃນ​ນົມ​ແມ່​ມີ​ປະລິມານ​ໂປ​ຕີນ​ທີ່​ເໝາະ​ສົມສົ່ງ​ຜົນ​ໃຫ້​ຫມາກໄຂ່ຫລັງ​ເຮັດວຽກ​ຢ່າງ​ສົມ​ດຸນແລະ​ແຂງ​ແຮງ
6.ຜິວ​ພັນ:ຫລຸດ​ໂອ​ກາດ​ພູ​ມແພ້​ຜິວ​ໜັງ42 %ໃນ​ໄລຍະ​ທີ່​ເດັກນ້ອຍ​ກິນ​ນົມ​ແມ່​ຢ່າງ​ດຽວ ເດັກນ້ອຍ​ຈະ​ບໍ່​ໄດ້ຮັບ​ໂປ​ຕີນ​ຈາກ​ນົມງົວຊຶ່ງ​ເປັນ​ໂປ​ຕີນ​ທີ່​ສາມາດ​ກະຕຸ້ນ​ລະບົບ​ພູ​ມຄຸ້ມ​ກັນ​ຂອງ​ເດັກນ້ອຍແລະ​ເຮັດໃຫ້​ເກີດ​ພະຍາດ​ພູ​ມ​ແພ້ເດັກນ້ອຍ​ທີ່​ກິນ​ນົມ​ແມ່ຈຶ່ງ​ມີ​ອັດຕາ​ການ​ເກີດ​ພະຍາດ​ພູ​ມແພ້​ນ້ອຍ​ກວ່າ
7.ລະບົບ​ທາງເດີນ​ອາ​ຫາ:ຫລຸດ​ໂອ​ກາດ​ພະຍາດ​ທ້ອງ​ເສຍ​ແລະ​ລຳ​ໄສ້​ອັກ​ເສບ​ນ້ອຍ​ກວ່າ64%ໃນ​ນ້ຳ​ນົມ​ແມ່​ມີ​ສານ​ອາຫານ​ທີ່​ປົກ​ປ້ອງ​ລູກ​ນ້ອຍ​ໃນ​ລະບົບ​ທາງເດີນ​ອາຫານ ປະກອບ​ດ້ວຍ

  1. Secretory antibodiesເຮັດ​ຫນ້າທີ່​ດັກ​ຈັບ​ສິ່ງ​ແປກປອມ
  2. OligosaccharidesແລະGlycoconjugatesກະຕຸ້ນ​ການ​ຈະເລີນ​ເຕີບໂຕ​ຂອງ​ເຊື້ອ​ແບກ​ທີ​ເຣຍ​ທີ່​ມີ​ປະໂຫຍດ​ຕໍ່​ສຸຂະພາບ​ຂອງ​ເດັກນ້ອຍ
  3. Lactoferrinສາມາດ​ກຳຈັດ​ເຊື້ອ​ລາ​ທີ່​ເປັນ​ອັນຕະລາຍອີກ​ທັງ​ຍັງ​ປ້ອງ​ກັນ​ພະຍາດ​ກະເພາະ​ອາຫານ​ແລະ​ລຳ​ໄສ້​ອັກ​ເສບ
  4. Anti-inflammatory effectsນົມ​ແມ່​ມີ​ການ​ຕໍ່​ຕ້ານ​ການ​ອັກ​ເສບ​ເຊິ່ງ​ມີ​ປະໂຫຍດ​ຕໍ່​ສຳ​ໄສ້​ຂອງ​ເດັກນ້ອຍ
  5. Prebiotic effectsໃນ​ນົມ​ແມ່​ມີ​ນ້ຳ​ຕານ​ທີ່​ມີ​ຄຸນສົມບັດ​ເປັນ​ອາຫານ​ສຳລັບ​ການ​ຈະເລີນ​ເຕີບໂຕ​ຂອງ​ແບກ​ທີ​ເຣຍ​ຊະນິດ​ດີ​ໃນ​ລຳ​ໄສ້​ໃຫຍ່
  6. ຊ່ອງ​ປາກ:ເນື່ອງ​ຈາກ​ລູກ​ນ້ອຍ​ດູດ​ນົມ​ແມ່​ຈາກ​ເຕົ້າກ້າມ​ຊີ້ນ​ຈຶ່ງ​ເກີດ​ການ​ພັດທະນາ ກາມ​ລຸ່ມ​ຂອງ​ລູກ​ຈຶ່ງ​ແຂງ​ແຮງແຂ້ວ​ເກ​ນ້ອຍ​ລົງ​ເມື່ອ​ໃຫຍ່​ຂຶ້ນ
  7. ລະບົບ​ທາງເດີນ​ຫາຍ​ໃຈ:ໂອ​ກາດ​ຕິດ​ເຊື້ອ​ທາງເດີນ​ຫາຍ​ໃຈປອດ​ບວມ​ນ້ອຍ​ກວ່າ​ເດັກນ້ອຍ​ທີ່​ກິນ​ນົມ​ປະສົມ60%ແລະ​ປ້ອງ​ກັນ​ເບື້ອງ​ຕົ້ນ​ຕໍ່​ການ​ເກີດ​ພະຍາດ​ພູ​ມ​ແພ້ ຊ່ວຍ​ປ້ອງ​ກັນ​ພະຍາດ​ຫອບ​ຫືດ
  8. ການ​ສົ່ງ​ເສີມ​ໃຫ້​ລູກ​ກິນ​ນົມ​ແມ່​ພຽງ​ຢ່າງ​ດຽວ6ເດືອນ​ຂຶ້ນ​ໄປ​ຈະ​ສົ່ງ​ຜົນດີີ​ແລະ​ສົ່ງ​ເສີມ​ພັດທະນາ​ການ​ທາງ​ດ້ານ​ຕ່າງໆຂອງ​ຮ່າງກາຍແລະ​ຫລັງ​ຈາກ6ເດືອນ​ຂຶ້ນ​ໄປ ຄວນ​ໃຫ້​ນົມ​ແມ່​ຄູ່​ກັບ​ອາຫານ​ຕາມ​ໄວ​ຈົນເຖິງ 2 ປີ​ເປັນ​ຢ່າງ​ນ້ອຍເນື່ອງ​ຈາກ​ນົມ​ແມ່​ຍັງ​ຄົງ​ເປັນ​ອາຫານ​ຫລັກ​ສຳຄັນ​ສຳລັບ​ເດັກນ້ອຍ

ປະລິມານ​ນົມ​ແມ່​ທີ່​ຄວນ​ໃຫ້​ລູກ​ນ້ອຍ​ໄດ້​ກິນ​ໃນ​ແຕ່​ລະ​ມື້ຄື​ມື້​ລະ8ເທື່ອ​ຂຶ້ນ​ໄປຫລື​ທຸກ​ໆ2-3ຊົວໂມງແລະ​ຫາກະ​ດູດ​ນົມ​ໄວດູດ​ນົມ​ເລື້ອຍໆແລະ​ດູດ​ຢ່າງ​ຖືກ​ວິທີຊຶ່ງ ເປັນ​ປັດ​ໄຈ​ສຳ​ເລັດ​ໃນ​ການ​ລ້ຽງ​ລູກ​ດ້ວຍ​ນົມ​ແມ່ຈະ​ສົ່ງ​ຜົນ​ໃຫ້​​ແມ່​ມີ​ນ້ຳ​ນົມ​ໃນ​ປະລິມານ​ທີ່​ພຽງ​ພໍ​ຕໍ່​ຄວາມ​ຕ້ອງ​ການ​ຂອງ​ລູກ​ນ້ອຍແລະ​ປະ​ສົບ​ຄວາມ​ສຳ​ເລັດ​ໃນ​ການ​ລ້ຽງ​ລູກ​ດ້ວຍ​ນົມ​ແມ່

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...