Homeຂ່າວພາຍ​ໃນແຊ້ມບານເຕະລຸ້ນອາຍຸບໍ່ເກີນ 16 ປີໃນປີນີ້ແມ່ນໄທ ລາວໄດ້ພຽງອັນດັບ 4

ແຊ້ມບານເຕະລຸ້ນອາຍຸບໍ່ເກີນ 16 ປີໃນປີນີ້ແມ່ນໄທ ລາວໄດ້ພຽງອັນດັບ 4

Published on

ຈົບລົງໄປເປັນທີ່ຮຽບຮ້ອຍແລ້ວສຳລັບການແຂ່ງຂັນຂອງກິລາບານເຕະອາຍຸບໍ່ເກີນ 16 ປີ ຫຼື U-16 ທີ່ປະເທດກຳປູເຈຍເປັນເຈົ້າພາບ, ເຊີ່ງວ່າການແຂ່ງຂັນໃນວັນທີ 9 ສິງຫາທີ່ຜ່ານມານີ້ ທີມຊາດລາວເຮົາລົງແຂ່ງຂັນພົບກັບທີມຊາດອົດສະຕາລີ ໃນເວລາ 15:30 ໂມງ ຜົນປະກົດລາວເຮົາໃຫ້ອົດສະຕາລີໄປ 02-10 ປະຕູ, ສ່ວນອີກໜື່ງຄູ່ແມ່ນການແຂ່ງຂັນລະຫວ່າງທີມຊາດໄທພົບກັບທີມຊາດມຽນມາ ໃນເວລາ 18:30 ໂມງ ຜົນປະກົດທີມຊາດໄທເອົາຊະນະທີມຊາດມຽນມາ 3-0 ປະຕູ, ເຮັດໃຫ້ທີມຊາດໄທຄວ້າແຊ້ມໄປໃນທີ່ສຸດ
ສະຫຼຸບອັນດັນທີ 1 ທີມຊາດໄທ (ແຊ້ມ), ອັນດັບທີ 2 ທີມຊາດມຽນມາ (ຮອງແຊ້ມ), ອັນດັບທີ 2 ອົດສະຕາລີ, ່ສວນອັບດັບທີ 4 ແມ່ນທີມຊາດລາວເຮົາ, ແຕ່ກໍ່ຖືວ່າທາງຄູເຝິກແລະນັກເຕະທີມຊາດລາວໄດ້ປະສົບການມາຫຼາຍພໍສົມຄວນເພາະວ່າມີຜົນງານທີ່ໂດດເດັ່ນ ໂດຍສະເພາະແມ່ນດາວຊັນໂວຂອງທີມຊາດລາວເຮົາແມ່ນ ບຸນພະຈັນ ບຸນກອງ ຍິງ 5 ປະຕູ, ໄຊຍະພອນ ແສງສະຫວ່າງ ຍິງ 4 ປະຕູ , ນາລິນ ຍິງ 2 ປະຕູ, ທັດສະພອນ ໄຊສຸກ ຍິງ 1 ປະຕູ ແຕ່ກໍ່ບໍ່ເປັນຫຍັງແຟນບານເຕະລາວຍັງຄົງເປັນກຳລັງໃຈສະໜັບສະໜູນນັກເຕະລາວກັນຕໍ່ໄປ

11811395_1632338356983683_4670641484755428075_n

ບົດຄວາມຫຼ້າສຸດ

ເຮັດແທ້ທຳຈິງ! ແຂວງສະຫວັນນະເຂດ ປະກາດເລັ່ງປາບປາມການລັກລອບຂຸດແຮ່-ຕັດໄມ້ເຖື່ອນ

ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ V ວັນທີ 24 ພະຈິກ 2026 ພາຍໃຕ້ການເປັນປະທານຂອງ ທ່ານ ບຸນໂຈມ ອຸບົນປະເສີດ...

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...