spot_img
HomeBaby-ແມ່ແລະເດັກແກ້​ອາການ​ທ້ອງອືດຂອງ​​ແມ່​ຖືພາ

ແກ້​ອາການ​ທ້ອງອືດຂອງ​​ແມ່​ຖືພາ

Published on

204_20150727160150.

         ໄລຍະເວລາ​ທີ່​ທ່ານແມ່​ຖືພາ​ຢູ່​ນັ້ນຫລາຍ​ທ່ານ​ອາດຈະ​ປະ​ສົບ​ພົບ​ເຈີ​ກັບ​ອາການ​ທ້ອງ​ອືດເຮົາ​ຈະ​ມີ​ວິທີ​ການ​ແກ້​ບັນຫາ​ນີ້​ແນວໃດ​ໄດ້​ນຳ ອາການ​ທ້ອງ​ອືດ​ເກີດ​ຈາກ​ການ​ປ່ຽນ​ແປງ​ຂອງ​ຮອລ໌​ໂມນ​ໂປ​ເຈດ​ເຕີ​ໂລນ (Progesterone) ເຮັດໃຫ້​ຂະໜາດ​ຂອງ​ມົດລູກ​ຂະຫຍາຍ​ຕົວ​ແລະ​ຫົດ​ຫັດຕົວ​ໄປ​ກົດ​ທັບ​ລຳ​ໄສ້ ດ້ວຍ​ເຫດ​ນີ້​ຈຶ່ງ​ເຮັດໃຫ້​ການ​ເຄື່ອນ​ໄຫວ​ຂອງ​ລຳ​ໄສ້​ຊ້າເປັນ​ທີ່​ມາ​ຂອງ​ອາການ​ທ້ອງ​ອືດ​ນັ້ນ​ເອງ ທ່ານ​ແມ່​ບໍ່​ຈຳ​ເປັນ​ຕ້ອງ​ຮັບປະທານ​ຢາ​ຖ່າຍ ເພາະ​ການ​ຮັບປະທານ​ຫມາກໄມ້​ສາມາດ​ແກ້​ອາການ​ທ້ອງ​ອືດໄດ້​ຢ່າງ​ເປັນ​ທຳມະຊາດທ່ານແມ່​ຕ້ອງ​ຈື່ໄວ້​ວ່າ​ຢາ​ທຸກ​ຕົວ​ມີ​ຜົນ​ກະທົບ​ຕໍ່​ລູກ​ນ້ອຍ​ໃນ​ມົດລູກ​ສະເໝີ ຫາກ​ຫລິກລ້ຽງ​ໄດ້​ກໍ​ຄວນ​ລ້ຽງ​ຫລື​ບັນ​ເທົາ​ດ້ວຍ​ວິທີ​ທຳມະຊາດ​ກ່ອນ ຫາກ​ບໍ່​ໄດ້​ຜົນ​ກ່ອນ​ຮັບປະທານ​ກໍ​ຄວນ​ປຶກ​ສາ​ແພດ​ທຸກ​ເທື່ອ

     ຫມາກໄມ້​ບຳ​ລຸງ​ມົດລູກ​ມີ​ປະໂຫຍດ​ກັບ​ແມ່​ຖືພາ​ແນວໃດ?
– ວິ​ຕາ​ມິນຊີ​ທີ່​ໄດ້​ຈາກ​ຫມາກໄມ້​ມີ​ສ່ວນ​ຊ່ວຍ​ເສີມ​ສ້າງ​ກະດູກ​ແລະ​ແຂ້ວ​ຂອງ​ເດັກນ້ອຍ​ໃນ​ມົດລູກ
– ກົດ​ໂຟ​ລິກ​ຫລື​ວິ​ຕາ​ມິນບີ​ທີ່​ໄດ້​ຈາກ​ຫມາກໄມ້​ຊ່ວຍ​ບຳ​ລຸງ​ເລືອດ ເຮັດໃຫ້​ເລືອດ​ໄຫລ​ວຽນ​ໄດ້​ສະ​ດວກ​ແລະ​ປ້ອງ​ກັນ​ຄວາມ​ຜິດ​ປົກກະຕິ​ຂອງ​ເລືອດ
– ໃຍ​ອາ​ຫານທີ່​ໄດ້​ຈາກ​ຫມາກໄມ້​ຊ່ວຍ​ເຮັດໃຫ້​ລະບົບ​ຂັບ​ຖ່າຍ​ເປັນ​ປົກກະຕິ
– ແຄ​ຊຽມ​ທີ່​ໄດ້​ຈາກ​ຫມາກໄມ້​ຊ່ວຍ​ກະດູກ​ແລະ​ແຂ້ວ​ແຂງ​ແຮງ ລຸດ​ອາການ​ປວດ​ຂາປວດ​ຂໍ້ ຈາກ​ການ​ຖືພາ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...