spot_img
Homeຂ່າວຕ່າງປະເທດລັດຖະມົນຕີຕ່າງປະເທດຣັດເຊຍລະບຸ ຖ້າອາເມຣິກາຢາກຊະນະກຸ່ມໄອເອັສ ຕ້ອງຮ່ວມມືກັບລັດຖະບານຊີຣີ!

ລັດຖະມົນຕີຕ່າງປະເທດຣັດເຊຍລະບຸ ຖ້າອາເມຣິກາຢາກຊະນະກຸ່ມໄອເອັສ ຕ້ອງຮ່ວມມືກັບລັດຖະບານຊີຣີ!

Published on

558000009325401

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 10 ສິງຫານີ້ວ່າ ທ່ານ ເຊີເກ ລາບຣອບ ລັດຖະມົນຕີວ່າການກະຊວງການຕ່າງປະເທດຣັດເຊຍ ໄດ້ອອກມາລະບຸວ່າ ສະຫະລັດອາເມຣິກາບໍ່ມີທາງເລືອກອື່ນໃດ ນອກເໜືອຈາກຕ້ອງຮ່ວມມືກັບລັດຖະບານຊີຣີ ພາຍໃຕ້ການນຳຂອງປະທານາທິບໍດີ ບາຊາ ອັນ-ອັດຊາດ ຫາກຫວັງຢາກປະສົບຜົນສຳເລັດໃນການກວາດລ້າງກຸ່ມລັດອິດສະລາມ ຫລື ໄອເອັສ ເນື່ອງຈາກຈຳເປັນຕ້ອງມີຈຸດຢືນຮ່ວມກັນ ແລະ ຕ້ອງເຂົ້າໃຈວ່າ ພວກເຂົາມີກຸ່ມໄອເອັສ ເປັນສັດຕູຮ່ວມກັນ.

ທ່ານ ເຊີເກ ໄດ້ເວົ້າວ່າ  ທີ່ຜ່ານມາລັດຖະບານອາເມຣິກາ ແລະ ອີກຫລາຍປະເທດໃນພາກພື້ນແຫ່ງນີ້ ຍັງຄົງເລືອກທີ່ຈະປະຕິເສດລັດຖະບານຂອງທ່ານອັດຊາດ ພວກເຂົາບໍ່ຍອມຮັບອັດຊາດເປັນຮຸ້ນສ່ວນ ຊຶ່ງຖືເປັນເລື່ອງທີ່ແປກ ເພາະໃນຄວາມເປັນຈິງແລ້ວ ພວກເຂົາຕ່າງກໍມີສັດຕູຮ່ວມກັນ ຄື ກຸ່ມໄອເອັສ.

 

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...