spot_img
Homeຂ່າວຕ່າງປະເທດພາຍຸໄຕ້ຝຸ່ນເຊົາເດໂລ ເຮັດຝົນຕົກໜັກຢູ່ຈີນຫລາຍສຸດໃນຮອບ 100​ ປີ!

ພາຍຸໄຕ້ຝຸ່ນເຊົາເດໂລ ເຮັດຝົນຕົກໜັກຢູ່ຈີນຫລາຍສຸດໃນຮອບ 100​ ປີ!

Published on

EyWwB5WU57MYnKOuXuVAsSLy7FTW351UmROBlwPPwGen17pMIeufZL

ສຳນັກຂ່າວຕ່າງປະເທດລາຍງານວ່າ ໃນວັນອາທິດທີ 9 ສິງຫາຜ່ານມານີ້ ພາຍຸໄຕ້ຝຸ່ນເຊົາເດໂລ ໄດ້ຫລຸດຄວາມແຮງລົງກາຍເປັນພາຍຸເຂດຮ້ອນ ຫລັງຈາກທີ່ເຄື່ອນຈາກເກາະໄຕ້ຫວັນຂຶ້ນສູ່ຝັ່ງແຂວງຝູຈ້ຽນ ທາງພາກຕາເວັນອອກຂອງຈີນ ດ້ວຍຄວາມໄວລົມຈາກສູນກາງພາຍຸປະມານ 230 ກິໂລແມັດຕໍ່ຊົ່ວໂມງ ໄດ້ສົ່ງຜົນເຮັດໃຫ້ເກີດມີຝົນຕົກໜັກໃນພື້ນທີ່ແຂວງເຈີ້ຈຽງ ວັດແທກປະລິມານນ້ຳຝົນໄດ້ເຖິງ 64​5 ມິນລີແມັດ ຕະຫລອດ 24 ຊົ່ວໂມງ ຊຶ່ງຖືເປັນພາວະຝົນຕົກໜັກຫລາຍທີ່ສຸດໃນຮອບ 100​ປີ.

ພາຍຸຫົວດັ່ງກ່າວນີ້ ໄດ້ສ້າງຄວາມເສຍຫາຍໃຫ້ແກ່ເສດຖະກິດຈີນແລ້ວປະມານ 40 ລ້ານໂດລາ ແລະ ມີຜູ້ເສຍຊີວິດຢ່າງໜ້ອຍ 12 ຄົນ ໂດຍທາງການຈີນໄດ້ລະດົມກຳລັງທະຫານ 7,000​ ກ່ວາຄົນ ເພື່ອຊ່ວຍເຫລືອປະຊາຊົນຢ່າງຮີບດ່ວນ.

 

 

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)