Homeລົດຍົນ-ຍານພາຫະນະລືມເດັກນ້ອຍໄວ້ໃນລົດພຽງແຕ່ 5 - 10 ນາທີກໍ່ເຮັດໃຫ້ເສຍຊີວິດໄດ້

ລືມເດັກນ້ອຍໄວ້ໃນລົດພຽງແຕ່ 5 – 10 ນາທີກໍ່ເຮັດໃຫ້ເສຍຊີວິດໄດ້

Published on

ເຮັດ​ຈັ່ງໃດ​ເມື່ອ​ຈຳ​ເປັນ​ຕ້ອງ​ປ່ອຍ​ເດັກ​ນ້ອຍໄວ້​ໃນ​ລົດ​ຄົນດຽວ ຫລື ຫາກ​ພົບເຫັນ​ເດັກນ້ອຍ​ຖືກ​ລືມ​ໄວ້​ໃນ​ລົດ ຕ້ອງ​ຮີບ​ຊ່ວຍເຫລືອ​ໂດຍ​ດ່ວນ ເພາະ​ການ​ຖິ້ມ​ເດັກ​ນ້ອຍໄວ້​ໃນ​ລົດ​ທີ່​ຈອດ​ຕາກ​ແດດ​ໄວ້​ພຽງແຕ່ 5-10 ນາ​ທີ​ກໍ​ອາດຈະ​ເສຍຊີວິດ​ໄດ້

ເດັກ​ທີ່​ຖືກ​ລືມ​ຖິ້ມ​ໄວ້​ໃນ​ລົດ​​ທີ່​ຈອດ​ຕາກ​ແດດ​ໄວ້ ກໍ​ເໝືອນ​ຖືກ​ຖິ້ມ​ໄວ້​ໃນ​ຕູ້​ອົບ​ທີ່​ພາຍ​ໃນ​ລົດ​ຈະ​ຄ່ອຍ​ໆ ເພີ່ມ​ຄວາມ​ຮ້ອນ​​ຂຶ້ນ ຊຶ່ງ​ອາດ​ເຮັດໃຫ້​ເດັກ​ເກີດ​ພາ​ວະ Heat Stroke ສົ່ງ​ຜົນ​ໃຫ້​ເກີດ​ອາການ​ ​ຈັງ ເປັນ​ລົມ ນ້ຳ​ລາຍ​ຟູມ​ປາກ ຈົນ​ໝົດ​ສະຕິ​ແລະ​ເສຍຊີວິດ​ໄດ້

ຫາກ​ຈຳ​ເປັນ​ຕ້ອງ​ປ່ອຍ​ເດັກ​ໄວ້​ໃນ​ລົດ​ຄົນດຽວ ຄວນ​ເອົາແວ່ນ​ທັງ 4 ດ້ານ​ລົງ 1 ໃນ 4 ເພື່ອ​ໃຫ້​ອາ​ກາດ​ຖ່າຍ​ເທ​ໄດ້​ສະ​ດວກ ແລະ​ບໍ່​ຄວນ​ຖິ້ມ​ເດັກ​ໄວ້​ດົນ​ເກີນ 10 ນາ​ທີ ແຕ່​ກໍລະນີ​ທີ່​ພົບ​ເດັກ​ເລີ່ມ​ເກີດ​ພາ​ວະ Heat Stroke ໃຫ້​ຮີບ​ນຳ​ເດັກ​ອອກ​ມາ​ນອນ​ໃນ​ທີ່​ຮົ່ມ ອາ​ກາດ​ຖ່າຍ​ເທ​ສະ​ດວກ ຫລື​ເປີດ​ພັດ​ລົມ​ໃຫ້​ອາ​ກາດ​ໝຸນ​ວຽນ, ຖອດ​ຊຸດອອກ​ ເພື່ອ​ໃຫ້​ຮ່າງກາຍ​ຜ່ອນ​ຄາຍ ຫາ​ຜ້າ​ຈຸ່ມ​ນ້ຳ​ມາ​ເຊັດ​ໜ້າ ຫົວ ​ຄໍ ແຂນ ຂາ ຈາກ​ນັ້ນ​ໃຫ້​ຮີບ​ນຳ​ຕົວ​ສົ່ງ​ໂຮງຫມໍດ່ວນ

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...