spot_img
Homeວິທະຍາສາດ-ວິທະຍາການທາດເຫລັກໃນສະຫມອງສາມາດກະຕຸ້ນຄວາມສ່ຽງໃນການເປັນພະຍາດອັນໄຊເມີລ໌ໄດ້

ທາດເຫລັກໃນສະຫມອງສາມາດກະຕຸ້ນຄວາມສ່ຽງໃນການເປັນພະຍາດອັນໄຊເມີລ໌ໄດ້

Published on

ນັກ​ວິ​ໄຈ​ກ່າວວ່າ “ລະ​ດັບ​ຂອງ​ທາດ​ເຫລັກ​ທີ່​ສູງ​ໃນ​ສະຫມອງ​ລະ​ບຸ​ວ່າ​ເຈົ້າ​ມີ​ແນວ​ໂນ້ມ​ທີ່​ຈະ​ມີ​ການ​ພັດທະນາ​ຂອງ​ພະຍາດ​ອັນ​ໄຊ​ເມີລ໌​ໄດ້”

ການ​ຄົ້ນ​ພົບ​ຊຶ່ງ​ຕີ​ພິມ​ໃນ​ວາລະ​ສານ​ທາງ​ວິ​ຊາ​ການ​ລະ​ດັບ​ນານາ​ຊາດ Nature Communications ໄດ້​ບອກວ່າ ມັນ​ອາດຈະ​ເປັນ​ໄປ​ໄດ້​ທີ່​ຈະ​ກັກ​ຂັງ​ຫລື​ຢຸດ​ພະຍາດ​ນີ້​ໄດ້​ດ້ວຍ​ການ​ໃຊ້​ຢາ​ທີ່​ກຳຈັດ​ທາດ​ເຫລັກ​ອອກຈາກ​ສະຫມອງ

“ພວກ​ເຮົາ​ຄິດວ່າ​ທາດ​ເຫລັກ​ນັ້ນ​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ການ​ພັດທະນາ​ຂອງ​ພະຍາດ​ອັນ​ໄຊ​ເມີລ໌” ນັກ​ປະສາດ​ວິທະຍາ​ກ່າວ​ໄວ້ ຊຶ່ງ​ກໍ​ຄື ດອກ​ເຕີລ໌ Scott Ayton ຈາກ University of Melbourne

“ມັນ​ມີ​ຫລັກ​ຖານ​ທີ່​ເຫັນ​ໄດ້​ແຈ້ງ​ໃນ​ການ​ທົດສອບ​ທາງ​ການ​ແພດ​ວ່າ​ການ​ຫລຸດ​ລະ​ດັບ​ທາດ​ເຫລັກ​ພາຍ​ໃນ​ສະຫມອງ​ຈະ​ມີ​ຜົນ​ກະທົບ​ຕໍ່​ຄວາມ​ຮູ້​ແລະ​ຄວາມ​ເຂົ້າໃຈ”

Ayton ກ່າວ​ວ່າ “ທາດ​ເຫລັກ​ເລີ່ມ​ມີ​ຄວາມ​ກ່ຽວ​ຂ້ອງ​ກັບ​ພະຍາດ​ອັນ​ໄຊ​ເມີລ໌​ມາ​ຕັ້ງ​ແຕ່​ປີ 1950 ແລະ​ມີ​ການສຶກສາ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ລະ​ດັບ​ຂອງ​ທາດ​ເຫລັກ​ທີ່​ສູງ​ພາຍ​ໃນ​ສະຫມອງ​ນັ້ນ​ກ່ຽວ​ຂ້ອງ​ກັບ​ພະຍາດ​ນີ້”

“ແຕ່​ກໍ​ມີ​ການ​ຂັດແຍ່ງ​ກັນ​ເປັນ​ເວລາ​ຍາວນານ​ວ່າ​ຕົກລົງ​ມັນ​ເປັນ​ເລື່ອງ​ສຳຄັນ​ຫລື​ວ່າ​ມັນ​ເປັນ​ເຫດການ​ບັງ​ເອີນ”

ໃນ​ການ​ທີ່​ຈະ​ຕອບ​ຄຳ​ຖາມ​ນີ້ Ayton ແລະ​ທີມ​ວິ​ໄຈ​ຂອງ​ພວກເຂົາ​ເຮັດ​ການສຶກສາ​ຄວາມ​ເຊື່ອມ​ໂຍງ​ລະຫວ່າງ​ທາດ​ເຫລັກ​ກັບ​ພະຍາດ​ອັນ​ໄຊ​ເມີລ໌​ໃນ​ສາມ​ກຸ່ມ​ຂອງ​ຄົນ ປະກອບ​ດ້ວຍ 91 ຄົົນທີ່​ມີ​ການ​ຮັບ​ຮູ້​ທີ່​ປົກກະຕິ 144 ຄົົນທີ່​ມີ​ຄວາມ​ຜິດ​ປົກກະຕິ​ທາງ​ການ​ຮັບ​ຮູ້​ເລັກນ້ອຍ ແລະ 67 ຄົົນທີ່​ເປັນ​ພະຍາດ​ອັນ​ໄຊ​ເມີລ໌

ໃນ​ໄລຍະທຳອິດ​ຂອງ​ການສຶກສາ ນັກ​ວິ​ໄຈ​ໄດ້​ທຳການ​ວັດ​ລະ​ດັບ​ຂອງ​ທາດ​ເຫລັກ​ທີ່​ຢຶດ​ຕິດ​ກັບ​ໂປ​ຕີນ ເຟີລ໌​ລິ​ຕິນ ໃນ​ນ້ຳທີ່​ຫລໍ່ລ້ຽງ​ສະຫມອງ​ອ້ອມຮອບ​ສະຫມອງ ເປັນ​ຕົວ​ແທນ​ໃນ​ການ​ວັດ​ລະ​ດັບ​ຂອງ​ທາດ​ເຫລັກ​ພາຍ​ໃນ​ສະຫມອງ

ເມື່ອ​ຜ່ານ​ໄປ​ເປັນ​ເວລາ​ກວ່າ 7 ປີ ພວກ​ເຂົາ​ທຳການ​ທົດສອບ​ການ​ຮັບ​ຮູ້​ແລະ​ທຳການ​ສະແກນ​ສະຫມອງ​ດ້ວຍ MRI ເພື່ອ​ເບິ່ງ​ການ​ເສື່ອມ​ຂອງ​ສະຫມອງ

ໃນ​ທັງ​ສາມ​ກຸ່ມ ກຸ່ມ​ທີ່​ມີ​ລະ​ດັບ​ໂປ​ຕີນ​ເຟີລ໌​ລິ​ຕິນ​ສູງ​ຈະ​ມີ​ການ​ຮັບ​ຮູ້​ທີ່​ບໍ່ດີ​ກວ່າ​ໄລຍະ​ເວລາ​ກ່ອນ​ໜ້າ​ນີ້ ຊຶ່ງ​ມັນ​ເຂົ້າໄປ​ເລັ່ງ​ການຫົດ​ຕົວ​ຂອງ​ຮິບ​ໂປ​ແຄມ​ປັດ ໂດຍ​ເປັນ​ສ່ວນຫນຶ່ງ​ຂອງ​ສະຫມອງ​ທີ່​ເຮັດ​ຫນ້າທີ່​ກ່ຽວກັບ​ຄວາມ​​ຈຳ ແລະ​ມີ​ແນວ​ໂນ້ມ​ຂອງ​ການ​ພັດທະນາ​ການ​ເປັນ​ພະຍາດ​ອັນ​ໄຊ​ເມີລ໌

ໃນ​ການສຶກສາ​ຕອນທຳອິດ​ນັ້ນ​ຕ້ອງ​ການ​ທີ່​ຈະ​ຄົ້ນ​ຫາ​ປະລິມານ​ທາດ​ເຫລັກ​ທີ່​ມີ​ຜົນ​ກະທົບ​ຕໍ່​ຄວາມ​ສ່ຽງ​ຂອງ​ພະຍາດ​ອັນ​ໄຊ​ເມີລ໌ Ayton ແລະ​ທີມ​ວິ​ໄຈ​ຂອງ​ພວກເຂົາ​ຄົ້ນ​ພົບ​ວ່າ ທຸກ​ໆ 1 ນາ​ໂນ​ກຣາມ​ຕໍ່​ມິນ​ລິ​ລີດ​ທີ່​ເພີ່ມ​ຂຶ້ນ​ຂອງ​ລະ​ດັບ​ເຟີລ໌​ລິ​ຕິນ​ຈະ​ສົ່ງ​ຜົນ​ໃຫ້​ເກີດ​ອາການ​ເລີ່ມ​ຕົ້ນ​ຂອງ​ຄວາມ​ຈຳ​ເສື່ອມ​ໃນ​ສາມ​ເດືອນ​ກ່ອນ​ໜ້າ

Ayton ກ່າວ​ວ່າ “ຄວາມ​ເຂັ້ມ​ຂົ້ນ​ຂອງ​ເຟີລ໌​ລິ​ຕິນ​ຢ່າງ​ນ້ອຍ​ກໍ​ເປັນ​ສິ່ງ​ໜຶ່ງ​ທີ່​ໃຊ້​ໃນ​ການ​ຄາດ​ເດົາການ​ພັດທະນາ​ຂອງ​ພະຍາດ​ອັນ​ໄຊ​ເມີລ໌​ໄດ້​ຊຶ່ງ​ດີກວ່າ​ການ​ໃຊ້​ຕົວ​ລະ​ບຸ​ທາງ​ຊີວະ​ພາບ​ແບບ​ດັ່ງ​ເດີມ ເຊັ່ນ ການ​ໃຊ້​ໂປ​ຕີນ​ເບ​ຕ້າ​ອະ​ມິ​ລອຍ ແລະ​ເທົາ​ໂປ​ຕີນ”

ທີ່​ໜ້າ​ສົນ​ໃຈ​ໄປ​ກວ່າ​ນັ້ນ ນັກ​ວິ​ໄຈ​ຍັງ​ຄົ້ນ​ພົບ​ວ່າ ກຸ່ມ​ທີ່​ມີ​ຍີນ APOE-e4 ຊຶ່ງ​ເປັນ​ທີ່​ຮູ້​ກັນ​ດີ​ວ່າ​ເປັນ​ປັດ​ໄຈ​ຄວາມ​ສ່ຽງ​ຫລັກ​ຕໍ່​ການ​ເປັນ​ພະຍາດ​ອັນ​ໄຊ​ເມີລ໌​ເມື່ອ​ມີ​ອາ​ຍຸ​ຫລາຍ​ຂຶ້ນ​ຈະ​ມີ​ລະ​ດັບ​ຂອງ​ໂປ​ຕີນ​ເຟີລ໌​ລິ​ຕິນ​ສູງ​ໃນ​ນ້ຳທີ່​ຫລໍ່ລ້ຽງ​ສະຫມອງ

ສິ່ງ​ນີ້​ເຮັດ​ໃຫ້​ເຫັນ​ວ່າ ຍີນ APOE-e4 ອາດຈະ​ຊ່ວຍ​ເພີ່ມ​ຄວາມ​ສ່ຽງ​ຂອງ​ພະຍາດ​ອັນ​ໄຊ​ເມີລ໌​ໂດຍ​ການ​ເພີ່ມ​ທາດ​ເຫລັກ​ໃນ​ສະຫມອງ​ໄດ້

 

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...