spot_img
Homeວິທະຍາສາດ-ວິທະຍາການຫຸ່ນຍົນຈິງໂຈ້ນ້ຳ ຫຼື ທີ່ເອີ້ນວ່າ ແມງນ້ຳ ແຮງບັນດານໃຈຈາກສັດຕົວນ້ອຍທີ່ສາມາດເຄື່ອນທີ່ໄດ້ເທິງຜິວນ້ຳ!

ຫຸ່ນຍົນຈິງໂຈ້ນ້ຳ ຫຼື ທີ່ເອີ້ນວ່າ ແມງນ້ຳ ແຮງບັນດານໃຈຈາກສັດຕົວນ້ອຍທີ່ສາມາດເຄື່ອນທີ່ໄດ້ເທິງຜິວນ້ຳ!

Published on

http://www.vcharkarn.com/media/images/

ນັກ​ວິ​ໄຈ​ຈາກ​ມະຫາ​ວິທະຍາ​ໄລ​ຮາ​ວາ​ດ ແລະ​ມະຫາ​ວິທະຍາ​ໄລ​ແຫ່ງ​ຊາດ​ໂຊນ​ໃນ​ເກົາ​ຫລີ​ໃຕ້​ເຮັດ​ການສຶກສາ​ຊີວິດ​ຂອງ​ຈິງ​ໂຈ້​ນ້ຳ ຫຼື ແມງນ້ຳ (water striders) ເຊີ່ງ​ມັນ​ສາມາດ​ເຄື່ອນ​ທີ່​ເທິງ​ຜິວ​ນ້ຳ​ໄດ້ ເພື່ອ​ໃຊ້​ໃນ​ການ​ອອກ​ແບບ​ຫຸ່ນ​ຍົນ

ຫຸ່ນ​ຍົນຮຽນ​ແບບ​ຈິງ​ໂຈ້​ນ້ຳ​ນີ້​ມີ​ນ້ຳ​ໜັກ​ພຽງ​ແຕ່ 68 ມິນ​ລິ​ກຣາມ ລຳ​ຕົວ​ຍາວ 2 ຊັງ​ຕິ​ແມັດ ແລະ​ສ່ວນ​ຂາ​ຍາວ 5 ຊັງ​ຕິ​ແມັດ ໂດຍ​ຕົວ​ຫຸ່ນ​ຍົນ​ຈະ​ໃຊ້​ແຮງ​ຕຶງ​ຜິວ​ນ້ຳ​ຊ່ວຍ​ໃນ​ການ​​ໂດດ​ອອກຈາກ​ຜິວ​ນ້ຳ ໂດຍ​ທີ່​ບໍ່​​ທະ​ລຸ​ຜິວ​ນ້ຳ​ເລີຍ​ເຊັ່ນ​ດຽວ​ກັບ​ຈິງ​ໂຈ້​ນ້ຳ​ຕາມ​ທຳມະຊາດ​ແທ້ໆ

ນັກ​ວິທະຍາ​ສາດ​ໄດ້​ລາຍ​ງານ​ເລື່ອງ​ນີ້​ໃນ​ລາຍ​ງານ​ວິທະຍາ​ສາດ​ເມື່ອ​ວັນທີ່ 31 ກໍລະກົດ​ທີ່​ຜ່ານມາ

ການ​​ໂດດ​ຂຶ້ນ​ຈາກ​ນ້ຳ​ຂອງ​​ຈິງ​ໂຈ້​ນ້ຳ​ແລະ​ຫຸ່ນ​ຍົນ​ຈິງ​ໂຈ້​ນ້ຳ​ນັ້ນ ມັນ​ຈະ​ແຜ່​ຂາ​ທັງ 4 ຂອງ​ມັນ​ເພື່ອ​ກະ​ຈາຍ​ນ້ຳ​ໜັກ​ແລະ​ຫຸບ​ສ່ວນ​ຂາ​ເຂົ້າ​ຫາ​ລຳ​ຕົວ​ໜ້ອຍໜື່ງ ໂດຍ​ປາຍ​ຂາ​ທີ່​ໂຄ້ງ​ມົນ​ຂອງ​ມັນ​ເຮັດໃຫ້​ມັນ​ບໍ່​ທະ​ລຸ​ລົງ​ໄປ​ໃນ​ນ້ຳ​ເມື່ອ​ມັນ​​ໂດດ

ຫຸ່ນ​ຍົນຈິງ​ໂຈ້​ນ້ຳ​ສາມາດ​​ໂດດ​ເທິງ​ພື້ນ​ດິນ​ໄດ້​ເຊັ່ນ​ດຽວ​ກັບ​ໃນ​ນ້ຳ ເຊີ່ງ​ຫຸ່ນ​ຍົນ​ຈິງ​ໂຈ້​ນ້ຳ​ໃນ​ຍຸກ​ທຳອິດນັ້ນ​ບໍ່​ສາມ​າດ​ດີດ​ຕົວ​ຂຶ້ນ​ສູ່​ອາ​ກາດ​​ໄດ້​ຫລັງ​ຈາກ​ໂດດ​ຈາກ​ຜິວ​ນ້ຳ​ແລ້ວ​

ຫລາຍ​ຄົນ​ອາດຈະ​ສົງ​ໄສ​ເຖິງ​ປະໂຫຍດ​ຂອງ​ງານ​ວິ​ໄຈ​ນີ້ ເຊີ່ງ​ຄຳ​ຕອບ​ກໍ​ຄື​ພັດທະນາ​ໄປ​ໃຊ້​ໃນ​ການ​ຈັດການ​ກວດ​ສອບ​ຄຸນນະພາບ​ນ້ຳ​ເພື່ອ​ໃຊ້​ສຳ​ລວດ​ແຫລ່ງ​ນ້ຳ​ຕາມ​ທຳມະຊາດ​ນັ້ນ​ເອງ

 

ບົດຄວາມຫຼ້າສຸດ

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...

ລວມພາບບັນຍາກາດສຸດຮ້ອນແຮງຈາກ Mistine ມາຝາກ

ພາບບັນຍາກາດສຸດມ່ວນຈາກ Mistine ໃນເທດສະການປີໃໝ່ລາວ 2025. Mistine ແບຣນເຄື່ອງສຳອາງດຽວທີ່ມາແຈກຄວາມມ່ວນ ຄວາມມັນໃຫ້ທຸກຄົນໃນເທດສະການປີໃໝ່ລາວ 2025 ເພາະໃນບູດມີແຈກຄີມກັນແດດ ແລະ ລິບສະຕິກຟຣີ!! ພ້ອມກັບຈຸດເຕີມນ້ຳ ແລະ DJ ເປີດເພງໃຫ້ໄດ້ເຕັ້ນຈົນລືມຮ້ອນບອກເລີຍວ່າເຖິງຈະບໍ່ມີເຄື່ອງດື່ມ...