spot_img
Homeຂ່າວພາຍ​ໃນ​ລາວ ​ລົງ​ນາມ​ ໃນ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ ກ່ຽວກັບໂຄງການ ພະລັງໄຟຟ້າ ທັງໝົດ 357 ໂຄງການ

​ລາວ ​ລົງ​ນາມ​ ໃນ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ ກ່ຽວກັບໂຄງການ ພະລັງໄຟຟ້າ ທັງໝົດ 357 ໂຄງການ

Published on

ກະຊວງພະລັງງານ ແລະ ບໍ່ແຮ່ ລາຍງານວ່າ ຈົນເຖິງເດືອນກໍລະກົດ 2015 ນີ້ ທາງການລາວ ທັງໃນສູນກາງ ແລະ ລະດັບທ້ອງຖິ່ນ ໄດ້ລົງນາມ ໃນບັນທຶກຄວາມເຂົ້າໃຈ (MOU)ຮ່ວມກັບບັນດາບໍລິສັດເອກະຊົນລາວ ແລະ ຕ່າງປະເທດ ກ່ຽວກັບການພັດທະນາແຫລ່ງພະລັງງານໄຟຟ້າແລ້ວ ຈຳນວນທັງໝົດ 357 ໂຄງການ ໃນທົ່ວປະເທດ ໂດຍມີກຳລັງ
ຕິດຕັ້ງລວມເຖິງ 26,147 ເມກາວັດ ແລະ ຄິດເປັນກຳລັງການຜະລິດກະແສໄຟຟ້າ ລວມກັນໄດ້ເຖິງ 115,118 ລ້ານກິໂລວັດຕໍ່ໂມງຕໍ່ປີ.

ໂດຍການລົງນາມໃນ MOU ດັ່ງກ່າວນີ້ ທາງການລາວໄດ້ວາງເປົ້າໝາຍໄວ້ວ່າ ຈົນເຖິງທ້າຍປີ 2019 ຈະມີເຂື່ອນໄຟຟ້າ ທີ່ສ້າງແລ້ວສຳເລັດເພີ່ມຂຶ້ນອີກ 45 ໂຄງການ ຊຶ່ງຈະເຮັດໃຫ້ລາວ ມີເຂື່ອນທີ່ຜະລິດໄຟຟ້າເຖິງ 74 ໂຄງການ ໂດຍມີກຳລັງຕິດຕັ້ງລວມ 10,000 ເມກາວັດ ແລະ ຄິດເປັນກຳລັງການຜະລິດກະແສໄຟຟ້າໄດ້ເກືອບ 50,000 ລ້ານກິໂລວັດຕໍ່ໂມງ ໃນປີ 2019 ເີ່ຊງຖືເປັນບາດກ້າວສຳຄັນຂອງການພັດທະນາລາວ ໃຫ້ເປັນຜູ້ສົ່ງອອກພະລັງງານໄຟຟ້າລາຍໃຫຍ່ ຫຼື ເປັນໝໍ້ໄຟຂອງອາຊີ ໃນໄລຍະຕໍ່ໄປ.

ໂດຍການລົງນາມດັ່ງກ່າວນີ້ ຈະມີຂຶ້ນໃນໂອກາດກອງປະຊຸມລະດັບລັດຖະມົນຕີດ້ານພະລັງງານຄັ້ງທີ 33  ຂອງອາຊ່ຽນທີ່ກຳນົດຈະມີຂຶ້ນໃນເດືອນຕຸລາປີນີ້ ຢູ່ທີ່ມາເລເຊຍ ເຊີ່ງກ່ອນໜ້ານີ້ ທາງການຂອງທັງ 4 ປະເທດກໍໄດ້ມີການແຕ່ງຕັ້ງຄະນະປະຕິບັດງານຂຶ້ນມາຮັບຜິດຊອບ ໃນການຈັດທຳຂໍ້ຕົກລົງ ລະຫວ່າງກັນເສັດສົມບູນແລ້ວ ໂດຍປະກອບມີເນື້ອໄນສຳຄັນ 4 ດ້ານດ້ວຍກັນ ກໍຄືດ້ານເທັກນິກ, ດ້ານພາສີອາກອນ, ດ້ານລະບຽບກົດໝາຍ ແລະ ດ້ານການບໍລິຫານທີ່ຈະຖືເປັນຫລັກການປະຕິບັດຮ່ວມກັນຕໍ່ໄປ ທັງຍັງຈະຖືເປັນຕົ້ນແບບ ຂອງການປະຕິບັດແຜນການຮ່ວມມືດ້ານພະລັງງານ ຂອງອາຊ່ຽນ ຫຼື ASEAN Power Grid ອີກດ້ວຍ.

ກ່ອນໜ້ານີ້ ກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມື ລາວ-ໄທ ຄັ້ງທີ 19 ຢູ່ນະຄອນຫຼວງວຽງຈັນ ເມື່ອທ້າຍເດືອນມັງກອນ 2015 ທີ່ມີລັດຖະມົນຕີວ່າການຕ່າງປະເທດ ທັງສອງຝ່າຍເປັນປະທານຮ່ວມກັນນັ້ນ ທາງການໄທ ກໍໄດ້ໃຫ້ການຢືນຢັນຢ່າງໜັກແໜ້ນວ່າ ຈະຍັງຄົງຮັບຊື້ພະລັງງານໄຟຟ້າຕາມສັນຍາ ທີ່ໄດ້ຕົກລົງໄວ້ກັບທາງການລາວໃນປະລິມານລວມ 7,000 ເມກາວັດ ເປັນເວລາ 25 ປີ ນັບຈາກປີ 2016 ເປັນຕົ້ນໄປ.

ໃນປັດຈຸບັນນີ້ ມີເຂື່ອນທີ່ຜະລິດກະແສໄຟຟ້າ ໃນລາວແລ້ວຈຳນວນ 29 ໂຄງການ ສ່ວນທີ່ກຳລັງຢູ່ໃນລະຫວ່າງດຳເນີນການກໍ່ສ້າງນັ້ນ ມີຢູ່ 45 ໂຄງການ ແລະອີກ 300 ກວ່າໂຄງການຢູ່ໃນຂັ້ນຕອນຂອງການສຶກສາສຳຫຼວດ ອອກແບບ ຫຼື ສະແຫວງຫາເງິນທຶນ ທີ່ຈະນຳໃຊ້ໃນການກໍ່ສ້າງຕໍ່ໄປ.

ທັງນີ້ ໂດຍຈາກການສຶກສາໃນໄລຍະທີ່ຜ່ານມາ ພົບວ່າ ການກໍ່ສ້າງເຂື່ອນໃນລາວ ຢ່າງເຕັມກຳລັງນັ້ນ ຈະເຮັດໃຫ້ສາມາດຜະລິດພະລັງງານໄຟຟ້າໄດ້ລວມກັນ ລະຫວ່າງ 28,000 ເຖິງ 30,000 ເມກາວັດ ທັງກໍຍັງຈະສົ່ງຜົນດີຕໍ່ການພັດທະນາເພື່ອລົບລ້າງ ບັນຫາຄວາມຍາກຈົນຂອງປະຊາຊົນລາວບັນດາເຜົ່າ ທີ່ຢູ່ເຂດຊົນນະບົດອີກດ້ວຍ
ທັງນີ້ ໂດຍກະຊວງພະລັງງານແລະບໍ່ແຮ່ ໄດ້ວາງແຜນການຈະຜະລິດພະລັງງານໄຟຟ້າ ໃຫ້ເພີ່ມຂຶ້ນຈາກ 3,200 ເມກາວັດ ໃນປັດຈຸບັນ ເປັນບໍ່ນ້ອຍກວ່າ 12,500 ເມກາວັດພາຍໃນປີ 2020.

DC177910-6065-48F9-B7BD-275718AF168A_w640_r1_s

ບົດຄວາມຫຼ້າສຸດ

ລາວ-ສ.ເກົາຫຼີ ລົງນາມຮ່ວມມື ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ມູນຄ່າ 9.9 ລ້ານໂດລາ

ລາວ-ສ.ເກົາຫຼີ ລົງນາມບົດບັນທຶກການຮ່ວມມື (Record of Discussion-ROD) ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໄດ້ຈັດພິທີລົງນາມບົດບັນທຶກການຮ່ວມມື...

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...