Homeຄວາມງາມມາຮ່ວມຊອກຫານາງສາວລາວ ປະຈຳປີ 2013

ມາຮ່ວມຊອກຫານາງສາວລາວ ປະຈຳປີ 2013

Published on

ມາຮ່ວມຊອກຫານາງສາວລາວ ປະຈຳປີ 2013

ໂຄງການ​ນາງ​ສາວ​ລາວ ຫຼື Miss Laos ໄດ້​ດຳເນີນ​ມາ​ເປັນ​ປີ​ທີ 5 ແລ້ວ ເຊິ່ງ​ຕະຫຼອດ 4 ປີຜ່ານມາ ໄດ້​ສະແດງ​ໃຫ້​ເຫັນ​ຄວາມ​ສາມາດ​ຂອງ​ແມ່ຍິງ​ລາວ​ໃນ​ຍຸກ​ໃໝ່ ໃນ​ເວທີ​ສາກົນ ໄດ້​ປະກອບສ່ວນ​ວຽກ​ງານ​ເພື່ອ​ສັງຄົມ ທັງ​ພາຍ​ໃນ ແລະ ຕ່າງປະເທດ ໄດ້​ເຜີຍແຜ່​ວັດທະນະທຳ​ອັນ​ດີງາມ​ຂອງ​ຊາດ ມາ​ຮອດ​ປີ 2013 ໄດ້​ສືບຕໍ່​ໂຄງການ​ດັ່ງກ່າວ ໂດຍ​ແມ່ນ​ກະຊວງ​ຖະແຫຼງ​ຂ່າວ ວັດທະນະທຳ ແລະ ທ່ອງ​ທ່ຽວ ສືບຕໍ່​ຊີ້​ນຳ ແລະ ບໍລິສັດ ເຄ​ແອນ​ຊີ ຈຳກັດ ເປັນ​ຜູ້​ຈັດ​ຕັ້ງ​ປະຕິບັດ​ຕົວ​ຈິງ.

ສຳລັບ​ການ​ເປີດ​ຮັບ​ສະໝັກ ຈະ​ຈັດ​ຂຶ້ນ​ໃນ 4 ຈຸດ​ຄື: ໃນ​ລະຫວ່າງ​ວັນ​ທີ 9-13 ກັນຍາ 2013 ເປີດ​ຮັບ​ສະໝັກ​ທີ່​ນະຄອນຫຼວງ​ວຽງ​ຈັນ ທີ່​ບໍລິສັດ ເຄ​ແອນ​ຊີ ຈຳກັດ ວັນ​ທີ 9-11 ກັນຍາ 2013 ທີ່​ໂຮງແຮມ​ວິນ​ລາ​ສັນຕິ ແຂວງ​ຫຼວງ​ພະ​ບາງ ວັນ​ທີ 16-18 ກັນຍາ 2013 ທີ່​ໂຮງແຮມ​ດາວ​ສະຫວັນ ແຂວງ​ສະຫວັນ​ນະ​ເຂດ ແລະ ວັນ​ທີ 19-21 ກັນຍາ 2013 ຢູ່​ທີ່​ໂຮງແຮມ​ຈຳປາ​ສັກແກຼນ ແຂວງ​ຈຳປາ​ສັກ ຄາດ​ວ່າ​ໃນ​ຕົ້ນ​ເດືອນ​ຕຸລາ 2013 ຈະ​ສາມາດ​ຄັດ​ເລືອກ​ນາງ​ສາວ​ທີ່​ເຂົ້າ​ຮອບ 20 ຄົນ ແລະ ໃນ​ທ້າຍ​ປີ 2013 ຈະ​ເປັນ​ຮອບ​ຕັດສິນ ວ່າ​ໃຜ​ຈະ​ໄດ້​ເປັນ​ນາງ​ສາວ​ລາວ​ປະຈຳ​ປີ 2013 ທີ່​ໂຮງແຮມ​ດອນ​ຈັນ​ພາ​ເລດ ນະຄອນຫຼວງ​ວຽງ​ຈັນ.

ພິທີ​ຖະແຫຼງ​ຂ່າວ​ກ່ຽວ​ກັບ ໂຄງການ​ນາງ​ສາວ​ລາວ​ປະຈຳ​ປີ 2013 ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 27 ສິງຫາ 2013 ທີ່​ຜ່ານ​ມາ ຢູ່​ທີ່​ໂຮງແຮມ​ດອນ​ຈັນ​ພາ​ເລດ ນະຄອນຫຼວງ​ວຽງ​ຈັນ ໂດຍ​ມີ​ທ່ານ ບົວ​ເງິນ ຊາ​ພູ​ວົງ ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ຖະແຫຼງ​ຂ່າວ ວັດທະນະທຳ ແລະ ທ່ອງ​ທ່ຽວ ບັນດາ​ຄະນະ​ໃນ​ໂຄງການ ບັນດາ​ທ່ານ​ຜູ້​ອຸປະຖຳ ແລະ ສື່​ມວນ​ຊົນ​ຈາກ​ພາກສ່ວນ​ຕ່າງໆ​ເຂົ້າ​ຮ່ວມ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...